ສິນຄ້າກະສິກຳລາວ ແຕ່ປຸຍ ແລະ ອຸປະກອນຍັງເປັນສິນຄ້ານຳເຂົ້າ ເຮັດໃຫ້ຜົນຜະລິດຄວບຄຸມລາຄາບໍ່ໄດ້ ຈະແກ້ໄຂແນວໃດ ?
ໂດຍ: ມຶກບໍ່ແຫ້ງ
ບັນຫາທີ່ຊໍາເຮື້ອມາຍາວນານ ກ່ຽວກັບສິນຄ້າກະສິກຳຂອງລາວ ທີ່ມີຕົ້ນທຶນການຜະລິດຍັງສູງ, ລາຄາແພງ, ມີໜ້ອຍ ແລະ ຄຸນນະພາບຍັງບໍ່ທັນສູງນັ້ນ ເກີດຈາກຫຍັງ? ແລ້ວພວກເຮົາແກ້ໄຂບໍ່ໄດ້ແທ້ໆບໍ່?
ເປັນເລື່ອງຊັດເຈນວ່າ ຮອດເວລານີ້ ພວກເຮົາຍັງບໍ່ທັນສາມາດຜະລິດ ອາຫານກຸ້ມຕົນເອງໄດ້ເທື່ອ, ເຮັດໃຫ້ອາຫານການກິນແພງ ແລະ ເປັນປັດໄຈໜຶ່ງທີ່ເຮັດໃຫ້ລາຄາເງິນກີບລາວຕົກຕໍ່າໃນປັດຈຸບັນ, ປະຊາຊົນຜູ້ທີ່ມີລາຍຮັບຕໍ່າ ຫາ ປານກາງ ແມ່ນມີຜົນກະທົບຫຼາຍຕໍ່ການດຳລົງຊີວິດປະຈຳວັນ ໂດຍສະເພາະ ປະຊາຊົນທີ່ຂາດເຂີນທີ່ຢູ່ອາໄສໃນເຂດຕົວເມືອງ.
ແນ່ນອນປັດໄຈດັ່ງກ່າວ ສົ່ງຜົນກະທົບຕໍ່ຕົວຊີ້ວັດທາງສັງຄົມ ໂດຍສະເພາະອັດຕາຄວາມທຸກຍາກແທນທີ່ຈະຫຼຸດລົງ ແຕ່ສະພາບເສດຖະກິດປັດຈຸບັນອາດເປັນອຸປະສັກສຳຄັນໃນການບັນລຸເປົ້າໝາຍ. ນອກນັ້ນ ຈຳນວນນັກຮຽນປະລະການຮຽນເພີ່ມຂຶ້ນສູງ, ນັກສຶກສາຂັ້ນ ວິທະຍາໄລ-ມະຫາວິທະຍາໄລ ຫຼຸດລົງ 38-42%.
ເມື່ອບໍ່ດົນ ຜ່ານມາ ຜູ້ຂຽນໄດ້ເຂົ້າຮ່ວມການປຶກສາຫາລືກ່ຽວກັບການຜະລິດກະສິກຳ ເພື່ອການຄໍ້າປະກັນສະບຽງອາຫານ ແລະ ການສົ່ງເສີມສິນຄ້າກະສິກຳອິນຊີ ເຊິ່ງມີໂອກາດໄດ້ ສົນທະນາ ກັບປະຊາຊົນ ຜູ້ທີ່ປະກອບອາຊີບການປູກ ພືດ-ຜັກອິນຊີຂາຍ ຈຶ່ງຮູ້ໄດ້ວ່າການສົ່ງເສີມຂອງຂະແໜງການກະສິກຳ ພາກລັດ ຂັ້ນເມືອງ ຂັ້ນແຂວງ ຫຼື ນະຄອນ ນັ້ນຍັງບໍ່ເຮັດໄດ້ດີເທື່ອ, ຍັງບໍ່ໄດ້ໄປແທດເຖິງນຳປະຊາຊົນ ຜູ້ຜະລິດຕົວຈິງ ເຮັດໃຫ້ບັນຫາຕ່າງໆ ທີ່ປະຊາຊົນພົບພໍ້ນັ້ນ ແມ່ນປະຊາຊົນຊ່ວຍກັນແກ້ໄຂກັນເອງ.
ພ້ອມນັ້ນ, ການຄວບຄຸມລາຄາສິນຄ້າກະສິກຳໃນປະເທດເຮົາ ກໍ່ຍັງເຮັດໄດ້ຍາກເພາະຍັງມີການອະນຸຍາດໃຫ້ ນຳເຂົ້າສິນຄ້າກະສິກຳຈາກປະເທດໃກ້ຄຽງ ທີ່ມີພື້ນຖານການຜະລິດທີ່ເຂັ້ມແຂງ, ມີເຕັກນິກວິຊາການ ແລະ ການຜະລິດທີ່ທັນສະໄໝ ກວ່າເຮົາຕັ້ງຫຼາຍຮ້ອຍເທົ່າ, ລາຄາສິນຄ້າທີ່ນຳເຂົ້າ ອາດມີລາຄາທີ່ຖືກ ແລະ ຄຸນນະພາບດີກວ່າ. ເພາະສະນັ້ນ, ປະຊາຊົນ ຜູ້ປະກອບການຜະລິດພາຍໃນປະເທດເຮົາ ຈຶ່ງປະສົບພົບພໍ້ກັບການເຂົ້າເຖິງຕະຫຼາດ, ການຄວບຄຸມລາຄາ ມີບາງຄັ້ງ ຜັກຈາກກະສິກຳອິນຊີຍັງໄດ້ຂາຍເທົ່າກັບພືດຜັກທີ່ປູກທົ່ວໄປ. ສຸດທ້າຍເຮັດໃຫ້ປະຊາຊົນມີຄວາມຄິດທໍ້ຖອຍ ບໍ່ຢາກຜະລິດ ຍິ່ງປັດຈຸບັນ ຕົ້ນທຶນການຜະລິດທີ່ເພີ່ມສູງຂຶ້ນ ເນື່ອງຈາກ ຄ່ານໍ້າມັນ ແລະ ລາຄາຂອງປັດໄຈການຜະລິດທີ່ ຖີບຕົວສູງຂຶ້ນ ແລະ ອາດຫັນໄປເພິ່ງການນຳເຂົ້າຈາກຕ່າງປະເທດ ເຊັ່ນເຄີຍ.
ແຕ່ເຖິງຢ່າງໃດກໍຕາມ ຍັງເຊື່ອວ່າ ສປປ ລາວ ຍັງມີໂອກາດຢ່າງຫຼວງຫຼາຍທີ່ຈະເຮັດໃຫ້ ຂະແໜງການ ກະສິກຳພວກເຮົາເຂັ້ມແຂງ ເພາະເງື່ອນໄຂທາງທຳມະຊາດຍັງຄົບຖ້ວນສົມບູນ ຍັງເຫຼືອພຽງແຕ່ການສົ່ງເສີມ ຢ່າງຈິງຈັງ ແລະ ເດັດດ່ຽວເຂົ້າກະທົບໃສ່ເທົ່ານັ້ນ, ໃນຕົ້ນປີ 2022 ທີ່ຜ່ານມາ ລັດຖະບານເຮົາ ໄດ້ມີມາດຕະການຈະແຈ້ງ ຫ້າມນຳເຂົ້າປະເພດພືດຜັກ ເຊັ່ນ ກະລໍ່າ, ກະທຽມ, ຫົວຜັກບົ່ວໃຫຍ່ ແລະ ອື່ນໆ ລວມທັງຫ້າມ ນຳເຂົ້າປະເພດປາ ເຊັ່ນ ປານິນ ເພື່ອກະຕຸ້ນສົ່ງເສີມການຜະລິດພາຍໃນໃຫ້ເຂັ້ມແຂງ.
ການຜະລິດເພື່ອທົດແທນການນຳເຂົ້າ ແລະ ການຜະລິດ ເພື່ອການຄໍ້າປະກັນສະບຽງອາຫານ ແມ່ນບູລິມະສິດໜຶ່ງທີ່ສຳຄັນຂອງ ກະຊວງກະສິກຳ ແລະ ປ່າໄມ້ ແຕ່ເບື້ອງໃນການຈັດຕັ້ງປະຕິບັດຕົວຈິງ ແມ່ນຍັງ ພົບສິ່ງທ້າທາຍຫຼາຍປະການ ແຕ່ເຊື່ອວ່າລັດຖະບານກຳລັງເລັ່ງແກ້ໄຂ. ສິ່ງສຳຄັນກໍແມ່ນ ການລົງພື້ນຖານ ຊຸກຍູ້ປະຊາຊົນຢ່າງຈິງຈັງ ຂອງເຈົ້າໜ້າທີ່ ຂະແໜງກະສິກຳ ໄປຄວບຄູ່ກັບມາດຕະການ ຫ້າມເດັດຂາດບໍ່ອະນຸຍາດໃຫ້ມີການນຳເຂົ້າສິນຄ້າທີ່ພວກເຮົາຜະລິດໄດ້ພາຍໃນປະເທດໂດຍສະເພາະ ສິນຄ້າກະສິກຳ ທີ່ພວກເຮົາສາມາດຜະລິດເອງໄດ້ ຄຽງຄູ່ກັບການ ຊຸກຍູ້ສົ່ງເສີມ ແລະ ພັດທະນາບຸກຄະລາກອນ, ຜະລິດປຸ໋ຍ, ອາຫານສັດພາຍໃນປະເທດໃຫ້ພຽງພໍ ແລະ ພັດທະນາດ້ານອື່ນໆ. ດັ່ງຕົວຢ່າງ ສປ ຈີນ ໃນການສົ່ງວິຊາການສົ່ງເສີມ ການປູກ-ການລ້ຽງ ໄປຢູ່ປະຈຳຢູ່ນຳປະຊາຊົນ ຄອຍສົ່ງເສີມ ໃຫ້ຄຳປຶກສາ ຈົນປະຊາຊົນມີຄວາມເຂັ້ມແຂງເພີ່ງພາຕົນເອງໄດ້.
ມັນເຖິງເວລາແລ້ວ ທີ່ພວກເຮົາຄົນລາວໝົດທຸກຄົນ ກໍຄວນຍົກສູງສະຕິຊາດ ໃນການສົ່ງເສີມ ແລະ ນຳໃຊ້ຜະລິດຕະພັນພາຍໃນທີ່ເຮົາຜະລິດໄດ້ ໂດຍສະເພາະສິນຄ້າກະສິກຳເຮົາໃຫ້ກວ້າງຂວາງ ເຊິ່ງຈະນຳໄປສູ່ການພັດທະນາການຜະລິດທີ່ດີຂຶ້ນກວ່າເກົ່າ, ເພີ່ມສູງຂຶ້ນທັງປະລິມານ ແລະ ຄຸນນະພາບ, ລາຄາສົມເຫດສົມຜົນ ເງິນແຂງຄ່າຂຶ້ນຕື່ມ.