ແຂວງຈຳປາສັກ ເປີດນໍາໃຊ້ຫ້ອງນໍ້າສາທາລະນະ, ສະອາດມາດຕະຖານອາຊຽນ ຢູ່ສະຖານທີ່ທ່ອງທ່ຽວວັດພູສະເຫລົ້າ ເພື່ອສົ່ງເສີມການທ່ອງທ່ຽວ


ພິທີມອບ-ຮັບ ແລະ ເປີດນໍາໃຊ້ຫ້ອງນໍ້າສາທາລະນະ, ສະອາດມາດຕະຖານອາຊຽນ ຢູ່ສະຖານທີ່ທ່ອງທ່ຽວວັດພູສະເຫລົ້າ ເມືອງໂພນທອງ ແຂວງຈໍາປາສັກ, ໄດ້ມີຂຶ້ນວັນທີ 5 ມັງກອນ 2023 ໂດຍການມອບຮັບລະຫວ່າງ ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງ ແລະ ທ່ານ ນາງ ສຸກສະໄໝ ເພັດສະລາດ ຮັກສາການຫົວໜ້າຫ້ອງການ ຖວທ ເມືອງໂພນທອງ.
ໂຄງການກໍ່ສ້າງຫ້ອງນໍ້າສາທາລະນະທີ່ວັດພູສະເຫລົ້າແມ່ນເກີດມາຈາກ ກິດຈະກຳຂອງໂຄງການປະຈຳປີ 2022 ໂຄງການຂັ້ນສູນກາງ ກໍຄືຂັ້ນແຂວງ ທີ່ເຫັນເຖິງຄວາມສຳຄັນຂອງສະຖານທີ່ທ່ອງທ່ຽວວັດພູສະເຫລົ້າ, ມີນັກທ່ອງມາທ່ຽວຫລາຍ, ແຕ່ຍັງຂາດຫ້ອງນໍ້າທີ່ສະອາດຕອບສະໜອງພຽງພໍບໍລິການແຂກ ຫລັງຈາກໂຄງການຂັ້ນສູນກາງໄດ້ເຫັນດີເລືອກເອົາວັດພູສະເຫລົ້າແລ້ວ, ຄະນະຮັບຜິດຊອບໂຄງການຂັ້ນແຂວງໄດ້ປະສານກັບຫ້ອງການ ຖວທ ເມືອງໂພນທອງ, ອໍານາດການປົກຄອງບ້ານຄັນແຍງ ແລະ ເຈົ້າອະທິການວັດໃນ ການເລືອກຈຸດກໍ່ສ້າງ ແລະ ສືບຕໍ່ດໍາເນີນການຂໍອະນຸຍາດສະຖານທີ່ກໍ່ສ້າງຈາກອຳນາດການປົກຄອງເມືອງ ເຊິ່ງໄດ້ຮັບການອະນຸຍາດຈາກທ່ານເຈົ້າເມືອງໂພນທອງ ຕາມຂໍ້ຕົກລົງສະບັບເລກທີ 221/ຈມ.ພທ, ລົງວັນທີ 7 ກໍລະກົດ 2022 ວ່າດ້ວຍການອະນຸມັດໃຫ້ໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 ປຸກສ້າງ ຫ້ອງນໍ້າສາທາລະນະທີ່ໄດ້ມາດຕະຖານອາຊຽນທີ່ວັດພູສ່າເຫລົ້າ. ໂຄງການກໍ່ສ້າງດັ່ງກ່າວໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 30 ກັນຍາ 2022 ຮອດວັນທີ 30 ພະຈິກ 2022 ຈຶ່ງສຳເລັດ ລວມໄລຍະເວລາກໍ່ສ້າງ 2 ເດືອນ.


ຫ້ອງນໍ້າ ມີຂະໜາດ 1,4 ແມັດ x 5 ແມັດ, ປະກອບ ມີ 6 ຫ້ອງ ໃນນັ້ນ ມີ ຫ້ອງນໍ້າຍິງ 3 ຫ້ອງ, ຫ້ອງນໍ້າຊາຍ 2 ຫ້ອງ ແລະ ຫ້ອງຄົນພິການ 1 ຫ້ອງ ລວມມູນຄ່າການກໍ່ສ້າງທັງໝົດ 477.070.200 ກີບ ໂດຍແມ່ນງົບປະມານຂອງໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2.