ທັດສະນະຂອງທ່ານຫົວໜ້າຫ້ອງການ ຄຊກລ ຕໍ່ກັບລະເບີດບໍ່ທັນແຕກ ທີ່ຕົກຄ້າງໃນ ສປປລາວ.
July 14, 2023 - 4:38 PM
ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຫຄຊກລ) ໄດ້ໃຫ້ທັດສະນະກ່ຽວກັບລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ໃນ ສປປລາວ, ເນື່ອງໃນໂອກາດ ຄົບຮອບ 50 ປີ ຂອງຂໍ້ຕົກລົງສັນຕິພາບປາຣີ ຕໍ່ກັບສຳນັກຂ່າວໜັງສືພິມ Nikkei ປະເທດຍີ່ປຸ່ນ ວັນທີ 10, ພ້ອມທັງ ເປັນການລາຍງານຄວາມຄືບໜ້າຂອງການປະຕິບັດວຽກດັ່ງກ່າວມາຮອດປັດຈຸບັນ.
ໂດຍທ່ານຫົວໜ້າຫ້ອງການ ຄຊກລ ໄດ້ກ່າວວ່າ: ສປປ ລາວ ພວກເຮົາຖ້າຄິດໄລ່ຕໍ່ຫົວຄົນ, ແມ່ນເປັນປະເທດທີ່ຖືກຖິ້ມລະເບີດໃສ່ຫຼາຍທີ່ສຸດໃນໂລກ. ຕະຫຼອດສົງຄາມອິນດູຈີນ (ປີ 1964-1973) ມີຫຼາຍກວ່າ 580.000 ຖ້ຽວບີນທີ່ຖິ້ມລະເບີດ ຫຼື ຖ້ຽວບິນຖິ້ມລະເບີດທຸກໆ 8 ນາທີ, 24 ຊົ່ວໂມງຕໍ່ມື້, ເປັນເວລາ 9 ປີ ແລະ ການສູ້ລົບທາງໜ້າດິນຢ່າງກວ້າງຂວາງ, ເຮັດໃຫ້ລະເບີດປະມານ 3 ລ້ານໂຕນ ຖືກຖິ້ມລົງໃສ່ ສປປ ລາວ. ລະເບີດລູກຫວ່ານໄດ້ຖືກນຳໃຊ້ຫຼາຍກວ່າ 270 ລ້ານໜ່ວຍ.
ໃນນັ້ນ ມີປະມານ 80 ລ້ານໜ່ວຍ ທີ່ບໍ່ທັນແຕກ ແລະ ຕົກຄ້າງ ຝັງຢູ່ໃນພູມສັນຖານຂອງ ສປປ ລາວ ຫຼັງສົງຄາມສິ້ນສຸດລົງ, ເຊິ່ງນັບແຕ່ຊຸມປີ 1996 ເປັນຕົ້ນມາ ລັດຖະບານລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ມີຄວາມພະຍາຍາມແກ້ໄຂບັນຫາ ລບຕ ທີ່ຕົກຄ້າງຢູ່ໃນຂອບເຂດທົ່ວປະເທດ ແລະ ສາມາດກວດກູ້ ລບຕ ອອກຈາກເນື້ອທີ່ທີ່ມີຜົນກະທົບ ລວມທັງໝົດ 77.775ເຮັກຕາ, ໃນນີ້ ກະສິກໍາ 60.808ເຮັກຕາ ແລະ ພັດທະນາ 16.966ເຮັກຕາ ໃນຈຳນວນ 18 ແຂວງ, 2.802 ບ້ານ ແລະ 37.483 ສະໜາມ, ທໍາລາຍລະເບີດໄດ້ທັງໝົດ 1.787.907 ໜ່ວຍ ແລະ ສໍາພາວຸດອື່ນໆ 739.719 ໜ່ວຍ.
ພ້ອມນັ້ນກໍຍັງມີຜູ້ເຄາະຮ້າຍຈາກອຸບັດຕິເຫດເກີດຂຶ້ນທັງໝົດ 1.098 ຄົນ (ບາດເຈັບ 814 ຄົນ, ເປັນແມ່ຍິງ 100 ຄົນ, ຜູ້ຊາຍ 329 ຄົນ, ເດັກຊາຍ 370 ຄົນ ແລະ ເດັກຍິງ 75 ຄົນ) ແລະ ເສຍຊີວິດ 284 ຄົນ (ເປັນແມ່ຍິງ 15 ຄົນ, ຜູ້ຊາຍ 154 ຄົນ, ເດັກຊາຍ 154 ຄົນ ແລະ ເດັກຍິງ 15 ຄົນ). (ຂໍ້ມູນອຸບັດເຫດແຕ່ ປີ 2008 ຫາ 2022).
ແຕ່ເຖິງຢ່າງໃດກໍຕາມ, ບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ແມ່ນເປັນອຸປະສັກອັນໃຫ່ຍຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ກີດຂວາງການພັດທະນາພື້ນຖານໂຄງລ່າງ, ໃນການແກ້ໄຂຄວາມທຸກຍາກ, ການເຂົ້າເຖິງພື້ນທີ່ການຜະລິດ ແລະ ການປັບປຸງຊິວິດການເປັນຢູ່ຂອງປະຊາຊົນ, ກະທົບຕໍ່ເສດຖະກິດ-ສັງຄົມ, ກະທົບຕໍ່ຊີວິດການເປັນຢູ່, ລວມທັງ ສະພາວະຄວາມທຸກຍາກ ແລະ ການຂາດແຄນສະບຽງອາຫານ ແມ່ນມີການພົວພັນຢ່າງສະໜິດແໜ້ນກັບບັນຫາ ລບຕ. ເນື່ອງຈາກ ສປປ ລາວ ເປັນປະເທດທີ່ມີພູມສັນຖານທຸລະກັນດານ, ມີພູພຽງ, ພູສູງ, ຫ້ວຍໜອງ ແລະ ແມ່ນໍ້າລໍາເຊ ທີ່ບໍ່ເອື້ອອໍານວຍ ແລະ ເປັນອຸປະສັກ ຈຶ່ງຈັດຕັ້ງປະຕິບັດການແກ້ໄຂ ລບຕ ໄດ້ຊ້າ, ສີ້ນເປືອງເວລາ ແລະ ງົບປະມານ ເຊິ່ງສະເລ່ຍການປົດປ່ອຍພື້ນທີ່ດິນສູງສຸດໃນແຕ່ລະປີປະມານ 7.000 ເຮັກຕາ ເທົ່ານັ້ນ. ຄຽງຄູ່ກັນນັ້ນ, ລະເບີດບໍ່ທັນແຕກກໍ່ມີການເຊາະໄຫຼໄປກັບແມ່ນໍ້າ, ດິນເຈື່ອນຖົມເລິກ ແລະ ມີຄວາມຜິດດ່ຽງລະຫວ່າງສະຖານທີ່ຢູ່ຂອງລະເບີດກັບຈຸດພິກັດການຖີ້ມລະເບີດ ທີ່ໄດ້ຮັບຂໍ້ມູນຈາກ ສ. ອາເມລິກາ. ນອກຈາກນີ້,ລະເບີດປະເພດອື່ນທີ່ມີການສູ້ຮົບທາງພາກພື້ນດິນ.
ປັດຈຸບັນພວກເຮົາແມ່ນໄດ້ໂຄສະນາສຶກສາຄວາມສ່ຽງໄພຢ່າງກວ້າງຂວາງ ໂດຍຜ່ານຫຼາຍຊ່ອງທາງເຊັ່ນ: ໜ່ວຍງານໂຄສະນາເຄື່ອນທີ່, ອາສາສະໝັກບ້ານ, ທີມງານພົວພັນຊຸມຊົນ; ໂຄສະນາຜ່ານສື່ອອນລາຍ, ໂທລະໂຄ່ງ, ວິທະຍຸ ແລະ ໄດ້ນຳເອົາວິຊາລະເບີດ ເຂົ້າໃນຫຼັກສູດຊັ້ນປະຖົມ ແລະ ວິທະຍາໄລສ້າງຄູ ນຳອີກ.
ຜ່ານມາ, ການສະໜັບສະໜູນຂະແໜງການແກ້ໄຂບັນຫາ ລບຕ ແມ່ນເຫັນວ່າຍັງບໍ່ທັນພຽງພໍຕາມຄວາມຮຽກຮ້ອງຕ້ອງການ. ໂດຍສະເພາະ ແມ່ນນັບແຕ່ປີ 1996 ເຖິງປີ 2022 ຜ່ານມາ 26 ປີລັດຖະບານ ສປປ ລາວ ຮ່ວມກັບອົງການຈັດຕັ້ງສາກົນ ໄດ້ມີຄວາມພະຍາຍາມແກ້ໄຂບັນຫາ ລບຕ ທີ່ຕົກຄ້າງຢູ່ໃນຂອບເຂດທົ່ວປະເທດສາມາດກວດກູ້ເນື້ອທີ່ ທີ່ມີຜົນກະທົບຈາກ ລບຕ ຖ້າຄິດສະເລ່ຍແລ້ວແມ່ນ 0,83% ຂອງເນື້ອທີ່, ທີ່ມີຜົນກະທົບໃນທົ່ວປະເທດເທົ່ານັ້ນ, ເນື່ອງຈາກວ່າ ເຕັກໂນໂລຊີ ເພື່ອຕອບສະໜອງໃຫ້ການແກ້ໄຂບັນຫາ ລບຕ ແມ່ນຍັງຫຍຸ້ງຍາກ ໂດຍສະເພາະ ການສໍາຫຼວດກວດກູ້ ແລະ ທໍາລາຍ, ບຸກຄະລາກອນ ຍັງມີຄວາມຈໍາກັດ ທາງດ້ານຄວາມຮູ້ເຕັກນິກວິຊາການ, ການຄຸ້ມຄອງບໍລິຫານຈັດການ ຢູ່ໃນຂະແໜງການ ລບຕ, ເຄື່ອງມື, ອຸປະກອນ, ພາຫະນະ ຍັງບໍ່ທັນພຽງພໍ ຕາມມາດຕະຖານແຫ່ງຊາດ, ລວມທັງ ທຶນສະໜັບສະໜູນຍັງບໍ່ທັນພຽງພໍກັບຄວາມຕ້ອງການຂອງຂະແໜງການ ດັ່ງກ່າວ.
ຕອນທ້າຍ ທ່ານ ຍັງໄດ້ສະເໜີການສະໜັບສະໜຸນຈາກລັດຖະບານປະເທດຍີ່ປຸ່ນ ໃນດ້ານ ການສ້າງຄວາມອາດສາມາດທາງດ້ານວຽກງານການຄຸ້ມຄອງບໍລິຫານຖານຂໍ້ມູນເຕັກໂນໂລຊີ, ອຸປະກອນເຄື່ອງມື, ພາຫະນະ, ໃນການສໍາຫຼວດກວດກູ້, ການໂຄສະນາສຶກສາຄວາມສ່ຽງໄພຈາກ ລບຕ, ການຄຸ້ມຄອງຄຸນນະພາບ, ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກ ລບຕ, ການພັດທະນາຄູຝຶກ,ພ້ອມສູນຝຶກປະຕິບັດງານ ຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ຂັ້ນສູນກາງ ແລະ ທ້ອງຖິ່ນ.