ລະດັບນ້ຳທະເລທົ່ວໂລກ ຈະເພີ່ມຂຶ້ນຫລາຍກວ່າ 2 ເທົ່າ
April 27, 2023 - 9:33 AM


ສຳນັກຂ່າວຣອຍເຕີລາຍງານ: ອົງການ ອຸຕຸນິຍົມໂລກ (WMO) ເປີດເຜີຍວ່າ: ລະດັບນ້ຳທະເລ ທົ່ວໂລກ ພວມເພີ່ມຂຶ້ນ ຫລາຍກວ່າ 2 ເທົ່າ ເມື່ອທຽບໃສ່ ການວັດແທກໃນປີ 1993-2002, ແລະ ໄດ້ສ້າງ ສະຖິຕິໃໝ່ ໃນປີກາຍ. ພ້ອມເຕືອນວ່າທ່າອ່ຽງ ດັ່ງກ່າວ ຈະຍັງຄົງສືບຕໍ່ໄປອີກໃນຫລາຍປີ ຕໍ່ໜ້າ. ຫລັງຈາກ ໄດ້ຮັບຜົນກະທົບ ຈາກການປ່ຽນແປງສະພາບດິນຟ້າອາກາດເຮັດໃຫ້ ນ້ຳກ້ອນຂົ້ວໂລກເໜືອ ລະລາຍໄວ້ຂຶ້ນ ແລະ ລະດັບ ຄວາມຮ້ອນໃນມະຫາສະໝຸດ ທີ່ສູງ ເປັນປະຫວັດສາດ ມີສ່ວນເຮັດໃຫ້ ລະດັບນ້ຳທະເລ ສູງຂຶ້ນໂດຍສະເລ່ຍ 4,62 ມີລິແມັດຕໍ່ປີ ໃນລະຫວ່າງປິ 2013 ຫາ 2022 ເພີ່ມຂຶ້ນ ຕາມຕົວເລກ ດັ່ງກ່າວ.