ທະນາຄານກາງສະຫະລັດ ປັບຂຶ້ນອັດຕາດອກເບ້ຍອີກ 0.25% ຈາກ 5% ເປັນ 5.25%
May 5, 2023 - 9:23 AM


ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 3 ພຶດສະພາ 2023 ຜ່ານມາ, ທະນາຄານກາງສະຫະລັດ (Fed) ຕັດສິນໃຈຂຶ້ນອັດຕາດອກເບ້ຍມາດຕະຖານເປັນຄັ້ງທີ 10 ພາຍໃນ 14 ເດືອນ ໂດຍເພີ່ມອີກ 0.25% ຈາກ 5% ເປັນ 5.25% ເຊິ່ງນັບເປັນອັດຕາສູງສຸດໃນຮອບ 16 ປີ ເພື່ອຮັກສາສະຖຽນລະພາບຂອງອັດຕາເງິນເຟີ້.
Fed ເລີ່ມຂຶ້ນອັດຕາດອກເບ້ຍໃນປີຜ່ານມາ ເພື່ອຕໍ່ສູ້ກັບອັດຕາເງິນເຟີ້ໃນສະຫະລັດ ທີ່ເພີ່ມຂຶ້ນສູງໃນຮອບຫລາຍທົດສະວັດ ແຕ່ມາດຕະການຂອງ Fed ເຮັດໃຫ້ຕົ້ນທຶນການກູ້ຢືມສູງຂຶ້ນ ສົ່ງຜົນໃຫ້ກິດຈະກຳໃນຫລາຍພາກສ່ວນ ເປັນຕົ້ນແມ່ນ: ການຊື້ເຮືອນ ຖົດຖອຍລົງ ແລະ ຍັງມີບົດບາດສຳຄັນໃນການລົ້ມລະລາຍຂອງທະນາຄານ 3 ແຫ່ງ ໃນສະຫະລັດເມືາອບໍ່ດົນມານີ້.