Instagram ທົດສອບຟີເຈີ Stories ໃຫ້ແຊໄປໃນ Facebook
September 8, 2017 - 9:56 AM


Instagram ເລີ່ມທົດສອບຟີເຈີ Stories ໃຫ້ສາມາດແຊໄປຍັງ Facebook ໄດ້ຄືໂພສຮູບພາບ.
ໃນວັນທີ 7 ກັນຍານີ້ ເວັບໄຊ TechCrunch ໄດ້ລາຍງານວ່າ: ມີຜູ້ໃຊ້ບາງສ່ວນພົບ Instagram ກໍາລັງເລີ່ມທົດສອບຟີເຈີ Stories ໃນແອັບ ໃຫ້ສາມາດແຊ Stories ຕ່າງໆໄປຍງໜ້າ Facebook ໄດ້ຄືການແຊ ຫຼື ໂພສຮູບພາບ ຫຼື ວິດີໂອທີ່ສາມາດເຮັດໄດ້ກ່ອນໜ້ານີ້. ສໍາລັບການແຊຟີເຈີດັ່ງກ່າວໄປຍັງ Facebook ທາງຜູ້ພັດທະນາເຊື່ອວ່າໜ້າຈະເຮັດໃຫ້ Facebook Stories ທີ່ບໍ່ຄ່ອຍເປັນທີ່ນິຍົມຫຼາຍ ໄດ້ຮັບຄວາມນິຍົມຫຼາຍຂຶ້ນກວ່າເກົ່າ.


ທັງນີ້ ຫຼັງຈາກມີຜູ້ພົບເຫັນການທົດສອບຟີເຈີດັ່ງກ່າວບໍ່ດົນ ຕົວແທນຂອງທີມງານ Instagram ຄົນໜຶ່ງກໍໄດ້ອອກມາຢືນຢັນວ່າ: ການທົດສອບດັ່ງກ່າວທີ່ຫຼຸດອອກໄປນັ້ນເປັນຄວາມຈິງ.