WHO ກັງວົນຊູດັງສ່ຽງພົບອັນຕະລາຍທາງຊີວະພາບ ຫລັງກອງກໍາລັງຝ່າຍໜຶ່ງເຂົ້າຢຶດຫ້ອງທົດລອງ


ເຈົ້າໜ້າທີ່ຂອງອົງການສະຫະປະຊາຊາດ (UN) ເປີດເຜີຍວ່າ: ກອງກໍາລັງທະຫານຝ່າຍໜຶ່ງຂອງຊູດັງໄດ້ເຂົ້າຄວບຄຸມຫ້ອງທົດລອງສາທາລະນະສຸກແຫ່ງຊາດໃນນະຄອນຫລວງຄາທູມ ເຊິ່ງເປັນສະຖານທີ່ໃຊ້ກັກເກັບສານຊີວະພາບ ແລະ ເຊື້ອພະຍາດຕ່າງໆ ຖືເປັນການເຄື່ອນໄຫວທີ່ອັນຕະລາຍສໍາລັບປະຊາຊົນ.
ດຣ. ນິມາ ຊາອີດ ອາບິດ (Nima Saeed Abid) ຜູ້ແທນອົງການອະນາໄມໂລກ (WHO) ໃນຊູດັງ ອອກມາສະແດງຄວາມກັງວົນວ່າ: “ໜຶ່ງໃນຝ່າຍກອງກໍາລັງທີ່ກໍາລັງຕໍ່ສູ້ກັນ” ໄດ້ຢຶດຫ້ອງທົດລອງໃນນະຄອນຫລວງຄາທູມ ແລະ ໄລ່ເຈົ້າໜ້າທີ່ປະຈໍາຫ້ອງທົດລອງອອກທັງໝົດ ໂດຍບໍ່ໄດ້ລະບຸແນ່ນອນວ່າຜູ້ທີ່ເຂົ້າຄວບຄຸມຫ້ອງທົດລອງເປັນກອງທັບຊູດັງ ຫລື ກອງກໍາລັງເຄິ່ງທະຫານ Rapid Support Forces (RSF).
UN ໄດ້ປະກາດຂ່າວດັ່ງກ່າວໃນວັນທີ 25 ເມສາ. ພ້ອມເຕືອນວ່າ: ຈະມີຜູ້ອົບພະຍົບໜີອອກຈາກຊູດັງເພີ່ມຂຶ້ນອີກ ເຖິງວ່າກອງທັບຊູດັງ ແລະ ກອງກໍາລັງເຄິ່ງທະຫານ RSF ຈະເຮັດຂໍ້ຕົກລົງຢຸດຍິງເປັນເວລາ 72 ຊົ່ວໂມງແລ້ວກໍຕາມ.
ການສູ້ຮົບດັ່ງກ່າວເຮັດໃຫ້ສະຖານະການຂອງຊູດັງຕົກຢູ່ພາຍໃຕ້ຄວາມວຸ້ນວາຍ ຊໍ້າຕື່ມເຮັດໃຫ້ເສດຖະກິດ ແລະ ສະພາບການເປັນຢູ່ຂອງປະຊາຊົນຮ້າຍແຮງໄປກວ່າເກົ່າ ໂດຍກ່ອນຈະມີການສູ້ຮົບເກີດຂຶ້ນນັ້ນ UN ເຄີຍຄາດຄະເນວ່າ: 1 ໃນ 3 ຂອງປະຊາຊົນຊາວຊູດັງປະມານ 16 ລ້ານຄົນຕ້ອງການການຊ່ວຍເຫລືອ ແລະ ຄາດວ່າໃນອະນາຄົດຕົວເລກດັ່ງກ່າວຈະສູງຂຶ້ນອີກ.