ຂໍໃຫ້ທັງໄດ້ເງິນ ແລະ ອາຊີບ
ໂດຍ: ກ້ອງສ່ອງ ອິດສະຫຼະ
ນັບແຕ່ບ້ານເມືອງເຮົາເລີ່ມມີການສ້າງສາພັດທະນາເປັນຕົ້ນມາ ເຫັນວ່າແຮງານລາວໄດ້ທະຍອຍກັນໄປອອກແຮງງານຢູ່ຕ່າງ ປະເທດຢ່າງຫຼາຍສົມຄວນ ໃນນີ້ຈໍານວນໜຶ່ງກໍໄປປະເທດ ສ.ເກົາຫຼີ, ໄປຍີ່ປຸ່ນ ແລະ ຫຼາຍກວ່າໝູ່ກໍແມ່ນປະເທດເພື່ອນບ້ານເຮົານີ້ເອງ ຄືປະເທດໄທ. ການໄປປະເທດ ສ.ເກົາຫຼີ ແລະ ຍີ່ປຸ່ນສ່ວນຫຼາຍກໍແມ່ນໄດ້ຄັດຈ້ອນເອົາຕາມວິຊາຊີບທີ່ມີຄວາມຖະໜັດ ເຊິ່ງເຂົາກໍຕ້ອງການ ແລະ ໄປຕາມຂັ້ນຕອນຂອງກົດໝາຍ ໂດຍແມ່ນພາກສ່ວນກ່ຽວຂ້ອງ ຫຼື ບໍລິສັດຈັດຫາງານເປັນຜູ້ອໍານວຍຄວາມສະດວກໃນການໄປ. ສ່ວນວ່າໄປໄທນັ້ນກໍມີຫຼາຍຮູບແບບ ແລະ ຫຼາຍວິທີການ ທັງຖືກກົດໝາຍ ແລະ ຜິດກົດໝາຍ. ອັນສາເຫດຂອງມັນກໍຍ້ອນວ່າລາວກັບໄທເປັນບ້ານໃກ້ເຮືອນຄຽງ, ມີສາຍຍາດຕິດຕໍ່ກ້ຽວພັນກັນ ແລະ ສອງມາກໍເຫັນວ່າການໄປອອກ ແຮງງານຢູ່ໄທມັນໄປງ່າຍມາງ່າຍ, ເວົ້າແຈ້ງຄົນຢູ່ແຖວຊົນນະບົດພາກັນຂີ່ເຮືອຂ້າມຂອງໄປຫາຍາດພີ່ນ້ອງ ຫຼື ຜູ້ລື້ງເຄີຍຮັກແພງ ກໍເປັນອັນວ່າໄດ້ໂລດ. ສະນັ້ນ ໃນຜ່ານມາຈຶ່ງມີຜູ້ໄປດີມາດີ, ຜິດແດ່ຖືກແດ່. ເມື່ອຕົກຢູ່ໃນກໍລະນີທີ່ກ່າວມານີ້, ບາງຄົນຜູ້ໂຊກດີກໍ ຫາເງິນຫາຄໍາໄດ້ອີ່ຫຼີ ສາມາດຝາກເງິນມາໃຫ້ພໍ່ແມ່, ຊຸກຍູ້ຖານະຄອບຄົວໃຫ້ມີຢູ່ມີກິນຊ່ວຍຫຼຸດພົ້ນອອກຈາກຄວາມທຸກຍາກ. ແຕ່ກົງກັນຂ້າມ ມີບາງຄົນ ແລະ ບາງກໍລະນີຜູ້ໂຊກບໍ່ເຂົ້າຂ້າງກໍຕົກຢູ່ໃນເຄືອຂ່າຍຂອງການຄ້າມະນຸດ, ຖືກກົດຂີ່ຂົ່ມເຫັງ, ຂູດຮີດ ແຮງງານສາລະພັດຢ່າງ, ຊ້ຳບໍ່ໜໍາ ບາງລາຍຍັງຖືກທຸບຕີທໍລະມານ, ກັກຂັງໂໜ່ມໜ່ຽວ ທັງຈໍາກັດການເຄື່ອນໄຫວໃນບໍ່ໃຫ້ອອກນອກບໍ່ໃຫ້ເຂົ້າອັນເປັນການຈໍາກັດສິດໃນການເປັນມະນຸດຈົນວ່າມີຜົນສະທ້ອນເຖິງຄຸນນະພາບຊີວິດຍ້ອນການກະທໍາທີ່ໄຮ້ດຽງສາ ຂອງຜູ້ໃຊ້ແຮງງານ ກໍຄືນາຍຈ້າງຜູ້ໂຫດຫ້ຽມດັ່ງເຮົາເຫັນແຫຼ່ງຂ່າວໃນໄລຍະຜ່ານມາ.
ຈາກສະພາບ ແລະ ຕົ້ນເຫດທີ່ເກີດຂຶ້ນນັ້ນ, ມາຮອດປັດຈຸບັນທາງລັດຖະບານສອງປະເທດ ໂດຍສະເພາະໜ່ວຍງານກ່ຽວ ຂ້ອງ ຄືກະຊວງແຮງງານຂອງສອງປະເທດ ລາວ-ໄທ ກໍໄດ້ພ້ອມກັນພະຍາຍາມແກ້ໄຂບັນດາປາກົດການ ແລະ ສິ່ງຫຍໍ້ທໍ້ຕ່າງໆເຫຼົ່ານັ້ນໃຫ້ເຂົ້າສູ່ລະບົບ ແລະ ຂັ້ນຕອນຂອງກົດໝາຍ ເຊິ່ງມາຮອດປັດຈຸບັນກໍກ້າວຂຶ້ນຈັດຕັ້ງຫ້ອງການປະສານງານເພື່ອປັບສະຖາ ນະພາບແຮງງານລາວຢູ່ໄທ ອັນເປັນການສ້າງເງື່ອນໄຂ ແລະ ອໍານວຍຄວາມສະດວກໃຫ້ມີການເຄື່ອນໄຫວດ້ວຍຮູບການທີ່ສອດ ຄ່ອງ ແລະ ຖືກຕ້ອງຕາມກົດໝາຍ ທັງຖືກຕ້ອງກັບສະພາບ ແລະ ຈຸດພິເສດຂອງແຕ່ລະປະເທດ. ນີ້ຄືບາດກ້າວອັນໃໝ່ ແລະ ສໍາຄັນແຫ່ງການພົວພັນສາມັກຄີ ແລະ ຄວາມເອົາໃຈໃສ່ຂອງສອງຝ່າຍເພື່ອເຮັດໃຫ້ຄວາມສໍາພັນລະຫວ່າງປະຊາຊົນສອງຊາດ ລາວ-ໄທ ໄດ້ໄປມາຫາສູ່ກັນໃນເງື່ອນໄຂສອງປະເທດກ້າວເຂົ້າການເຊື່ອມໂຍງ ແລະ ເຊື່ອມຈອດບົນເສັ້ນທາງສາມເສົາຄ້ຳຂອງປະ ຊາຄົມອາຊຽນ.
ຕາມເຮົາວ່າ, ກ່າວເຖິງການໄປອອກແຮງງານຢູ່ຕ່າງປະເທດມັນບໍ່ສະເພາະແຕ່ຄົນບ້ານເຮົາໄປຫາບ້ານເພິ່ນ. ສ່ວນວ່າທາງ ບ້ານເພິ່ນມາຫາບ້ານເຮົາມັນກໍບໍ່ໄດ້ອຶດໄດ້ຢາກ ເປັນຕົ້ນຢູ່ບ້ານເຮົາດຽວນີ້ມີຫຼາຍກວ່າໝູ່ແມ່ນຄົນຫວຽດນາມ, ຕໍ່ມາກໍມີຄົນຈີນ, ຄົນໄທ ແລະ ປະເທດອື່ນໆເກືອບເວົ້າໄດ້ວ່າທົ່ວໂລກ. ບັນດາກຸ່ມຄົນ ແລະ ບຸກຄົນເຫຼົ່ານີ້ ສ່ວນໜຶ່ງເຂົາເຈົ້າມາເປັນກໍາມະກອນຮັບ ຈ້າງ, ເປັນນັກວິຊາການ, ເປັນນາຍຊ່າງ, ເປັນນັກທຸລະກິດ, ເປັນຜູ້ທໍາມາຄ້າຂາຍຫາເງິນຫາຄໍາລ້ຽງຊີບ. ນັ້ນຄືສິ່ງທີ່ຫຼີກເວັ້ນບໍ່ໄດ້ໃນສັງຄົມຍຸກປັດຈຸບັນ ແລະ ກໍບໍ່ມີປະເທດໃດທີ່ຈະປະຕິເສດໄດ້, ແຕ່ອັນສໍາຄັນຢູ່ບ່ອນວ່າເຮົາໄປຢູ່ປະເທດໃດກໍຕ້ອງໄດ້ເຂົ້າໃຈເລື່ອງຮີດຄອງປະເພນີ ແລະ ປະຕິບັດກົດໝາຍຂອງປະເທດນັ້ນຢ່າງເຄັ່ງຄັດ. ແຕ່ສິ່ງທີ່ຜູ້ຂຽນຢາກເນັ້ນເປັນບັນຫາຫຼັກໆນັ້ນແມ່ນເຮັດວຽກອັນໃດກໍຢາກໃຫ້ກາຍເປັນອາຊີບເມື່ອຮອດກໍານົດກົດເກນແລ້ວເວລາກັບບ້ານກໍຂໍໃຫ້ໄດ້ເງິນ ແລະ ທັງໄດ້ອາຊີບຕິດຕົວ ເຊັ່ນວ່າເຮັດວຽກກໍ່ສ້າງກໍຂໍໃຫ້ເປັນນາຍຊ່າງກໍ່ສ້າງທີ່ຊໍນານງານ, ເຮັດວຽກປຸງແຕ່ງອາຫານກໍຂໍໃຫ້ເປັນແມ່ຄົວທີ່ປຸງແຕ່ງອາຫານເກັ່ງ ຕະຫຼອດຮອດວິຊາຊາຊີບອື່ນໆທີ່ຖືກຕ້ອງຕາມກົດໝາຍ. ໃນເມື່ອເຮົາເອງມີວິຊາອາຊີບເຕັມຕົວແລ້ວ ເວລາກັບມາບ້ານເຮົາກໍມີໂອກາດໄດ້ປະກອບອາຊີບເປັນຂອງຕົນເອງ ທັງເປັນການປະກອບສ່ວນສ້າງສາພັດທະນາປະເທດຊາດຂອງຕົນໃຫ້ມີຄວາມຈະເລີນກ້າວໜ້າ. ຊາຜູ້ຂຽນໄດ້ເຫັນຫຼາຍຄົນໄປອອກແຮງງານຢູ່ຕ່າງປະເທດເຂົາໄດ້ມີໂອກາດເຂົ້າເຮັດວຽກຢູ່ບ່ອນບໍລິການສ້ອມແປງລົດ. ບາດເວລາກັບມາບ້ານເກີດເຂົາກໍຕັ້ງຮ້ານສ້ອມແປງລົດ ທັງຂາຍອາໄຫຼ່, ທັງບໍລິການສ້ອມແປງ ແລະ ທັງນໍາເອົາບົດຮຽນດ້ານເຕັກນິກວິຊາການ, ມີທຶນມີຮອນຊື້ວັດຖຸອຸປະກອນທີ່ທັນສະໄໝເຂົ້າມານໍາໃຊ້ໃນກິດຈະການຂອງຕົນເອງໄດ້ເປັນຢ່າງດີ. ກົງກັນຂ້າມ ພັດມີຈໍານວນບໍ່ໜ້ອຍຫາເງິນຫາຄໍາໄດ້ແລ້ວເພິ່ນກິນຊະກິນຊາຍ, ຊື້ໂທລະສັບມືຖືລາຄາແພງໆມາອວດອ້າງ, ຊໍ້າບໍ່ໜໍາພັດນຸ່ງກະໂປງຫ້ຽນຈົນເຫັນຮອດງ່າຂາມແຖມດ້ວຍຜົມສີທອງ, ຊໍ້າບໍ່ໜໍາເພິ່ນຍັງອວດວ່າ: “ຫາກໍມາແຕ່ເມືອງນອກ ວ່າຊັ້ນ !” ນີ້ລະຄົນເຮົາຂອງແນວຄິດບໍ່ຄືກັນ ນາໆຈິດຕັງ ວາຕະສັງຄະລາ.