ລາວຈະສູ້ຊົນໃຫ້ຄວາມທຸກຍາກຫລຸດລົງຕາມຄາດໄວ້

- 1620753 600174100050630 2018362241 n - ລາວຈະສູ້ຊົນໃຫ້ຄວາມທຸກຍາກຫລຸດລົງຕາມຄາດໄວ້
- kitchen vibe - ລາວຈະສູ້ຊົນໃຫ້ຄວາມທຸກຍາກຫລຸດລົງຕາມຄາດໄວ້

ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນໄລຍະຜ່ານມາເຫັນວ່າມີຄວາມຄືບໜ້າດີ ແລະ ສາມາດບັນລຸໄດ້ຕາມຄາດໝາຍວາງໄວ້ເປັນສ່ວນໃຫຍ່ ແລະ ໃນຕໍ່ໜ້ານີ້, ຖ້າບັນດາຂະແໜງການແຕ່ຂັ້ນສູນກາງ ແລະ ທ້ອງຖິ່ນຫາກສຸມທຶນຮອນເຂົ້າໃສ່ບ້ານທຸກຍາກໄປຕາມຈຸດສຸມທີ່ກໍານົດໄວ້ກໍຈະສາມາດຫລຸດພົ້ນອອກຈາກສະພາບຄວາມທຸກຍາກໄດ້ໃນ 2020.

ກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ສໍາລັບແຕ່ທ້າຍປີ 2017 ຮອດປີ 2018 ແມ່ນຈະສູ້ຊົນລຶບລ້າງຄອບຄົວທຸກຍາກໃຫ້ໄດ້ 4.833 ຄອບຄົວ ໃຫ້ຍັງເຫລືອ 66.139 ຄອບຄົວ ເທົ່າກັບ 5,67% ຂອງຈໍານວນຄອບຄົວທັງໝົດ, ລຶບລ້າງບ້ານທຸກຍາກໃຫ້ໄດ້ 220 ບ້ານ, ໃຫ້ຫລຸດລົງຍັງເຫລືອ 1.291 ບ້ານເທົ່າກັບ 15,10% ຂອງຈໍານວນບ້ານທັງໝົດ, ລຶບລ້າງເມືອງທຸກຍາກໃຫ້ໄດ້ 2 ເມືອງ, ໃຫ້ຍັງເຫລືອ 21 ເມືອງເທົ່າກັບ 14,18% ຂອງຈໍານວນເມືອງທັງໝົດ, ສ້າງບ້ານພັດທະນາໃຫ້ໄດ້ 100 ບ້ານ, ເພີ່ມຂຶ້ນເປັນ 4.078 ບ້ານເທົ່າກັບ 47,70% ຂອງຈໍານວນບ້ານທັງໝົດ, ສ້າງບ້ານໃຫຍ່ໃຫ້ກາຍເປັນຕົວເມືອງນ້ອຍໃນຊົນນະບົດໃຫ້ໄດ້ແຂວງລະ 2-3 ບ້ານ ແລະ ສຸມໃສ່ສ້າງ 20 ຈຸດສຸມຂອງສູນກາງ ແລະ 71 ຈຸດສຸມຂອງທ້ອງຖິ່ນ ໃຫ້ມີພື້ນຖານໜັກແໜ້ນ ເພື່ອສ້າງເປັນໃຈກາງບໍລິການທາງດ້ານເສດຖະກິດ-ສັງຄົມ ແລະ ວັດທະນາທໍາ ໄປຕາມທິດ 3 ສ້າງ ເພື່ອຮັບປະກັນໃຫ້ຮາກຖານມີສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍສະຫງົບປອດໄພ ແລະ ເພື່ອຮັບປະກັນໃຫ້ຄາດໝາຍສູ້ຊົນດັ່ງກ່າວບັນລຸແຜນການວາງໄວ້, ຂະແໜງການກ່ຽວຂ້ອງຈະສຸມໃສ່ປັບປຸງການຈັດຕັ້ງວຽກງານພັດທະນາຊົນນະບົດ ແລະ ສະຫະກອນໃຫ້ສໍາເລັດໃນທົ່ວປະເທດ ແລະ ສ້າງກົນໄກການປະສານງານໃຫ້ກົມກຽວ ແລະ ມີປະສິດທິຜົນ, ປັບປຸງມາດຕະຖານພົ້ນທຸກ ແລະ ພັດທະນາຕາມມະຕິກອງປະຊຸມລັດຖະບານ ແລະ ສະເໜີນາຍົກລັດຖະມົນຕີລົງລາຍເຊັນປະກາດໃຊ້ໃນໄວໆນີ້, ສືບຕໍ່ປັບປຸງ, ຮຽບຮຽງຮ່າງກົດໝາຍວ່າດ້ວຍການຈັດສັນພູມລໍາເນົາ ແລະ ອາຊີບໝັ້ນຄົງໃຫ້ປະຊາຊົນບັນດາເຜົ່າ ເພື່ອສະເໜີຜ່ານສະພາແຫ່ງຊາດພິຈາລະນາຮັບຮອງໂດຍໄວ ແລະ ເອົາໃຈໃສ່ຄຸ້ມຄອງ, ຕິດ

ຕາມ, ຊຸກຍູ້ ແລະ ກວດກາການຈັດຕັ້ງປະຕິບັດແຜນການລົງທຶນຂອງລັດເຂົ້າໃນວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກຈໍານວນ 1.377 ກວ່າຕື້ກີບທີ່ສະພາແຫ່ງຊາດຮັບຮອງແລ້ວໄດ້ດໍາເນີນໄປຕາມແຜນການວາງໄວ້ ແລະ ມີປະສິດທິຜົນແນວໃດ ແລະ ສືບຕໍ່ເພີ່ມທະວີການຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ສາກົນ ເພື່ອຍາດແຍ່ງການຊ່ວຍເຫລືອດ້ວຍຮູບການຕ່າງໆ ເພື່ອຈັດຕັ້ງປະຕິບັດບັນດາໂຄງການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກໃຫ້ສໍາເລັດຕາມຄາດໝາຍວາງໄວ້.

- 4 - ລາວຈະສູ້ຊົນໃຫ້ຄວາມທຸກຍາກຫລຸດລົງຕາມຄາດໄວ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!