ສື່ໃໝ່ສື່ເກົ່າກໍມີຄຸນຄ່າເທົ່າກັນ
ໂດຍ: ກ້ອງສ່ອງ ອິດສະຫຼະ
ໃນເງື່ອນໄຂທີ່ວິທະຍາສາດ ແລະ ເຕັກໂນໂລຊີພວມມີການພັດທະນາກ້າວໜ້າລ້ຳຍຸກແລະ ທັນສະໄໝໄປຕິກໆ ໄດ້ກາຍເປັນໜຶ່ງໃນປັດໃຈທີ່ສ້າງໃຫ້ລະບົບແນວຄິດ ແລະ ການກະທໍາຂອງຄົນເຮົານັບມື້ມີການປ່ຽນແປງໄປຢ່າງຕັ້ງໜ້າ. ນອນຢູ່ໃນບັນຫາຕ່າງໆທີ່ເກີດຂຶ້ນເຊິ່ງກາຍເປັນຈິດຕະສາດສັງຄົມ ກໍຄືຄວາມຮັບຮູ້ຈາກສິ່ງໃໝ່ໆໄດ້ເຂົ້າມາທົດແທນອັນເກົ່າຢ່າງຕໍ່ເນື່ອງ ແລະ ເປັນລະບົບນັ້ນກໍຄືສື່ອອນລາຍ ຫຼື ທີ່ເອີ້ນກັນວ່າ: “ຂ່າວໃໝ່”. ໃນສັງຄົມຍຸກປັດຈຸບັນ ເຖິງວ່າສື່ອອນລາຍ ຫຼືວ່າ ສື່ໃໝ່ມັນເກີດມາຕາມຫຼັງ, ແຕ່ມັນຍິ່ງດັງກວ່າເກົ່າ ຍ້ອນວ່າມັນທັນສະໄໝ ແລະ ມີຂໍ້ດີໃນຫຼາຍດ້ານ ເປັນຕົ້ນການສົ່ງຂໍ້ມູນຂ່າວສານຜ່ານສື່ອອນລາຍມັນວ່ອງໄວທັນໃຈ ສາມາດຮູ້ເຫັນໄດ້ຢ່າງຄົບເຄື່ອງ ແລະ ຊັດເຈນ ທັງໄດ້ເບິ່ງ, ໄດ້ຊົມ, ໄດ້ຟັງບັນດາເຫດການທີ່ມັນເກີດຢູ່ພາຍໃນພາຍນອກ ຫຼືວ່າ ຢູ່ໃນທົ່ວໂລກໄດ້ຢ່າງສະດວກສະບາຍ. ຖ້າຈະເວົ້າແຈ້ງແລ້ວ ການບໍລິໂພກບັນດາແຫຼ່ງຂໍ້ມູນຂ່າວສານຕ່າງໆຜ່ານສື່ອອນລາຍມັນໃຊ້ເວລາພຽງສັ້ນໆກະທັດຮັດແບບບໍ່ໄດ້ເສຍເວລາພໍທີ່ຈະມານັ່ງອ່ານ, ນັ່ງຟັງ, ນັ່ງຄິດ ແລະ ນັ່ງວິເຄາະເຈາະເລິກ ເພາະທຸກສິ່ງທຸກຢ່າງມັນມີຢູ່ໃນໂນດບຸກ ແລະ ໂທລະສັບມືຖື ຈະໄປໃສມາໃສກໍເບິ່ງໄດ້ເຫັນໄດ້ ແລະ ຮູ້ໄດ້ສາລະພັດຢ່າງ. ນັ້ນຄືສິ່ງທີ່ເຮັດໃຫ້ສື່ໃໝ່ມີບົດບາດຕໍ່ສັງຄົມ ແລະ ຕໍ່ຄົນເຮົາໃນຍຸກໂລກາພິວັດ. ແນວໃດກໍດີ, ຕາມເຮົາວ່າ ສື່ໃໝ່ມັນກໍມີຈຸດອ່ອນ ແລະ ອັນຈໍາກັດຢູ່ບ່ອນວ່າ ມັນກໍບໍ່ສາມາດສະໜອງຂໍ້ມູນທຸກແງ່ມຸມແລະ ທຸກເຫດການທີ່ເກີດຂຶ້ນໃນສັງຄົມບ້ານເມືອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຄົນເຮົາ. ອັນສອງມາທຸກຂໍ້ມູນຂ່າວສານທີ່ມີໃນສື່ອອນລາຍມັນກໍມີທັງອັນດີ ແລະ ອັນບໍ່ດີ, ມັນມີທັງຂອງຈິງ ແລະ ຂອງປອມ ແລະ ມີອັນຕັ້ງໜ້າ ແລະ ຫຍໍ້ທໍ້. ສະນັ້ນ, ຖ້າເຮົາບໍ່ມີຫຼັກໝັ້ນໃນຕົນເອງແດ່ ທັງບໍ່ມີວິຈາລະນາຍານໃນການບໍລິໂພກກໍຈະເຮັດໃຫ້ເຮົາຕົກຢູ່ໃນຫຼຸມຂອງສື່ອອນລາຍ ທັງອັນດີ ແລະ ສິ່ງຫຍໍ້ທໍ້. ຈາກນັ້ນກໍເກີດແນວຄິດໄຄ່ວເຂແລ້ວສະແດງອອກໃນດ້ານພຶດຕິກໍາຖືເອົາປາກົດການມາເປັນຕົວຕັ້ງໂດຍບໍ່ຄໍານຶງເຖິງທາດແທ້, ກໍເລີຍເຮັດໃຫ້ການຮັບເອົາຂໍ້ມູນຂ່າວສານເປັນອັນຜິດພາດ ເປັນຕົ້ນແມ່ນເວົ້າເລື່ອງຫວຍຂູດວ່າມີຜູ້ຖືກ 100 ລ້ານ ວ່າຊັ້ນ ! ແຕ່ຜ່ານການພິສູດຢ່າງລະອຽດອ່ອນພັດວ່າມັນເປັນຂອງປອມ.ສຸດທ້າຍມັນກໍລາມພະລາມຈົວໄປຮອດຫວຍທວາຍເຕະບານ ແລະ ຫວຍອື່ນໆຕ້ອງໄດ້ແຈບມັບໄປຕາມໆກັນໃນເຄືອຂ່າຍຂອງຫວຍພັດທະນາໄປຕາມວາດ.
ໄປຄຽງຄູ່ກັບວົງການສື່ໃໝ່ໄດ້ເກີດຂຶ້ນ ແລະ ມີການພັດທະນາກ້າວໄປກັບຂະບວນວິວັດທະນາການຂອງໂລກ, ສື່ເກົ່າໝາຍຄວາມວ່າສື່ສິ່ງພິມຕ່າງໆກໍມີການພັດທະນາກ້າວໄປພ້ອມໆກັນ ເປັນຕົ້ນໃນສະໄໝກ່ອນເວົ້າເຖິງໜັງສືພິມພວກເຮົາຂຽນເອົາແລ້ວກໍໄປອ່ານສູ່ກັນຟັງ, ຕໍ່ມາກໍຂຽນເປັນຫຼາຍສະບັບ, ກ້າວໄປແກ່ວງໃສ່ຈັກໂລນຽວ, ຕໍ່ມາກໍມີເຄື່ອງຈັກພິມກ້າວຂຶ້ນມີເຄື່ອງຈັກທີ່ທັນສະໄໝພິມສອດສີ ແລະ ອື່ນໆ ຂໍວ່າແຕ່ເຮົາຕ້ອງການ. ສ່ວນວ່າທາງດ້ານເນື້ອໃນນັ້ນກໍເຫັນວ່າມີຫຼາຍດ້ານທີ່ອຸດົມສົມບູນດ້ວຍເນື້ອຫາສາລະຕ່າງໆ ເປັນຕົ້ນຂໍ້ມູນຂ່າວສານ ແລະ ສາລະໜ້າຮູ້ປະເພດຕ່າງໆທີ່ມັນເກີດຢູ່ໃນສັງຄົມ ແລະ ໃນໂລກ, ແຕ່ຈຸດພິເສດຄ້າງຄາຂອງສື່ເກົ່ານັ້ນເສຍທີແຕ່ມັນອ່າວຊັກຊ້າ ໂດຍສະເພາະແມ່ນໜັງສືພິມກວ່າຈະໄດ້ອ່ານແມ່ນຕ້ອງໃຊ້ເວລາເປັນມື້ສອງມື້. ຈຸດໜັກແມ່ນຢູ່ເຂດຊົນນະບົດສອກຫຼີກຫ່າງໄກຫາໜັງສືພິມຈະມາອ່ານກໍບໍ່ມີ ຍ້ອນການແຈກຢາຍກໍບໍ່ທົ່ວເຖິງສົມທົບກັບການພິມຈໍາໜ່າຍກໍມີອັນຈໍາກັດ ແລະ ນັບທັງການບໍລິຫານຈັດການຂອງຜູ້ຜະລິດ, ຜູ້ຈໍາໜ່າຍ ນັບທັງຜູ້ບໍລິການກໍມີອັນຂ້ອງໆຄາໆກ້ຽວກອດພັນກັນປານເຈັກຂາຍລວດ, ຊ້ຳບໍ່ໜໍາສົມທົບກັບຄົນລາວເຮົາອ່າວຂີ້ຄ້ານອ່ານໜັງສືພິມ ແລະ ສື່ສິ່ງພິມຕ່າງໆແດ່ມັນກໍເລີຍເຂົ້າກັນເປະປານເປົາໝາກແປດຈຶ່ງເຮັດໃຫ້ວົງການສື່ເກົ່າມັນຕົກລະດັບດ້ານຄຸນຄ່າວ່າມັນເປັນອັນຫລ້າຫຼັງ ວ່າຊັ້ນ !.
ເຖິງຢ່າງໃດກໍດີ, ເທົ່າທີ່ຜູ້ຂຽນໄດ້ຕິດຕາມເບິ່ງວົງການສື່ຂອງລາວເຮົາ ບໍ່ວ່າສື່ໃໝ່ສື່ເກົ່າມັນກໍມີຄຸນຄ່າເທົ່າກັນ. ເປັນຫຍັງຈຶ່ງວ່າແນວນັ້ນ ? ຍ້ອນວ່າສື່ໃໝ່ສ່ວນໜຶ່ງເພິ່ນກໍເກັບກໍາເອົາຂ່າວຄາວໃນໜັງສືພິມໄປລົງຂ່າວເໝືອນກັນ ເຫຼືອນັ້ນຈຶ່ງແມ່ນຂ່າວເນື້ອຫາສາລະແບບທົ່ວໄປ ນັບທັງເລື່ອງຈິງເລື່ອງປອມ ແລະ ອັນຕັ້ງໜ້າຫຍໍ້ທໍ້. ສະຫຼຸບແລ້ວ, ລະຫວ່າງສື່ເກົ່າກັບສື່ໃໝ່ກໍມີຂໍ້ດີຂໍ້ເສຍທີ່ແຕກຕ່າງກັນໄປ. ນອກຈາກນັ້ນ ກໍມີການພົວພັນກັນຢ່າງກົມກຽວດ້ວຍຫຼາກຫຼາຍສີສັນປຽບເໝືອນປະເພດອາຫານທີ່ຢັ່ງຢາຍຢູ່ໃນໂຕະ ຫຼື ຢູ່ໃນຕະຫຼາດ ສຸດແລ້ວແຕ່ຜູ້ຈະເລືອກຊື້ເລືອກຂາຍ, ເລືອກກິນເລືອກໃຊ້ຕາມອັດທະຍາໃສຂອງແຕ່ລະຄົນ. ແຕ່ອັນສໍາຄັນທີ່ສຸດແມ່ນຂອດປັງປຸງຕົນເອງໃຫ້ຢູ່ລອດ ແລະ ຢູ່ໄດ້ຢ່າງໝັ້ນຄົງ. ຊາທິດກໍ່າຄິດ ຖ້າຫາກສື່ເກົ່າເຮັດຕາມສະຕາຍອັນເກົ່າ, ເຮັດຄືເກົ່າ ແລະ ເວົ້າແບບອັນເກົ່າ, ຊໍ້າບໍ່ໜໍາມີອັນຜິດໆຖືກໆເຮັດຫຍັງກໍພໍແຕ່ມ້າມແປະພຸງຢຸດໆຢ່ອນໆ ແລະ ເຮັດຄືໂສ້ບໍ່ເຄັ່ງ ແນ່ນອນສື່ເກົ່າກໍຈະເສຍທ່າໃຫ້ສື່ໃໝ່ມາກືນກິນໂດຍປະລິຍາຍໄປເຂົ້າຢູ່ໃນຈິດໃຈຂອງຄົນເຮົາປານຄົນຕິດຝິ່ນ.