ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເນັ້ນໃຫ້ອົງຄະນະພັກ ມຊ ເອົາໃຈໃສ່ຍົກສູງຄຸນນະພາບວຽກງານການສຶກສາໃຫ້ມີປະສິດທິພາບ


ອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ມຊ ສະໄໝທີ V ເພື່ອເປັນການສະຫລຸບ ຕີລາຄາວຽກງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ວາງແຜນວຽກງານໃນຕໍ່ໜ້າ ແນໃສ່ເຮັດໃຫ້ວຽກງານເປັນໄປຕາມແຜນທີ່ວາງໄວ້ ແລະ ມີໝາກຜົນສູງຂຶ້ນ. ກອງປະຊຸມໄດ້ຈັດຂຶ້ນວັນທີ 26 ພຶດສະພາ 2023, ເປັນປະທານຂອງ ສະຫາຍ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ.
ສະຫາຍ ຮຸ່ງເພັດ ຈັນທະວົງ ຄະນະພັກ ກະຊວງສຶກສາທິການ ແລະ ກິລາ, ຮອງເລຂາຄະນະພັກ, ຮອງອະທິການບໍດີ ມຊ ໄດ້ຜ່ານບົດສະຫລຸບເຄິ່ງສະໄໝ ຂອງຄະນະບໍລິຫານງານພັກ ສະໄໝທີ v ຂອງ ມຊ ວ່າ: ຄະນະພັກມະຫາວິທະຍາໄລແຫ່ງຊາດ ໄດ້ຖືເອົາວຽກງານຄົ້ນຄວ້າ-ວິໄຈ ເປັນໜ້າທີ່ຕົ້ນຕໍ ແລະ ຖືສໍາຄັນຄຽງຄູ່ກັບການຮຽນການສອນ ແລະ ການໃຫ້ບໍລິການວິຊາການແກ່ສັງຄົມ ໂດຍແນໃສ່ຄົ້ນຄວ້າວິທະຍາສາດ ແລະ ນະວັດຕະກໍາໃໝ່ໃຫ້ເປັນຮູບປະທຳຫຼາຍຂຶ້ນ, ຊຶ່ງໄລຍະສອງປີເຄິ່ງຜ່ານມາ ສະແດງອອກໃນການຈັດງານວາງສະແດງຜົນງານທາງດ້ານວິຊາການ, ກິດຈະກໍາວັນວິທະຍາສາດ, ການຄັດເລືອກນັກຄົ້ນຄວ້າດີເດັ່ນ, ການສົ່ງນັກສຶກສາເຂົ້າຮ່ວມແຂ່ງຂັນນະວັດຕະກໍາລຸ່ມແມ່ນໍ້າຂອງ, ການແຂ່ງຂັນຫຸ່ນຍົນນານາຊາດ ແລະ ຈັດຕັ້ງກອງປະຊຸມວິທະຍາສາດລະດັບພາກພື້ນທີ່ຕິດພັນກັບຫົວຂໍ້ການພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ການພັດທະນາແບບຍືນຍົງ, ສໍາເລັດກອງປະຊຸມເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ລະດັບຊາດ ຄັ້ງ ທີ 8 ປີ 2021 “ວິທະຍາສາດ ເທັກໂນໂລຊີ ແລະ ນະວັດຕະກໍາ ເພື່ອການພັດທະນາແບບຍືນຍົງ ໃນຍຸກວິຖີຊີວິດແບບໃໝ່”.


ໂອກາດນີ້, ສະຫາຍ ຮສ.ປອ ພຸດ ສິມມາລາວົງ ໄດ້ມີຄຳເຫັນໂອ້ລົມ ແລະ ເນັ້ນໃຫ້ອົງຄະນະພັກ ມະຫາວິທະຍາໄລແຫ່ງຊາດ ສືບຕໍ່ເອົາໃຈໃສ່ ແລະ ເພີ່ມທະວີຄວາມຮັບຜິດຊອບວຽກງານການສຶກສາອົບຮົມການເມືອງແນວຄິດ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງ, ກວ້າງຂວາງເລິກເຊິ່ງດ້ວຍຫລາຍຮູບຫລາຍແບບ, ເພື່ອເຮັດໃຫ້ຖັນແຖວພະນັກງານ ສະມາຊິກພັກ, ຄູອາຈານ ແລະ ນັກສຶກສາ ມີຄວາມຮັບຮູ້, ເຂົ້າໃຈ, ກໍາແໜ້ນ ແລະ ເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ-ລັດ, ເຊື່ອມຊຶມນະໂຍບາຍ, ລະບຽບ, ແຜນຍຸດທະສາດການພັດທະນາການສຶກສາ ວິທະຍາສາດ ແລະ ກິລາ, ຕ້ອງກໍາແໜ້ນຢ່າງເລິກເຊິ່ງ ແລະ ກໍາໄດ້ທີ່ຕັ້ງພາລະບົດບາດ ໜ້າທີ່ການເມືອງຂອງມະຫາວິທະຍາໄລແຫ່ງຊາດ; ສືບຕໍ່ພັດທະນາຊັບພະຍາກອນມະນຸດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນໃຫ້ມີຄວາມສອດຄ່ອງກັບສະພາບໃນແຕ່ລະໄລຍະ, ກົມກຽວກັບແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາຂະແໜງການເສດຖະກິດໃນໄລຍະໃໝ່, ສືບຕໍ່ປັບປຸງການກໍ່ສ້າງພັກ-ພະນັກງານໃຫ້ຖືກຕ້ອງຕາມຫລັກການຂອງພັກ, ຫລັກການລວມສູນ ປະຊາທິປະໄຕ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຊັດເຈນ, ເອົາໃຈໃສ່ຫລັກການຕໍານິຕິຊົມຕົນເອງ ແລະ ຕໍານິກໍ່ສ້າງຊຶ່ງກັນ ແລະກັນ ດ້ວຍຄວາມຈິງໃຈ; ສືບຕໍ່ປັບປຸງກົງຈັກການຈັດຕັ້ງພັກ, ການຈັດຕັ້ງລັດໃຫ້ກະທັດລັດ, ຄົນຜູ້ໜຶ່ງຮັບຜິດຊອບຫລາຍວຽກແຕ່ມີປະສິດທິພາບ ມີປະສິດທິຜົນສູງ, ເອົາໃຈໃສ່ວຽກງານກວດກາພັກ-ກວດກາລັດ ຢ່າງເປັນລະບົບຕໍ່ເນື່ອງ ແລະ ສືບຕໍ່ຊຸກຍູ້ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ເດັດດ່ຽວກໍາຈັດປັດເປົ່າປະກົດການຫຍໍ້ທໍ້ ແລະ ພະຍາດຕ່າງໆ ທີ່ພາໃຫ້ເສຍຄວາມສາມັກຄີ, ເສື່ອມຖອຍດ້ານຄຸນສົມບັດສິນທໍາປະຕິວັດ ແບບແຜນການດໍາລົງຊີວິດທີ່ບໍ່ຖືກຕ້ອງ.
ຂ່າວ: ກສສ