ສົ່ງເສີມການຜະລິດສິນຄ້າຍັງເປັນຮູບປະທຳໜ້ອຍ
ໂດຍ: ທ່ຽງທຳ
ເພ່ືອນຜູ້ອ່ານທີ່ຮັກແພງ, ໃນຊຸມປີຜ່ານມາມໍ່ໆນີ້ ເຖິງວ່າພັກ ແລະ ລັດຖະບານເຮົາໄດ້ເອົາໃຈໃສ່ເປັນພິເສດໃນການສົ່ງເສີມການຜະລິດສິນຄ້າຂອງປະຊາຊົນລາວບັນດາເຜົ່າ ແລະ ມີພຽງຫົນທາງດຽວທີ່ພວກເຮົາຈະສາມາດແກ້ໄຂສະພາບຄວາມທຸກຍາກຂອງປະຊາຊົນໄດ້ຕາມລະດັບຄາດໝາຍວາງໄວ້ ແລະ ສາມາດນຳເອົາປະເທດຊາດຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາໃນປີ 2020 ໄດ້ ແລະ ຈຸດໝາຍດັ່ງກ່າວ, ມາຮອດປັດຈຸບັນກໍຍັງພຽງປະມານ 2-3 ປີເທົ່ານັ້ນ, ແຕ່ມາເບິ່ງເຖິງຄວາມເປັນຈິງຂອງການບັນລຸເປົ້າໝາຍດັ່ງກ່າວແມ່ນຍັງມີຄວາມບອບບາງ. ຖ້າເວົ້າເລື່ອງລາຍຮັບແຫ່ງຊາດ ຕົ້ນຕໍກໍຈະແມ່ນຂະແໜງພະລັງງານ ແລະ ບໍ່ແຮ່, ສ່ວນທ່ອງທ່ຽວກໍພວມຢູ່ໃນຂັ້ນຕອນບຸກເບີກ ແລະ ນອກຈາກນັ້ນກໍຈະແມ່ນການອາໄສສົ່ງເສີມການຜະລິດສິນຄ້າພາຍໃນ, ແຕ່ມາເບິ່ງຄວາມເປັນຈິງກໍຍັງເຮັດໄດ້ໜ້ອຍ. ຜົນຜະລິດກະສິກຳຫຼາຍອັນທີ່ກະສິກອນເຮົາມີຄວາມອາດສາມາດ ແຕ່ເບື້ອງຕະຫຼາດຮອງຮັບພັດຍັງບໍ່ເປັນທີ່ແນ່ນອນ. ຕົວຢ່າງຄື: ການປູກສາລີ ແລະ ໝາກເດືອຍຂອງບັນດາແຂວງພາກເໜືອ ເມື່ອໄລຍະຕົ້ນກໍສາມາດຂາຍອອກຕະຫຼາດໃກ້ຄຽງເຮົາໄດ້ໃນລັກສະນະທ້ອງຖິ່ນກັບທ້ອງຖິ່ນ, ແຕ່ມາຮອດປັດຈຸບັນສິ່ງດັ່ງກ່າວໄດ້ຢຸດສະງັກລົງ ເນື່ອງຈາກຜູ້ຜະລິດຢູ່ປະເທດເຂົາກໍສາມາດເຮັດໄດ້. ຕໍ່ມາແມ່ນຂະບວນການປູກມັນຕົ້ນ ເພື່ອສະໜອງໃຫ້ໂຮງງານຜະລິດແປ້ງມັນຕົ້ນຢູ່ພາຍໃນ, ແຕ່ກໍເນື່ອງຈາກການຄຸ້ມຄອງບໍລິຫານບໍ່ດີ ເຮັດໃຫ້ໂຮງງານລົ້ມລະລາຍແລ້ວຜູ້ປູກມັນຕົ້ນເປັນຈຳນວນຫຼວງຫຼາຍກໍຕາຍໄປຕາມມັນ ແລະ ໃນປັດຈຸບັນແມ່ນຂະບວນການປູກໝາກນາວຂອງກະສິກອນເຮົາກໍເຮັດໄດ້ດີ, ແຕ່ເນື່ອງຈາກຕະຫຼາດຮອງຮັບບໍ່ແນ່ນອນ ເຮັດໃຫ້ຜົນຜະລິດດັ່ງກ່າວຂາຍບໍ່ອອກ, ປັດຈຸບັນໝາກນາວໂລໜຶ່ງຢູ່ນະຄອນຫຼວງວຽງຈັນມີພຽງ 2.000-3.000 ກີບກໍຍັງຂາຍຍາກ, ສ່ວນຢູ່ເຂດຊານເມືອງບ່ອນປູກໝາກນາວໄດ້ໃຫ້ກັນລ້າກໍກິນບໍ່ໝົດ.
ຈາກຈຸດນີ້ເຮົາຈຶ່ງເຫັນວ່າໃນຜ່ານມາ ພວກເຮົາສາມາດເຮັດໄດ້ພຽງໜ້າທີ່ສົ່ງເສີມ, ສ່ວນຈະຂາຍເປັນສິນຄ້າໄດ້ ຫຼື ບໍ່ກໍຍັງຢູ່ເບື້ອງຫຼັງ ແລະ ນີ້ແມ່ນໜ້າທີ່ຂອງໃຜ, ຄົນສ່ວນໃຫຍ່ກໍຈະຖິ້ມໃຫ້ຂົງເຂດອຸດສາຫະກຳ-ການຄ້າເປັນຝ່າຍວິ້ງເຕັ້ນ ເພື່ອຊອກຕະຫຼາດຮອງຮັບສິນຄ້າພາຍໃນເຮົາໃຫ້ໝັ້ນທ່ຽງ ຈຶ່ງຈະເຮັດໃຫ້ການຜະລິດມີຄວາມຍືນຍົງໄດ້. ເອົາລະ ! ເວົ້າແນວນີ້ກໍບໍ່ແມ່ນເພື່ອສອນແຂ້ລອຍນ້ຳດອກ, ໃນອະນາຄົດກໍຫວັງວ່າຂະແໜງການກ່ຽວຂ້ອງເພິ່ນຈະມີທິດທາງໄວ້ແລ້ວ ເພື່ອສາມາດສົ່ງເສີມການຜະລິດສິນຄ້າຂອງປະເທດເຮົານັບມື້ແຂງແຮງຍິ່ງຂຶ້ນ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ.