ຮັກງົວໃຫ້ຜູກ ຮັກລູກໃຫ້ຕີ ອາດບໍ່ແມ່ນຜົນດີຕໍ່ເດັກນ້ອຍສະເໝີໄປ
ຫລາຍທ່ານເຄີຍໄດ້ຍິນ ຈື່ ແລະ ໄດ້ໃຊ້ສຸພາສິດບູຮານລາວ ທີ່ມີຄວາມໝາຍວ່າຢາກເບິ່ງແຍງລ້ຽງດູລູກ ໃຫ້ດີນັ້ນ ຕ້ອງເບິ່ງ ແລະ ລ້ຽງຢ່າງໃກ້ຊິດ, ແຕ່ເມື່ອເຮົາຮັກສິ່ງໃດແລ້ວ ກໍຕ້ອງລະມັດລະວັງ ຕ້ອງອົາໃຈໃສ່ຢ່າງຈົດຈໍ່ຕໍ່ສິ່ງນັ້ນໃຫ້ດີທີ່ສຸດ ຢ່າປ່ອຍຕາມໃຈ ຖ້າບໍ່ດັ່ງນັ້ນແລ້ວ ຕ້ອງເສຍໃຈນໍາຫລັງແມ່ນບໍ່ທ່ານຜູ້ອ່ານ! ຄຳວ່າ ຕີ ນັ້ນຊີ້ໃຫ້ເຫັນວ່າ ຮັກລູກເດີຈຶ່ງຕີ ຊຶ່ງໃນທີ່ສຸດກໍກາຍເປັນເລື່ອງຄວາມຂັດແຍ່ງເປັນເລື່ອງຖຽງກັນຢູ່ໃນສັງຄົມໂດຍໄດ້ຕັ້ງຄຳຖາມວ່າ ເວລາລູກເຮັດຫຍັງຜິດ ຄວນຕີ ຫລືບໍ່ ຖ້າວ່າພໍ່ແມ່ຜູ້ປົກຄອງ ຫລື ຄູບາອາຈານ ຕີ ກໍກາຍເປັນຜູ້ບໍ່ດີ ແລະ ຖ້າເຖິງຂັ້ນເລືອດຕົກຢາງອອກ ກໍກາຍເປັນເລື່ອງຂຶ້ນໂຮງຂຶ້ນສານ.
ເລື່ອງນີ້ ເປັນບັນຫາທີ່ຜູ້ໃຫຍ່ທັງຫລາຍໜັກອົກໜັກໃຈບໍ່ໜ້ອຍ ຊຶ່ງມີພໍ່ແມ່ຈຳນວນຫລາຍ ເລືອກຫົນທາງໂດຍການບໍ່ລົງໂທດ, ແຕ່ເມື່ອລູກກາຍເປັນນັກເລງອັນຕະພານ ພັດຖືກເບິ່ງວ່າຍ້ອນບໍ່ກ້າຕີລູກນັ້ນເອງ. ຄວາມຈິງແລ້ວ, ບໍ່ວ່າໃຜ ລ້ວນແຕ່ມີຄວາມຜິດ ຕ່າງແຕ່ວ່າໜ້ອຍ ແລະ ຫລາຍເທົ່ານັ້ນ, ຖ້າລູກເຮັດຜິດແລ້ວ ກໍຕ້ອງລົງໂທດ, ແຕ່ຕ້ອງເປັນການລົງໂທດຈາກຄວາມຮັກທີ່ແທ້ຈິງ. ແນວໃດກໍດີກ່ອນຈະລົງໂທດລູກນັ້ນ, ມີຫລາຍທ່ານໃຫ້ທັດສະນະວ່າ: 1.ຕ້ອງເບິ່ງກະສຽນອາຍຸຂອງລູກ. 2.ຕ້ອງເບິ່ງວ່າລູກທີ່ເຮັດຜິດນັ້ນຮ້າຍແຮງໃນລະດັບໃດ ແລະ 3.ພໍ່ແມ່, ຜູ້ປົກຄອງ ຫລື ຄູອາຈານ ຕ້ອງມີສະຕິ, ຮັກສາອາລົມໃຫ້ເປັນປົກກະຕິ.
ເມື່ອລົງໂທດລູກ ກໍຕ້ອງມີລະດັບ, ມີຂັ້ນຕອນທີ່ສົມເຫດສົມຜົນ ເປັນຕົ້ນຕ້ອງເລີ່ມຈາກການຕັກເຕືອນວ່າສິ່ງໃດຄວນເຮັດ, ບໍ່ຄວນເຮັດ ໂດຍພະຍາຍາມຫລີກເວັ້ນການຈົ່ມວ່າປ້ອຍດ່າໂດຍໃຫ້ຖືວ່ານີ້ເປັນການບອກລູກໃຫ້ຮູ້ເຫດຜົນວ່າ: ສິ່ງທີ່ເຮັດນັ້ນບໍ່ຖືກຕ້ອງແນວໃດ? ຂະນະດຽວກັນກໍຕ້ອງແນະນຳສິ່ງທີ່ເຮັດນັ້ນແມ່ນຫຍັງ? ສຳຄັນທີ່ສຸດຄືນ້ຳສຽງຕ້ອງໃຫ້ເປັນປົກກະຕິ, ແຕ່ໜັກແໜ້ນ ເພື່ອຈະເຮັດໃຫ້ລູກຮູ້ວ່າພຶດຕິກຳນັ້ນບໍ່ ເໝາະສົມຊຶ່ງຈຳເປັນຕ້ອງໄດ້ແກ້ໄຂ. ການທີ່ພໍ່ແມ່ຕັກເຕືອນນີ້ກໍເພາະບໍ່ຢາກເຫັນລູກເຮັດຜິດ ບໍ່ແມ່ນການຄຽດຊັງ ຫລື ບໍ່ຮັກ. ຖ້າວ່າຍັງເຫັນລູກ ສະແດງພຶດຕິກຳບໍ່ເໝາະສົມຕ້ອງໄດ້ສົ່ງສັນຍານເຕືອນໃຫ້ລູກຢຸດພຶດຕິກຳດັ່ງກ່າວ ຊິ່ຶງນ້ຳສຽງຍັງເປັນສິ່ງສຳຄັນຢູ່, ແຕ່ກໍຕ້ອງໜັກແໜ້ນກວ່າເກົ່າ ເພື່ອໃຫ້ລູກຮູ້ວ່າ ພໍ່ແມ່ເຮັດແທ້ເດີ ແລະ ເພື່ອເປັນການສ້າງໂອກາດໃຫ້ລູກແກ້ໂຕ ຫລື ກຽມຈິດກຽມໃຈໄວ້ຫາກຕ້ອງລົງໂທດລູກ. ຖ້າການຕັກເຕືອນບໍ່ໄດ້ຜົນກໍໃຫ້ໃຊ້ວິທີພາລູກໄປບ່ອນມິດໆ ຫລື ບ່ອນໃດໜຶ່ງພາຍໃນເຮືອນໂດຍບໍ່ມີອັນໃດດຶງດູດຄວາມສົນໃຈເພື່ອໃຫ້ລູກໄດ້ທົບທວນການປະພຶດຂອງຕົນເອງ ແຕ່ຕ້ອງຂຶ້ນກັບອາຍຸຂອງລູກ ຊິ່ຶງວິທີນີ້ເພື່ອໃຫ້ລູກສາມາດຄວບຄຸມສະມາທິ ແລ້ວກ້າວໄປສູ່ການຮຽນຮູ້ຄວບຄຸມຕົນເອງ ແລະ ຍອມຮັບຟັງຄວາມຄິດເຫັນຂອງຜູ້ອື່ນ, ແຕ່ຕ້ອງໄດ້ຕິດຕາມຢ່າງໃກ້ຊິດເພື່ອຄວາມປອດໄພຂອງລູກ. ເມື່ອເຖິງຕອນບໍ່ປ່ຽນແປງແທ້ໆນັ້ນ, ສຸດທ້າຍກໍຕ້ອງລົງໂທດໂດຍການຕີ( ຖ້າຫລີກເວັ້ນໄດ້ກໍໃຫ້ຫລີກເວັ້ນ) ເພາະວິທີນີ້ຖ້າມີເຫດຜົນບໍ່ພຽງພໍ ຫລື ລົງໂທດຕາມອາລົມຂອງການຢາກຮ້າຍ, ຄຽດຊັງແລ້ວ ຈະເປັນຜົນເສຍຫລາຍທີ່ສຸດ. ແລ້ວຈະເຮັດແນວໃດ?
1. ຢ່າຕີລູກຕະຫລອດເພາະຈະນຳໄປສູ່ການລຶ້ງເຄີຍ ຫລື ບໍ່ດັ່ງນັ້ນຈະເຮັດໃຫ້ລູກຕໍ່ຕ້ານຫລາຍຂຶ້ນ.
2. ຢ່າຕີຍ້ອນອາລົມຢາກຮ້າຍ, ຄຽດຊັງ ເພາະເມື່ອເຮົາມີອາລົມຈະເຮັດໃຫ້ເຮົາຕີແຮງຂຶ້ນໆ ຊຶ່ງຈະສົ່ງຜົນເຮັດໃຫ້ລູກຢ້ານ ແລະ ບໍ່ຍອມຢູ່ໃກ້ພໍ່ແມ່ອີກ.
3. ຢ່າໃຊ້ອຸປະກອນທີ່ອັນຕະລາຍຕີລູກ ຊຶ່ງນອກຈາກເຮັດໃຫ້ເກີດບາດແປ້ວແລ້ວຍັງກະທົບເຖິງຈິດໃຈຢ່າງຮ້າຍແຮງເພາະເມື່ອໃດລູກມີສະຕິຄືນມາ ກໍຄິດວ່າພໍ່ແມ່ບໍ່ຮັກ. ເມື່ອເປັນດັ່ງນີ້ຜູ້ທີ່ເສຍໃຈຫລາຍທີ່ສຸດຄືພໍ່ແມ່ນັ້ນເອງ.
4. ຢ່າຕີ ຕໍ່ໜ້າຄົນອື່ນ ເພາະຈະເຮັດໃຫ້ລູກອາຍ.
ດີຫລືບໍ່ທີ່ຜູ້ໃຫຍ່ຕ້ອງເຂົ້າໃຈທໍາມະຊາດຂອງເດັກນ້ອຍ, ເມື່ອໃດພວກເຂົາຖືກຕີຢາກບໍ່ຢາກຕ້ອງຄິດວ່າຍ້ອນອາລົມຮ້າຍ, ຄຽດຊັງ ແລະ ມັນຈະຕິດຕ້ອຍຫ້ອຍຕາມລູກໄປຕະຫລອດຊີວິດ. ຂະນະດຽວກັນ, ການລົງໂທດລູກຈາກສາຍຕາ, ທ່າທາງ ແລະ ການປ້ອຍດ່າອາດຈະສ້າງຄວາມເຈັບແຄ້ນແໜ້ນໃຈຕໍ່ລູກຫລາຍ ກວ່າການໃຊ້ອຸປະກອນຕີ ແທ້ ຫລືບໍ່. ຈາກນີ້ຈຶ່ງບໍ່ມີສູດໃດໆລົງໂທດລູກ, ແຕ່ກໍບໍ່ສະເໝີໄປເພາະມີສູດໜຶ່ງຄິດວ່າເປັນສູດດີທີ່ສຸດນັ້ນຄືຄວາມຮັກ, ຄວາມເມດຕາ ກະລຸນາ ນັ້ນເອງ.