ວິກິດປ່າໄມ້ຂອງ ສປປລາວ ເມື່ອຕິດຊື່ 1 ໃນ 10 ປະເທດ ທີ່ມີປ່າໄມ້ຫຼຸດລົງໄວທີ່ສຸດໃນໂລກໃນປີ 2022
ໂດຍ: ມຶກບໍ່ແຫ້ງ
ປ່າໄມ້ແມ່ນຊັບພະຍາກອນທີ່ລໍ້າຄ່າຂອງຊາດ ຈົນພວກເຮົາຮຽກວ່າ “ຄຳຂຽວ” ແຕ່ມາຮອດປັດຈຸບັນ ປ່າໄມ້ດັ່ງເດີມຂອງ ສປປລາວ ກຳລັງຖືກໄພຂົ່ມຂູ່ຫຼາຍດ້ານ ເຮັດໃຫ້ປ່າໄມ້ ຫຼຸດລົງຢ່າງໄວວາ.
ນັບວ່າເປັນເວລາບໍ່ຮອດ 2 ປີ ພາຍຫຼັງຜູ້ນຳທົ່ວໂລກໄດ້ປຶກສາຫາລືກັນ ໃນກອງປະຊຸມ ກ່ຽວກັບ ການແກ້ໄຂບັນຫາ ການປ່ຽນແປງດິນຟ້າອາກາດໂລກ ຄັ້ງທີ 26 (COP26) ທີ່ເມືອງ ກຣາສໂກ (Glasgow), ລາຊະອານາຈັກ ອັງກິດ ທີ່ໄດ້ໃຫ້ຄຳໝັ້ນສັນຍາວ່າ ທົ່ວໂລກຈະພະຍາຍາມຢຸດການຫຼຸດລົງຂອງປ່າໄມ້ໃຫ້ໄດ້ພາຍໃນປີ 2030 ແຕ່ຫຼັງຈາກນັ້ນ ປ່າໄມ້ທົ່ວໂລກພັດຖືກທຳລາຍໄວຂຶ້ນກວ່າເກົ່າ ແລະ ຢູ່ ສປປລາວ ກໍເຊັ່ນກັນ.
ອີງຕາມຂໍ້ມູນຈາກ ອົງການ ການຕິດຕາມສະພາບປ່າໄມ້ຂອງໂລກ ຫຼື Global Forest Watch ສະແດງໃຫ້ເຫັນວ່າ ໃນປີ 2022 ມີປ່າໄມ້ດັ່ງເດີມທົ່ວໂລກຫຼຸດລົງເຖິງ 4.1 ລ້ານເຮັກຕາ ໂດຍປະເທດ ເບຣຊິນ ຫຼື ຮຽກວ່າ“ປອດຂອງໂລກ” ກວມເອົາ 43% ຂອງການສູນເສຍປ່າໄມ້ທັງໝົດໃນທົ່ວໂລກ ຕໍ່ມາກໍແມ່ນ ປະເທດ ຄອງໂກ, ໂບລິເວຍ, ອິນໂດເນເຊຍ, ເປຣູ, ໂຄລົມເບຍ, ສປປລາວ, ແຄມເມີຣູນ, ປາປົວ ນິວກີນີ ແລະ ມາເລເຊຍ.
ສປປລາວ ເອີ້ນໄດ້ວ່າຍັງເປັນປະເທດທີ່ຍັງມີຊັບພະຍາກອນປ່າໄມ້ອຸດົມສົມບູນສົມຄວນ ໃນພາກພື້ນ ແຕ່ປີ 2022ມີອັດຕາການສູນເສຍປ່າໄມ້ດັ່ງເດີມເພີ່ມຂຶ້ນຮອດ 31%. ຖ້າຫາກວ່າຕົວເລກການສຳຫຼວດດັ່ງກ່າວແມ່ນໃກ້ຄຽງ ກັບຄວາມເປັນຈິງ ກໍເປັນສິ່ງໜ້າເສົ້າໃຈບໍ່ໜ້ອຍ.
ຕົວເລກຫຼັງສຸດທີ່ກະຊວງກະສິກຳ ແລະປ່າໄມ້ລາຍງານ ການປົກຫຸ້ມຂອງປ່າໄມ້ໃນ ສປປລາວແມ່ນປະມານ 62% ແລະ ມີເປົ້າໝາຍການປົກຫຸ້ມປ່າໄມ້ໃຫ້ຮອດ 70% ພາຍໃນປີ 2035 ຕາມຍຸດທະສາດປ່າໄມ້ແຫ່ງຊາດ ສະບັບໃໝ່. ເພາະສະນັ້ນ ເບິ່ງຄືວ່າ ເປົ້າໝາຍກັບສະຖານະການໃນປັດຈຸບັນເຫັນວ່າສວນທາງກັນພໍສົມຄວນ.
ຄວາມກັງວົນຕໍ່ການສູນເສຍຊັບພະຍາກອນທຳມະຊາດໃນປະເທດເຮົາ ທີ່ບໍ່ສົມຄູ່ກັບການພັດທະນາເສດຖະກິດ-ສັງຄົມນັ້ນ ໄດ້ກາຍເປັນບັນຫາເຄັ່ງຮ້ອນ ເຊິ່ງສະມາຊິກສະພາແຫ່ງຊາດ ແລະ ການນຳຂັ້ນສູງຂອງລາວ ສະແດງຄວາມເປັນຫ່ວງ ໂດຍຮຽກຮ້ອງໃຫ້ລັດຖະ ບານ ແກ້ໄຂຢ່າງຮີບດ່ວນ ໃນນັ້ນ ການຂຸດຄົ້ນແຮ່ທາດ, ການຂະຫຍາຍພື້ນທີ່ການຜະລິດກະສິກຳແບບຊະຊາຍ ແລະໂຄງການພັດທະນາອື່ນໆ ແມ່ນປະກອບສ່ວນເຮັດໃຫ້ປ່າໄມ້ດັ່ງເດີມຂອງລາວຫຼຸດລົງຢ່າງໄວວາ.
ເພື່ອຫຼຸດຜ່ອນການສູນເສຍປ່າໄມ້ດັ່ງເດີມຄືດັ່ງກ່າວ ຜູ້ຂຽນໄດ້ສັງລວມບາງທິດທາງ ໃນການແກ້ໄຂ ໂດຍເລັ່ງໃສ່ການຈັດສັນທີ່ດິນ-ປ່າໄມ້ ເປັນວຽກບູລິມະສິດ ເພື່ອຈັດສັນເນື້ອທີ່ທຳການຜະລິດຢ່າງພຽງພໍ ແລະ ເໝາະສົມໃຫ້ປະຊາຊາຊົນ ຫຼຸດຜ່ອນການບຸກລຸກປ່າສະຫງວນ, ປ່າໄມ້ດັ່ງເດີມ.
ພ້ອມນັ້ນ, ຂະບວນການ ໃຫ້ສຳປະທານທີ່ດິນ ຄວນໄດ້ຮັບພິຈາລະນາຢ່າງຮອບຄອບ, ປະເມີນຜົນກະທົບທາງ ສັງຄົມ-ສິ່ງແວດລ້ອມຢ່າງລະອຽດ. ການໃຫ້ສຳປະທານທີ່ດິນເພື່ອພັດທະນາຄວນຫຼີກລ່ຽງຢ່າງເດັດຂາດໃນເຂດ ຫຼື ໃກ້ຂອບເຂດປ່າສະຫງວນ ແລະປ່າໄມ້ດັ່ງເດີມ ເພື່ອລີກລ່ຽງການສວຍໃຊ້ໂອກາດບຸກລຸກຕັດໄມ້ ເຊິ່ງບັນຫານີ້ກໍຖືກຍົກຂຶ້ນໃນ ກອງປະຊຸມສະໄໝສາມັນ ຄັ້ງທີ 5 ທີ່ຜ່ານມາ ແລະສະເໜີວ່າ ຕໍ່ໄປນີ້ການສຳປະທານທີ່ດິນຄວນມີການປະມູນທີ່ໂປ່ງໃສ.
ການສ້າງຄວາມເຂັ້ມແຂງ, ເປັນລະບົບ ແລະທັນສະໄໝ ແກ່ການຄຸ້ມຄອງປ່າຫງວນ, ປ່າໄມ້ດັ່ງເດີມ ໂດຍບັງຄັບໃຊ້ລະບຽບກົດໝາຍທີ່ກ່ຽວຂ້ອງຢ່າງເຂັ້ມງວດນັ້ນເປັນຂອດສຳຄັນ. ຜ່ານມາການສ້າງ ປ່າສະຫງວນ, ການສ້າງອຸທິຍານແຫ່ງຊາດ ນັ້ນແມ່ນດີ ແຕ່ຕ້ອງເພີ່ມທະວີຄວາມເຂັ້ມແຂງການຄຸ້ມຄອງ, ຕິດຕາມກວດກາຂຶ້ນຕື່ມ. ການຈັດສັນອາຊີບ, ຊຸກຍູ້ການຜະລິດທີ່ຍືນຍົງ ໂດຍໄດ້ຮັບການສະໜັບສະໜູນຈາກພາກລັດ ຢ່າງໃກ້ຊິດນັ້ນ ເປັນສິ່ງຈຳເປັນຕໍ່ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ເຊິ່ງສາມາດປະກອບສ່ວນໃຫ້ອັດຕາການບຸກລຸກປ່າໄມ້ ດັ່ງເດີມຫຼຸດລົງ.
ເຖິງວ່າພວກເຮົາຈະຈັດງານ ສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ, ວັນສິ່ງແວດລ້ອມໂລກ ຫຼື ແມ່ນແຕ່ວັນ ສັດນໍ້າ-ສັດປ່າແຫ່ງຊາດ ຍິ່ງໃຫຍ່ປານໃດກໍຕາມ ແຕ່ຜົນສຸດທ້າຍຖ້າປ່າໄມ້ຍັງສືບຕໍ່ຫຼຸດລົງແຕ່ລະປີໄວຂຶ້ນຄືແນວນີ້ ກໍບໍ່ໄດ້ມີຄວາມໝາຍຫຼາຍພໍເທົ່າໃດ ເພາະຜົນສຸດທ້າຍ ສັດປ່າຫາທີ່ຢູ່ບໍ່ມີ, ຕົ້ນໄມ້ທີ່ປູກບໍ່ໃຫຍ່ ແຕ່ຕັດໄມ້ພັດຫຼາຍ, ມັນຈະສົ່ງຜົນສະທ້ອນອັນບໍ່ດີກັບຄືນມາ ສະນັ້ນ ຈົ່ງຮີບຮ້ອນປົກປັກຮັກສາປ່າໄມ້ລາວເຮົາໄວ້ເທາະ!