ວັນຄົບຮອບ 25 ປີ ແລະ ປະຫວັດການເຄື່ອນໄຫວ ຂອງອົງການກວດສອບແຫ່ງລັດ
ໂດຍ: ທ່ານ ວຽງທະວີສອນ ເທບພະຈັນ (ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ)
ເມື່ອເວົ້າເຖິງຂະບວນວິວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງສັງຄົມມະນຸດ ເວົ້າລວມ, ເວົ້າສະເພາະ ລະບົບການເມືອງຂອງປະເທດໜຶ່ງໆກໍ່ປະກອບດ້ວຍຫຼາຍພາກສ່ວນສຳຄັນ ເປັນຕົ້ນແມ່ນອົງການຈັດຕັ້ງພັກ, ອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງມະຫາຊົນ-ສັງຄົມ ແລະ ອື່ນໆໃນນັ້ນ, ອົງການຈັດຕັ້ງລັດມີບົດບາດສຳຄັນເປັນໃຈກາງໃນລະບົບການເມືອງ. ດ້ວຍບົດບາດ ແລະ ຄວາມສຳຄັນດັ່ງກ່າວ ພັກ-ລັດຖະບານແຫ່ງ ສປປ ລາວ ຈຶ່ງເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງອົງການອຳນາດລັດ ໃຫ້ມີຄວາມຄ່ອງຕົວແທດເໝາະກັບຄວາມຮຽກຮ້ອງຕ້ອງການ ຂອງພາລະກິດປະຕິວັດໃນແຕ່ລະໄລຍະ. ພຶດຕິກໍາໄດ້ຍົກໃຫ້ພວກເຮົາເຫັນວ່າ ໃນໄລຍະປີ 1997-1998 ວິກິດການທາງດ້ານເສດຖະກິດ-ການເງິນທົ່ວໂລກຄັ້ງໃຫຍ່ ໄດ້ແຜ່ລາມ ແລະ ກະທົບໂດຍກົງຕໍ່ບັນດາປະເທດໃນພາກພື້ນອາຊີຕາເວັນອອກສຽງໃຕ້ ອັນໄດ້ເຮັດໃຫ້ເສດຖະກິດ-ການເງິນ ຂອງປະເທດເຮົາ ເປັນຕົ້ນຄ່າເງິນກີບໄດ້ມີການເໜັງຕິງຢ່າງຮຸນແຮງ, ເຮັດໃຫ້ລາຄາສິນຄ້າ, ການບໍລິການ ແລະ ການລົງທຶນ ໄດ້ຮັບຜົນກະທົບຢ່າງໜັກໜ່ວງ; ປະກົດການຫຍໍ້ທໍ້ທາງດ້ານວິໄນແຜນການ-ການເງິນ, ການສວຍໃຊ້ອຳນາດໜ້າທີ່ ຂອງກຸ່ມຄົນບໍ່ດີ ເກີດຂຶ້ນໃນຫຼາຍຂົງເຂດວຽກງານ ລວມທັງວິສາຫະກິດທີ່ລັດລົງທຶນ; ໂຄງການລົງທຶນ ແລະ ກິດຈະການເຄື່ອນໄຫວຕ່າງໆຢ່າງກວ້າງຂວາງ ຊຶ່ງເຮັດໃຫ້ປະເທດຊາດເສຍຜົນປະໂຫຍດອັນໃຫຍ່ຫຼວງ. ຕໍ່ໜ້າສະພາບດັ່ງກ່າວ ພັກ, ລັດຖະບານຈຶ່ງໄດ້ຕົກລົງ ສ້າງຕັ້ງອົງການກວດສອບແຫ່ງລັດ ຂຶ້ນ ຕາມດຳລັດ ສະບັບເລກທີ 174/ນຍ, ລົງວັນທີ 05 ສິງຫາ 1998 ເພື່ອປະຕິບັດພາລະບົດບາດ ແລະ ໜ້າທີ່ ໃນການກວດສອບອົງການຈັດຕັ້ງການເມືອງ-ສັງຄົມ, ກົມກອງທີ່ຂຶ້ນກັບກຳລັງປະກອບອາວຸດ, ທະນາຄານແຫ່ງ ສປປ ລາວ, ທະນາຄານ ແລະ ວິສາຫະກິດທີ່ລັດລົງທຶນ; ໂຄງການລົງທຶນ ແລະ ກິດຈະການເຄື່ອນໄຫວຕ່າງໆທີ່ນຳໃຊ້ງົບປະມານ ແລະ ຊັບສິນຂອງລັດໃຫ້ມີຄວາມໂປ່ງໃສ, ມີປະສິດທິພາບ ແລະ ປະສິດທິຜົນສູງ.
ໃນຂະບວນວິວັດແຫ່ງການສ້າງ ແລະ ປັບປຸງບຸລະນະກົງຈັກ ເວົ້າລວມ, ການປັບປຸງອຳນາດລັດ ເວົ້າສະ ເພາະ ໄດ້ຢືນຢັນເຖິງຄວາມຈຳເປັນພາວະວິໄສ, ເປັນເຄື່ອງມືອັນແຫຼມຄົມ ຂອງພັກ ເພື່ອໝູນໃຊ້ເຂົ້າໃນການປະຕິບັດສອງໜ້າທີ່ຍຸດທະສາດ ຂອງພັກຄື: ປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ. ຕະຫຼອດໄລຍະ 25 ປີແຫ່ງການປະຕິບັດພາລະກິດປະຕິວັດ ໂດຍຢຶດໝັ້ນອຸດົມການຂອງພັກ ແລະ ລັດຖະບານ ໃນການປະຕິບັດໜ້າທີ່ອັນຫຍຸ້ງຍາກ ແລະ ມີກຽດສະຫງ່າ, ອົງການກວດສອບແຫ່ງລັດ ໄດ້ເປັນເຈົ້າການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ, ເດັດດ່ຽວປົົກປ້ອງອົງການຈັດຕັ້ງຂອງລັດ ແລະ ສິດຜົນປະ ໂຫຍດທາງດ້ານເສດຖະກິດ, ແຜນການ, ການເງິນ-ເງິນຕາ ຂອງປະເທດ; ເອົາໃຈໃສ່ພັດທະນາ ແລະ ສ້າງຄວາມເຂັ້ມແຂງທາງດ້ານກົງຈັກການຈັດຕັ້ງ, ພັດທະນາບຸກຄະລາກອນ ແລະ ວິຊາສະເພະ ຢ່າງບໍ່ຢຸດຢັ້ງ. ຜົນສໍາເລັດທັງໝົດນັ້ນ ກໍ່ບົນພື້ນຖານການຄົ້ນຄວ້າ ແລະ ວິເຄາະວິໄຈສະຖານະການ, ສະພາບການທາງດ້ານເສດຖະກິດ-ການເງິນ ທັງໃນສະເພາະໜ້າ ແລະ ຍາວນານ ຂອງພັກ-ລັດຖະບານ; ອົງການກວດສອບແຫ່ງລັດ ຈຶ່ງເຮັດໜ້າທີ່ເຄື່ອນໄຫວ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ແນ່ໃສ່ຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ໂດຍຖືເອົາຫຼັກການດຳເນີນການກວດສອບ, ການຄຸ້ມຄອງ, ການນຳໃຊ້ງົບປະມານການເງິນ ແລະ ຊັບສິນຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ໂປ່ງໃສ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມໃຫ້ຂະ ຫຍາຍຕົວ ແລະ ໝັ້ນຄົງ.
ເມື່ອຫວນຄືນເຖິງຂະບວນວິວັດແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານກວດສອບ ໃນປະຈຸບັນ ອົງການກວດສອບແຫ່ງລັດ ໃນການປະຕິບັດໜ້າທີ່ອັນຫຍຸ້ງຍາກ, ມີກຽດສະຫງ່າ ແລະ ມີຜົນສຳເລັດໃນຫຼາຍດ້ານນັ້ນ, ໄດ້ຜ່ານຫຼາຍໄລຍະ ໃນນັ້ນ: ກໍ່ລວມທັງໄລຍະທີ່ປະເທດຂອງພວກເຮົາມີເງື່ອນໄຂສະດວກ ແລະ ທັງໄລຍະທີ່ທີ່ປະສົບກັບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນການຄຸ້ມຄອງເສດຖະກິດ, ແຜນການ, ການເງິນ-ເງິນຕາ. ເວົ້າລວມແລ້ວ, ວຽກງານກວດສອບແຫ່ງລັດ ໄດ້ເຕີບໃຫຍ່ຂະຫຍາຍຕົວ ໂດຍຜ່ານ ການນຳຮຸ່ນຕ່າງໆໃນການນຳພາ-ຊີ້ນຳ ເຊັ່ນ: ປີ 1998 – 2003 ທ່ານ ສົມພາວັນ ອິນທະວົງ ເປັນຫົວໜ້າອົງການກວດສອບບັນຊີແຫ່ງລັດໃນໄລຍະ; ປີ 2003 – 2006 ທ່ານ ສຸລິ ນັນທະວົງ; ປີ 2006 – 2012 ທ່ານ ບົວສີ ລໍວັນໄຊ ແລະ ເນື່ອງຈາກວ່າ ສະພາບເສດຖະກິດ-ສັງຄົມ ມີການເຕີບໃຫຍ່ຂະຫຍາຍຕົວ ການເອີ້ນຊື່ ອົງການກວດສອບບັນຊີແຫ່ງລັດ ບໍ່ສອດຄ່ອງກັບສະພາບການໃໝ່ ຈຶ່ງໄດ້ປ່ຽນຊືີ່ອົງການກວດສອບບັນຊີແຫ່ງລັດ ມາເປັນອົງການກວດສອບແຫ່ງລັດ ແລະ ໄດ້ປ່ຽນຊື່ຫົວໜ້າອົງການ ມາເປັນປະທານອົງການ; ປີ 2012 ເຖິງກາງປີ 2021 ທ່ານ ປອ. ນາງ ວຽງທອງ ສີພັນດອນ ເປັນປະທານອົງການກວດສອບແຫ່ງລັດ; ຮອດກາງປີ 2021 ເຖິງກາງປີ 2022 ທ່ານ ມະໄລທອງ ກົມມະສິດ ແລະ ປີ 2022 ເຖິງ ປະຈຸບັນ ທ່ານ ວຽງທະວີສອນ ເທບພະຈັນ ເປັນປະທານ ອົງການກວດສອບແຫ່ງລັດ. ຜ່ານຂະບວນວິວັດດັ່ງກ່າວ ອົງການກວດສອບແຫ່ງລັດ ໄດ້ຮັບການປັບປຸງໃນແຕ່ລະໄລຍະ ໂດຍສະເພາະກໍ່ແມ່ນທາງດ້ານໂຄງປະກອບກົງຈັກການຈັດຕັ້ງ, ດ້ານບຸກຄະລາກອນ ກໍ່ຄືບັນດານິຕິກຳປິ່ນອ້ອມອື່ນໆ ເພື່ອຮອງຮັບກັບໜ້າທີ່ການ ເມືອງທີ່ພັກ-ລັດມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ. ຈາກມື້ນັ້ນເຖິງມື້ນີ້ ສາມາດເວົ້າໄດ້ວ່າ ວຽກງານກວດສອບໄດ້ເຕີບໃຫຍ່ຂະຫຍາຍ ຜ່ານ 5 ໄລຍະ ແຫ່ງການກ້າວຂຶ້ນສູ່ຄຸນນະພາບໃໝ່, ກາຍເປັນຂະແໜງການໜຶ່ງທີ່ມີບົດບາດສໍາຄັນຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການຄຸ້ມຄອງ, ການນຳໃຊ້ງົບປະມານ, ການເງິນ-ເງິນຕາ ແລະ ຊັບສິນຂອງລັດ ໃຫ້ມີຄວາມໂປ່ງໃສ, ມີປະສິດທິພາບ.
ໄລຍະ ແຕ່ປີ 1998 – 2007 ອົງການກວດສອບບັນຊີແຫ່ງລັດ ແມ່ນຂະແໜງການໜຶ່ງ ມີຖານະເປັນສະຖາບັນກວດສອບບັນຊີສູງສຸດ ຂອງ ສປປ ລາວ ໄດ້ຮັບການສ້າງຕັ້ງ ຕາມດຳລັດ ສະບັບເລກທີ 174/ນຍ, ລົງວັນທີ 05 ສິງຫາ 1998 ສັງກັດຢູ່ໃນໂຄງປະກອບກົງຈັກການຈັດຕັ້ງ ຂອງລັດຖະບານ ຂຶ້ນໂດຍກົງກັບນາຍົກລັດຖະມົນຕີ; ເປັນເສນາທິການໃຫ້ແກ່ລັດຖະບານ ໃນການກວດສອບບັນຊີ ເພື່ອຢັ້ງຢືນຄວາມຖືກຕ້ອງພາວະວິໄສຂອງເອກະສານ ແລະ ຕົວເລກ, ບັນຊີຂອງບັນດາກະຊວງ, ຄະນະກຳມະການ, ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ. ດ້ານໂຄງປະກອບກົງຈັກການຈັດຕັ້ງ ມີ: ຫົວໜ້າອົງການ 1 ທ່ານ ມີຖານະທຽບເທົ່າລັດຖະມົນຕີ, ຮອງຫົວໜ້າອົງການ 1 ທ່ານ ມີຖານະຕຳແໜ່ງທຽບເທົ່າຮອງລັດຖະມົນຕີ; ມີ: 01 ຫ້ອງການ, 02 ກົມວິຊາສະເພາະ. ແຕ່ເນື່ອງຈາກສະພາບແວດລ້ອມທາງດ້ານເສດຖະກິດ-ສັງຄົມ ທັງພາຍໃນ, ພາກພື້ນ ແລະ ສາກົນ ມີການປ່ຽນແປງ ຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ, ສິ່ງສຳຄັນແມ່ນການປ່ຽນແປງທາງດ້ານເສດຖະກິດ, ແຜນການ, ການເງິນ-ເງິນຕາ ມີການເໜັງຕິງເພີ່ມຂຶ້ນຢ່າງຕໍ່ເນື່ອງໃນທົ່ວສັງຄົມ ຊຶ່ງກະທົບໂດຍກົງຕໍ່ໂຄງປະກອບເສດຖະກິດແຫ່ງຊາດ. ບັນຫາດັ່ງກ່າວໄດ້ກະທົບໂດຍກົງຕໍ່ການເຄື່ອນໄຫວວຽກງານກວດສອບ ໝາຍວ່າ ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການກວດສອບແຫ່ງລັດ ຕ້ອງໄດ້ປັບປຸງຕາມທິດເພີ່ມຄວາມຮັບຜິດຊອບໃຫ້ແກ່ວຽກງານດັ່ງກ່າວ ສະນັ້ນ, ລັດຖະບານຈຶ່ງອອກດໍາລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 24/ນຍ, ລົງວັນທີ 25 ກຸມພາ 2004 ປ່ຽນແທນ ດຳລັດ 174/ນຍ, ລົງວັນທີ 25 ສິງຫາ 1998 ເພື່ອເຮັດໜ້າທີ ຢັ້ງຢືນຄວາມຖືກຕ້ອງຕາມກົດໝາຍຂອງບົດສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີຂອງບັນດາການຈັດຕັ້ງລັດຂັ້ນຕ່າງໆ ໃນຂອບເຂດທົ່ວປະເທດ; ສ່ວນພະນັກງານ-ບຸກຄະລາກອນໄລຍະນີ້ ມີທັງໝົດ 30 ທ່ານ. ໂດຍອີງໃສ່ພາລະບົດບາດ, ການເຄື່ອນວຽກງານຕົວຈິງ ອົງການກວດສອບບັນຊີແຫ່ງລັດ ຈຶ່ງໄດ້ຄົ້ນຄວ້າສ້າງຮ່າງກົດໝາຍ ວ່າດ້ວຍການກວດສອບ ແລະ ນຳສະເໜີສະພາແຫ່ງຊາດ ຮັບຮອງເອົາກົົດໝາຍວ່າດ້ວຍການກວດສອບ ສະບັບເລກທີ 05/ສພຊ, ລົງວັນທີ 3 ກໍລະກົດ 2007 ໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VI ແລະ ໄດ້ປ່ຽນຊື່ອົງການກວດສອບບັນຊີແຫ່ງລັດ ມາເປັນອົງການກວດສອບແຫ່ງລັດ ທີ່ເປັນເອກະລາດໃນການດຳເນີນການກວດສອບ.
ໄລຍະແຕ່ປີ 2007 – 2012 ເປັນໄລຍະເວລາ ທີ່ອົງການກວດສອບແຫ່ງລັດ ໄດ້ເຄື່ອນໄຫວ ຕາມພາລະບົດບາດທີ່ໄດ້ກຳນົດໄວ້ໃນ ກົົດໝາຍວ່າດ້ວຍການກວດສອບ ຢ່າງໜັກແໜ້ນ ແລະ ກວ້າງຂວາງ ເຖິງແມ່ນວ່າໄດ້ຮັບຜົນສຳເລັດໃນຂັ້ນພື້ນຖານທີ່ດີ, ແຕ່ກໍ່ຍັງມີບາງດ້ານທີ່ຈຳກັດຈົນມາຮອດປີ 2012 ອົງການກວດສອບແຫ່ງລັດ ຈຶ່ງໄດ້ຄົ້ນຄວ້າ, ປັບປຸງ ກົດໝາຍວ່າດ້ວຍການກວດສອບ ມາເປັນກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບເລກທີ 16/ສພຊ, ລົງວັນທີ 6 ກໍລະກົດ 2012 ຊຶ່ງໄດ້ຮັບຮອງຈາກກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ VII. ດ້ານລະບົບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ; ມີປະທານອົງການກວດສອບແຫ່ງລັດ,ມີຂັ້ນຮອງປະທານ ອົງການກວດສອບແຫ່ງລັດ ເພີ່ມເປັນ 2 ທ່ານ; ສ່ວນໂຄງປະກອບການຈັດຕັ້ງ ຂັ້ນສູນກາງ ໃນເວລານັ້ນ, ລວມມີ: 1 ຫ້ອງການ, 3 ກົມວິຊາສະເພາະຄື: ກົມກວດສອບອົງການຈັດຕັ້ງລັດ, ກົມກວດສອບທະນາຄານ ແລະ ວິສາຫະກິດ ແລະ ກົມກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າຈາກຕ່າງປະເທດ; ພ້ອມທັງສ້າງຕັ້ງອົງການກວດສອບປະຈຳ 2 ພາກ ຄື: 1) ອົງການກວດສອບປະຈຳພາກເໜືອ ມີສຳນັກງານຕັ້ງຢູ່ແຂວງຫຼວງພະບາງ, ຮັບຜິດຊອບກວດສອບ 8 ແຂວງພາກເໜືອ. 2) ອົງການກວດສອບປະຈຳພາກໃຕ້ ມີສໍານັກງານຕັ້ງຢູ່ແຂວງຈຳປາສັກ ຮັບຜິດຊອບກວດສອບ 4 ແຂວງພາກໃຕ້. ອີງໃສ່ໜ້າວຽກການເຄື່ອນໄຫວ ດ້ານວິຊາສະເພາະ ມີຂອບເຂດກວ້າງອອກ, ດ້ານບຸກຄະລາກອນກໍ່ເພີ່ມຂຶ້ນເປັນ 134 ທ່ານ.
ໄລຍະແຕ່ປີ 2012 – 2015 ໄລຍະນີ້ດ້ານກົງຈັກການຈັດຕັ້ງ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ໄດ້ສ້າງຕັ້ງອົງການກວດສອບປະຈຳພາກກາງຂຶ້ນຕື່ມ ຊຶ່ງມີສຳນັກງານຕັ້ງຢູ່ນະຄອນຫຼວງວຽງຈັນ ຮັບຜິດຊອບກວດສອບ 5 ແຂວງພາກກາງ ແລະ ນະຄອນຫຼວງວຽງຈັນ; ໄດ້ສ້າງຕັ້ງເພີ່ມອີກ 4 ກົມຄື: ກົມຈັດຕັ້ງພະນັກງານ, ກົມນິຕິກຳ, ກົມກວດກາ; ໃນນັ້ນໄດ້ແຍກ ກົມກວດສອບທະນາຄານ ແລະ ວິສາຫະກິດ ອອກເປັນ 2 ກົມ: ກົມກວດສອບທະນາຄານ ແລະ ກົມກວດສອບວິສາຫະກິດ ແລະ 1 ສູນຝຶກອົບຮົມ ຫຼື ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ໃນປັດຈຸບັນ; ສ່ວນຂັ້ນທ້ອງຖິ່ນ ມີອົງການກວດສອບປະຈໍາ 03 ພາກ. ເວົ້າລວມແລ້ວ ອົງການກວດສອບແຫ່ງລັດ ໄລຍະນີ້, ໄດ້ຮັບການພັດທະນາຢ່າງຮອບດ້ານ ເຊັ່ນ: ດ້ານກົງຈັກການຈັດຕັ້ງ, ດ້ານບຸກຄະລາກອນ ແລະ ວຽກງານວິຊາສະເພາະ.
ໄລຍະແຕ່ປີ 2015 – 2020 ວຽກງານກວດສອບແຫ່ງລັດ ໄດ້ມີການພັດທະນາ ແລະ ເຕີບໃຫຍ່ຂະ ຫຍາຍຕົວເປັນກ້າວໆ ໂດຍເຫັນໄດ້ບົດບາດ ແລະ ຄວາມສຳຄັນດັ່ງກ່າວ ພັກ ແລະ ລັດ, ສະພາແຫ່ງຊາດ ຈຶ່ງໄດ້ຄົ້ນຄວ້າ ແລະ ກຳນົດເອົາວຽກງານກວດສອບແຫ່ງລັດ ເຂົ້າຢູ່ໃນລັດຖະທຳມະນູນແຫ່ງ ສປປ ລາວ ສະບັບປັບປຸງ ປີ 2015 ຊຶ່ງເປັນເຫດການທີ່ສຳຄັນທາງປະຫວັດສາດອັນໜຶ່ງ ຂອງຂະແໜງການກວດສອບແຫ່ງລັດ. ການທີ່ວຽກງານກວດສອບແຫ່ງລັດ ໄດ້ຮັບການບັນຈຸຢູ່ໃນລັດຖະທຳມະນູນ ສ່ອງແສງໃຫ້ເຫັນທີ່ຕັ້ງ ແລະ ພາລະບົດບາດ ທີ່ມີຄວາມໝາຍສຳຄັນຂອງອົງການກວດສອບແຫ່ງລັດ ຢູ່ລະບອບການເມືອງ ແລະ ການປົກຄອງ ຂອງ ສປປ ລາວ, ຊຶ່ງວຽກງານກວດສອບແຫ່ງລັດ ໄດ້ກາຍເປັນພາກສ່ວນໜຶ່ງທີ່ສຳຄັນປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ອີງໃສ່ພາລະບົດບາດ ວ່າດ້ວຍການເຄື່ອນໄຫວ, ສິດຂອບເຂດ ຂອງອົງການກວດສອບແຫ່ງລັດ ຈຶ່ງມີຄວາມຈຳເປັນ ປັບປຸງກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະ ຖືກຮັບຮອງໃນມະຕິກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ເປັນກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປຸງເລກທີ 09/ສພຊ, ລົງວັນທີ 11 ພະຈິກ 2016 ແລະ ໄດ້ກໍານົດກົງຈັກການຈັດຕັ້ງປະກອ0ບມີ: 01 ຫ້ອງການ, 05 ກົມວິຊາສະເພາະ,04 ກົມປິ່ນອ້ອມ, 01 ສະຖາບັນຝຶກອົບຮົມ ແລະ ອົງການກວດສອບປະຈໍາ 03 ພາກຄື: ອົງການກວດສອບປະຈໍາພາກເໜືອ, ອົງການກວດສອບປະຈຳພາກກາງ ແລະ ອົງການກວດສອບປະຈໍາພາກໃຕ້.
ໄລຍະ ປີ 2020 – ປັດຈຸບັນ ບົນພື້ນຖານການປະຕິບັດກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ (ສະບັບປັບປຸງ) ປີ 2020 ກໍ່ຄືຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງອົງການກວດສອບແຫ່ງລັດ ເລກທີ 699/ອກສລ, ລົງວັນທີ 29 ກໍລະກົດ ປີ 2022 ເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ທີ່ພັກ, ລັດຖະບານ ມອບໃຫ້ດ້ວຍຄວາມຮັບຜິດຊອບສູງນັ້ນ, ອົງການກວດສອບແຫ່ງລັດ ໄດ້ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ, ມີປະສິດທິພາບ ໂດຍໂຮມກົມທີ່ມີໜ້າວຽກຄ້າຍຄືກັນເຂົ້າກັນ ແລະ ສ້າງຕັ້ງໃໝ່ ເຊັ່ນ: ໂຮມກົມຈາກ 11 ກົມທຽບເທົ່າ ມາເປັນ 10 ກົມທຽບເທົ່າ; ສ້າງຕັ້ງອົງການກວດສອບປະຈໍາພາກ ເພີ່ມເຕີມ 02 ແຫ່ງ ຄື: ອົງການກວດສອບປະຈໍາພາກເໜືອ 2 ຢູ່ແຂວງສະຫວັນນະເຂດ ແລະ ອົງການກວດສອບປະຈໍາພາກກາງ 2 ຢູ່ແຂວງອຸດົມໄຊ. ປະຈຸບັນໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ອົງການກວດສອບແຫ່ງລັດ ປະກອບມີ: 01 ຫ້ອງການ, 05 ກົມວິຊາສະເພາະ, 03 ກົມປິ່ນອ້ອມ, 01 ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ແລະ ອົງການກວດສອບປະຈໍາພາກ 05 ແຫ່ງ; ສ້າງ ແລະ ປັບປຸງໂຄງປະກອບກົງຈັກການຈັດຕັ້ງຕາມແຜນກຳນົດຕຳແໜ່ງງານ; ອົງການກວດສອບແຫ່ງລັດ ມີພະນັກງານ-ລັດຖະກອນທັງໝົດ 451 ທ່ານ, ຍິງ 165 ທ່ານ. ໃນນີ້ ຢູ່ອົງການກວດສອບປະຈຳພາກເໜືອ 1 ຈຳນວນ 55 ທ່ານ, ຍິງ 20 ທ່ານ; ພາກ ເໜືອ 2 ຈຳນວນ 26 ທ່ານ, ຍິງ 04 ທ່ານ; ຢູ່ພາກໃຕ້ ຈຳນວນ 60 ທ່ານ, ຍິງ 24 ທ່ານ; ປະຈໍາຢູ່ພາກກາງ 1 ຈຳນວນ 44 ທ່ານ, ຍິງ 14 ທ່ານ ແລະ ອົງການກວດສອບປະຈຳພາກກາງ 2 ຈຳນວນ 11 ທ່ານ, ຍິງ 04 ທ່ານ; ລະດັບການສຶກສາ ປະລິນຍາເອກ 01 ທ່ານ, ປະລິນຍາໂທ 77 ທ່ານ, ປະລິນຍາຕີ 314 ທ່ານ, ຊັ້ນສູງ 47 ທ່ານ.
ຕະຫຼອດໄລຍະ 25 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການກວດສອບແຫ່ງລັດ ເວົ້າລວມ, ເວົ້າສະເພາະ ໃນຂະແໜງວຽກງານກວດສອບ ໄດ້ຜ່ານຂະບວນວິວັດຫຼາຍໄລຍະໃນການປະຕິບັດໜ້າທີ່ການເມືອງ ຕາມພາລະບົດບາດ ຂອງອົງການກວດສອບແຫ່ງລັດ ໂດຍເລີ່ມຈາກການຮຽນຮູ້ໃນວຽກງານຕົວຈິງ, ຈາກຄວາມຮັບຮູ້ພື້ນຖານດ້ານວິຊາສະເພາະ, ຈາກການຮຽນຮູ້ໃນຂະບວນການວຽກງານຕົວຈິງຢູ່ພາຍໃນ ກໍ່ຄືການແລກປ່ຽນບົດຮຽນກັບບັນດາປະເທດເພື່ອນມິດຮ່ວມຍຸທະສາດໃນພາກພື້ນ ລວມທັງຄູ່ຮ່ວມພາຄີດ້ານການກວດສອບຂອງສາກົນ ເຮັດໃຫ້ອົງການກວດສອບແຫ່ງລັດ ມີຄວາມເຕີບໃຫຍ່ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ຄວາມອາດສາມາດໃນການປະຕິບັດພາລະບົດບາດ ຂອງວຽກງານກວດສອບໄດ້ເປັນຢ່າງດີ, ພະນັກງານ-ບຸກຄະລາກອນ ຈຳນວນບໍ່ໜ້ອຍ ໄດ້ກາຍເປັນນັກກວດສອບທີ່ມີຄວາມຮູ້-ຄວາມສາມາດ, ມີຄວາມຊຳນິຊຳນານງານ, ກາຍເປັນນັກກວດສອບມືອາຊີບ.
ປະຕິບັດຕາມ ແນວທາງຂອງພັກ, ນະໂຍບາຍການຄຸ້ມຄອງຂອງລັດ ຢັ້ງຢືນໄດ້ວ່າ ອົງການກວດສອບແຫ່ງລັດ ໄດ້ສຸມໃສ່ປັບປຸງຂະແໜງການຂອງຕົນຢ່າງຮອບດ້ານ ໂດຍສະເພາະ ການຄົ້ນຄວ້າ, ສ້າງນິຕິກຳແມ່, ບັນດານິຕິກຳປິ່ນອ້ອມຮອງຮັບ, ທັງມີການປັບປຸງ ອັນໄດ້ເຮັດໃຫ້ວຽກງານກວດສອບແຫ່ງລັດ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ເຕີບໃຫຍ່ທາງດ້ານປະລິມານ ແລະ ເຂັ້ມແຂງທາງດ້ານຄຸນນະພາບ; ສາມາດສ້າງ, ປັບປຸງ ແລະ ພັດທະນານິຕິກຳປິ່ນອ້ອມຮອງຮັບໄດ້ 11 ສະບັບ; ດ້ານການກວດສອບ ໄດ້ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ ດ້ວຍຄວາມຮັບຜິດຊອບສູງ ໂດຍຖືເອົາການກວດສອບ ແລະ ມາດຕະການໃນການຍົກສູງຄຸນນະພາບການກວດສອບ ເປັນວຽກງານສຳຄັນ; ປະຕິບັດຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດ ໃນການດຳເນີນການກວດສອບ ໄດ້ດໍາເນີນການກວດສອບເອກະສານລາຍງານການເງິນ, ຄວາມສອດຄ່ອງທາງດ້ານກົດໝາຍ ແລະ ຜົນການຈັດຕັ້ງປະຕິບັດ ແຕ່ລະເປົ້າໝາຍສໍາເລັດຜົນຕາມແຜນການທີ່ກໍານົດໄວ້, ແຜນການ ຈໍານວນ 108 ເປົ້າໝາຍ, ປະຕິບັດໄດ້ ຈໍານວນ 101 ເປົ້າໝາຍ ໃນນັ້ນ: ບົດສະຫຼຸບຂາດຕົວການຈັດຕັ້ງປະຕິ ບັດງົບປະມານແຫ່ງລັດ ຈໍານວນ 33 ເປົ້າໝາຍ, ໂຄງການລົງທຶນຂອງລັດ 23 ເປົ້າໝາຍ, ໂຄງການເງິນກູ້ຢືມ ແລະ ຊ່ວຍ ເຫຼືອລ້າ 19 ເປົ້າໝາຍ, ວິສະຫະກິດລັດ 20 ເປົ້າ ໝາຍ ແລະ ທະນາຄານທຸລະກິດລັດລົງທຶນ 06 ເປົ້າໝາຍ; ພ້ອມທັງແຈ້ງຜົນການກວດສອບ ຈໍານວນ 94 ເປົ້າໝາຍ, ຍັງຄ້າງ 07 ເປົ້າໝາຍ. ໃນນີ້, ສາມາດກວດສອບເຫັນ ປະກົດການຫຍໍ້ທໍ້ ໃນການຄຸ້ມຄອງ, ນໍາໃຊ້ງົບປະມານ ແລະ ຊັບສິນຂອງລັດ ຈຳນວນບໍ່ໜ້ອຍ ເປັນຕົ້ນ: ການເກັບລາຍຮັບມາໄດ້ແຕ່ບໍ່ມອບເຂົ້າງົບປະມານແຫ່ງລັດ, ການໃຊ້ຈ່າຍງົບປະມານ ຟຸມເຟືອຍ, ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ມີການສ້າງນິຕິກຳກ່ຽວກັບການຄຸ້ມຄອງລາຍຮັບ, ລາຍຈ່າຍ ຊຶ່ງບໍ່ສອດຄ່ອງກັບກົດໝາຍ; ການສ້າງໂຄງການນອກແຜນ; ການປ່ອຍສິນເຊື່ອ ຂອງທະນາຄານລັດ ແລະ ລັດຮ່ວມທຶນ ບໍ່ສອດຄ່ອງຕາມລະບຽບການ; ວິສາຫະກິດລັດ ແລະ ລັດຮ່ວມທຶນ ຈຳນວນໜຶ່ງໄດ້ສ້າງລະບຽບການນະໂຍບາຍພາຍໃນ ຊຶ່ງບໍ່ສອດຄ່ອງກັບກົດໝາຍ ແລະ ຜົນການດຳເນີນທຸລະກິດ ແລະ ບັນຫາອື່ນໆ ຊຶ່ງທັງໝົດນັ້ນ ມັນໄດ້ສົ່ງຜົນກະທົບຕໍ່ກັບການຄຸ້ມຄອງງົບປະມານແຫ່ງລັດ, ການຄຸ້ມເສດຖະກິດ ແລະ ນະໂຍບາຍການເງິນ-ເງິນຕາ ໂດຍລວມຂອງປະເທດ. ບັນຫາ ຫຼື ຕົວເລກ ທີ່ສະສົມຮອດທ້າຍປີ 2021 ເປັນຕົ້ນ: ລາຍຮັບເຫັນເພີ່ມ ເງິນ ຫຼື ລາຍຮັບສ່ວຍສາອາກອນ, ຊັບສິນແຫ່ງລັດ ແລະ ລາຍຮັບ ອື່ນໆ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ຈໍານວນ 141,30 ຕື້ກີບ ແລະ ລາຍຈ່າຍເຫັນເພີ່ມ ຈໍານວນ 120,91 ຕື້ກີບ; ຍອດເງິນຈ່າຍລ່ວງໜ້າຄ້າງໃນລະບົບຄັງເງິນປະຈຳແຂວງ ຈໍານວນ 1.379,83 ຕື້ກີບ; ໜີ້ຕ້ອງຮັບສ່ວຍສາອາກອນ, ຊັບສິນແຫ່ງລັດ ແລະ ຈາກບັນດາຫົວໜ່ວຍງົບປະມານ ທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ທັນຕາມກໍານົດເວລາ ຈໍານວນ 2.430,78 ຕື້ກີບ; ການອະນຸມັດ ຫຼື ປ່ອຍເງິນໃຫ້ກູ້ຢືມບໍ່ຖືກຕ້ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຈໍານວນ 7.964,32 ຕື້ກີບ; ການປ່ອຍສິນເຊື່ອໃຫ້ບໍລິສັດ ທີ່ຢູ່ໃນເຄືອຂອງຕົນ ຈໍານວນ 1.800 ຕື້ກີບ. ການປະກອບສ່ວນ ຂອງອົງການກວດສອບແຫ່ງລັດ ຕໍ່ການຄຸ້ມຄອງ, ນໍາໃຊ້ງົບປະມານ ແລະ ຊັບສິນ ຂອງລັດໃຫ້ຖືກຕ້ອງນັ້ນ ຂະແໜງການກວດສອບແຫ່ງລັດ; ການສ້າງບົດສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານປະຈໍາປີ ແລະ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ທະນາຄານແຫ່ງ ສປປ ລາວ, ທະນາຄານທຸລະກິດ, ບໍລິສັດລັດລົງທຶນ ແລະ ຜົນການກວດສອບໂຄງການລົງທຶນຂອງລັດ ຕໍ່ປະທານປະເທດ, ນາຍົກລັດຖະມົນຕີ, ຄະນະປະຈໍາສະພາແຫ່ງຊາດ, ກອງປະຊຸມສະພາແຫ່ງຊາດ, ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງ. ເວົ້າລວມແລ້ວ ຜົນການກວດສອບ ໄດ້ປະກອບ ສ່ວນເຮັດໃຫ້ ຫົວໜ່ວຍງົບປະມານ, ຫົວໜ່ວຍທຸລະກິດລັດລົງທຶນ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ, ສະກັດກັ້ນປະກົດການຫຍໍ້ທໍ້ທາງດ້ານການເງິນ, ງົບປະມານແຫ່ງລັດ, ປົກປ້ອງຜົນປະໂຫຍດ ຂອງລັດລວມໝູ່, ປະຊາຊົນ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ມີຄວາມເຂັ້ມແຂງ, ໂປ່ງໃສ, ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວ. ພ້ອມດຽວກັນນັ້ນ, ກໍ່ເອົາໃຈໃສ່ຕິດຕາມ, ຊຸກຍູ້ ແລະ ກວດສອບຄືນ ການແກ້ໄຂຜົນການກວດສອບ ເພື່ອເຮັດໃຫ້ອົງການຄຸ້ມຄອງເປົ້າໝາຍຖືກກວດສອບ ແລະ ເປົ້າໝາຍຖືກກວດສອບ ເປັນເຈົ້າການຈັດຕັ້ງປະຕິບັດມາດຕະການແກ້ໄຂຜົນການກວດສອບ ຕາມມະຕິກອງປະຊຸມສະພາແຫ່ງຊາດ, ຄະນະປະຈໍາສະພາແຫ່ງຊາດ, ກອງປະຊຸມສະພາປະຊາຊົນຂັ້ນແຂວງ ແລະ ຄະນະປະຈໍາ ສະພາປະຊາຊົນຂັ້ນແຂວງ.