ບັນຍາກາດການລົງທຶນໃນ ສປປ ລາວ: ຜະຫຍາ ຫຼືເງິນ?
ການສ້າງບັນຍາກາດໃນການລົງທຶນທີ່ດີແມ່ນປັດໄຈສຳຄັນໃນການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ແລະສັງຄົມ ແຕ່ບັນຍາກາດດັ່ງກ່າວນັ້ນດີພຽງພໍແລ້ວບໍໃນ ສປປ ລາວ ?
ສປປ ລາວ ມີອັດຕາການຈະເລີນເຕີບໂຕທາງດ້ານເສດຖະກິດ ສະເລ່ຍແລ້ວ 7% ໃນສອງທົດສະຫວັດທີ່ຜ່ານມາ. ສ່ວນຫຼວງຫຼາຍແລ້ວການປະກອບສ່ວນທີ່ສຳຄັນມາຈາກ ອຸດສາຫະກຳທີ່ອີງໃສ່ຊັບພະຍາກອນທຳມະຊາດ ແລະທ່າອ່ຽງດັ່ງກ່າວນີ້ກໍຍັງຈະສືບຕໍ່ໃນອະນາຄົດ. ແຕ່ຢ່າງໃດກໍດີ ການເຕີບໃຫຍ່ທາງດ້ານເສດຖະກິດຂອງລາວນັ້ນ ຍັງເປັນສິ່ງບອບບາງ. ຄຸນລັກສະນະທີ່ສໍາຄັນຂອງບັນຍາກາດໃນການລົງທຶນ ຍັງເຄືອບໄວ້ຂອງຄວາມຂຸ່ນມົວ ແລະບໍ່ສາມາດຄາດເດົາເຖິງຄວາມເປັນໄປໄດ້ຢ່າງຊັດແຈ້ງ ເຊິ່ງຖືກຈັດໃນລຳດັບທີ 134 ຂອງທັງໝົດ 189 ປະເທດ ວ່າດ້ວຍດັດສະນີຄວາມງ່າຍ ຂອງການດຳເນີນທຸລະກິດ ໃນສປປລາວໃນປີ 2016, ສະນັ້ນມັນເປັນສິ່ງສະທ້ອນໃຫ້ເຫັນເຖິງຄວາມຈຳເປັນໃນການປະຕິຮູບໃຫ້ດີລື່ນເກົ່າ.
ການປະເມີນ ກ່ຽວກັບບັນຍາກາດການລົງທຶນ ຂອງທະນາຄານໂລກ ໃນ ສປປລາວ ປີ 2014 ໃຫ້ຮູ້ວ່າ ບັນດາຫົວໜ່ວຍທຸລະກິດຈຳນວນຫຼາຍ ກຳລັງປະສົບພົບພໍ້ກັບອຸປະສັກຂອງການຂາດແຮງງານທີ່ມີສີມື, ມີຄວາມຊຳນານ ແລະບໍ່ຕໍ່າກວ່ານັ້ນ ຈຳນວນແຮງງານທີ່ມາສະໝັກວຽກກໍມີຈຳນວນໜ້ອຍແທ້ໆ ເຖິງແມ່ນຈະເປັນວຽກທີ່ຮຽກຮ້ອງ ຄວາມຊຳນານຂັ້ນພື້ນຖານ ອັນເຮັດໃຫ້ ຫຼາຍໂຮງຈັກໂຮງງານ ຂາດແຄນແຮງງານອັນຈຳເປັນ, ອີງຕາມຕົວເລກຂອງ ທະນາຄານໂລກ ປະຈຳ ສປປລາວ (2015) ເພິ່ນໃຫ້ຮູ້ວ່າ 20% ຂອງບັນດາບໍລິສັດທີ່ລົງທຶນໃນ ສປປລາວ ທີ່ໄດ້ຮັບການສຳຫຼວດ ປະສົບພົບພໍ້ກັບບັນຫາດັ່ງກ່າວເຖິງຂັ້ນຮຸນແຮງ ເຊິ່ງນັບວ່າເປັນອຸປະສັກອັນດັບໜຶ່ງ, ອຸປະສັກສຳຄັນທີ່ຮອງລົງມາ ຄືຄວາມບໍ່ຊື່ສັດ (ກວມ 15%), ນອກນັ້ນ 13% ແມ່ນປະສົບກັບບັນຫາທີ່ກ່ຽວຂ້ອງກັບໄຟຟ້າ, ລະບຽບການຄ້າ ແລະອັດຕາພາສີ ເຊິ່ງກໍໃຫ້ເກີດອຸປະສັກບໍ່ໜ້ອຍຕໍ່ການລົງທຶນເຊັ່ນກັນ.
ເມື່ອເປັນເຊັ້ນນັ້ນ, ຜູ່ຊ່ຽວຊານຫຼາຍທ່ານກໍມີຄຳເຫັນຫຼາຍອັນຕໍ່ການປັບປຸງໃຫ້ດີຂຶ້ນ ໂດຍສະເພາະຄ່າໃຊ້ຈ່າຍໃນການດຳເນີນທຸລະກິດ ໃຫ້ກຳນົດຊັດເຈນ ປາສະຈາກຄວາມຮຽກຮ້ອງຄ່າຕອບແທນເປັນການສ່ວນຕົວໃດໆ, ສ້າງລັດແຫ່ງກົດໝາຍໃຫ້ປະກົດເປັນຈິງ, ມີລະບຽບການທີ່ ຄັກແນ່ ກ່ຽວກັບການເສຍພາສີຂອງພາກສ່ວນເອກະຊົນ. ສິ່ງສຳຄັນເຮົາຍອມຮັບວ່າ ແຮງງານເຮົາຍັງມີລະດັບການສຶກສາ ແລະສີມືແຮງງານລະດັບອອ່ນນ້ອຍ ເຊິ່ງມັນເປັນຂອດສຳຄັນທີ່ພວກເຮົາຄວນແກ້ ດ້ວຍການພັດທະນາສືແຮງງານໃຫ້ມີປະສິດທິພາບຢ່າງວ່ອງໄວ, ພ້ອມນັ້ນ ການລົງທຶນໃສ່ໂຄງຮ່າງພື້ນຖານທີ່ເປັນຫົວໃຈສຳຄັນຂອງການລົງທຶນ ແມ່ນຄວາມຈຳເປັນອັນເລັ່ງດ່ວນ ຄຽງຄູ່ກັບການປັບປຸງ ຂະແໜງການເງິນ ທີ່ເປັນພາກສ່ວນທີ່ໃຫ້ຄວາມສະດວກຂອງການລົງທຶນນັ້ນ ໃຫ້ເຂັ້ມແຂງ ແລະທັນສະໄໝຍິ່ງຂຶ້ນ.
‘ຄົນທຳມະດາຈະວາງແຜນໃນມື້ນຶ່ງ ແຕ່ຄົນສະຫລາດຈະມີແຜນເປັນປີ ຫຼື ຫຼາຍປີ’ ໃນສິ່ງທີ່ເຂົາເຈົ້າຈະເຮັດ ເຊິ່ງມັນກໍຄືກັນກັບການລົງທຶນ, ເຮົາເລືອກເອົາວ່າຈະເອົາຜົນປະໂຫຍດຈໍ້ໆ ຫຼືຈະຄິດເຖິງອະນາຄົດທີ່ດີໃນອະນາຄົດ ຫຼື ຍາວນານ, ຖ້າເຮົາໄດ້ຈາກການລົງທຶນພຽງເປັນເງິນຂອງເຮົາ ເຊື່ອໄດ້ວ່າບໍ່ດົນຄົງເຫືອດແຫ້ງ ແລະບໍ່ຊຸ່ມເຢັນ ແຕ່ຫາກເຮົາຮຽກຮ້ອງຈາກການລົງທຶນດ້ວຍການສ້າງຊັບພະຍາກອນທີ່ເປັນຄົນມີຄວາມຮູ້ ມີຜະຫຍາ ມີຄວາມຊຳນານ ບວກກັບການສ້າງຄວາມເຊື່ອໝັ້ນ ແລະໃຫ້ຄວາມສະດວກ ດ້ວຍຈິດໃຈ ເພື່ອຄວາມກ້າວໜ້າຮ່ວມກັນລະຫວ່າງເຮົາ ກັບນັກລົງທຶນແລ້ວ ແນ່ນອນຜົນປະໂຫຍດອາດບໍ່ຢູ່ໃນແວດລ້ອມທີ່ຈຳກັດ ແຕ່ຫາກຈະແຜ່ຜາຍອອກໄປໃນວົງກວ້າງ ແລະໝັ້ນຄົງ ເພາະສະນັ້ນ ໃນເລື່ອງນີ້ ຄຳເວົ້າທີ່ວ່າ “ເງິນເຕັມພາ ບໍ່ເທົ່າຜະຫຍາເຕັມຫົວ” ອາດຈະເຂົ້າກັນໄດ້ດີ.