ຈີນ ຍົກເລີກມາດຕະການໂຄວິດ ຈະເປີດປະເທດ 8 ມັງກອນ 2023 ຫລາຍປະເທດກຽມຮັບນັກທ່ອງທ່ຽວຈາກຈີນ

ຈີນ ຍົກເລີກມາດຕະການໂຄວິດ ຈະເປີດປະເທດ  8 ມັງກອນ 2023 ຫລາຍປະເທດກຽມຮັບນັກທ່ອງທ່ຽວຈາກຈີນ - 221226114513 01 china travel covid quarantine scaled - ຈີນ ຍົກເລີກມາດຕະການໂຄວິດ ຈະເປີດປະເທດ  8 ມັງກອນ 2023 ຫລາຍປະເທດກຽມຮັບນັກທ່ອງທ່ຽວຈາກຈີນ
ຈີນ ຍົກເລີກມາດຕະການໂຄວິດ ຈະເປີດປະເທດ  8 ມັງກອນ 2023 ຫລາຍປະເທດກຽມຮັບນັກທ່ອງທ່ຽວຈາກຈີນ - kitchen vibe - ຈີນ ຍົກເລີກມາດຕະການໂຄວິດ ຈະເປີດປະເທດ  8 ມັງກອນ 2023 ຫລາຍປະເທດກຽມຮັບນັກທ່ອງທ່ຽວຈາກຈີນ

ວັນທີ 26 ທັນວາ, ສຳນັກຂ່າວຕ່າງປະເທດຫລາຍສຳນັກລາຍງານວ່າ: ທາງການຈີນກຽມເປີດຊາຍແດນປະເທດອີກເທື່ອໜຶ່ງ ໂດຍຍົກເລີກມາດຕະການກັກຕົວເພື່ອຮັບມືໂຄວິດ ນັບແຕ່ວັນທີ 8 ມັງກອນ 2023 ເປັນຕົ້ນໄປ ຫລັງປະກາດໃຊ້ແນວທາງນີ້ມາແຕ່ໂຄວິດແພ່ລະບາດໃນໄລຍະທຳອິດເມື່ອປີ 2020 ເຊິ່ງຖືເປັນການເຄື່ອນໄຫວສຳຄັນທີ່ຊີ້ວ່າຈີນກຽມປັບຕົວຢູ່ຮ່ວມກັບໂຄວິດ.

ໂດຍຄະນະກຳມະການສຸຂະພາບແຫ່ງຊາດຂອງຈີນ (NHC) ໄດ້ມີມະຕິປ່ຽນແປງແນວທາງຈາກນະໂຍບາຍໂຄວິດເປັນສູນ (Zero-COVID) ມາເປັນການປັບຕົວ ແລະ ດຳລົງຊີວິດຢູ່ຮ່ວມກັບເຊື້ອໄວຣັສເຫລົ່ານີ້ແທນ, ພ້ອມກຽມປະກາດຫລຸດຜ່ອນມາດຕະການຮັບມືໂຄວິດຈາກລະດັບ Category A ເຊິ່ງເປັນລະດັບສູງສຸດໃນປັດຈຸບັນ ມາເປັນ Category B ທີ່ກຳນົດເງື່ອນໄຂໃຫ້ມີການປິ່ນປົວພະຍາດ ແລະ ມີມາດຕະການຄວບຄຸມການແພ່ລະບາດສະເພາະທີ່ຈຳເປັນເທົ່ານັ້ນ.

ຈີນ ຍົກເລີກມາດຕະການໂຄວິດ ຈະເປີດປະເທດ  8 ມັງກອນ 2023 ຫລາຍປະເທດກຽມຮັບນັກທ່ອງທ່ຽວຈາກຈີນ - Visit Laos Visit SALANA BOUTIQUE HOTEL - ຈີນ ຍົກເລີກມາດຕະການໂຄວິດ ຈະເປີດປະເທດ  8 ມັງກອນ 2023 ຫລາຍປະເທດກຽມຮັບນັກທ່ອງທ່ຽວຈາກຈີນ

ການປ່ຽນແປງລະດັບດັ່ງກ່າວຈະເຮັດໃຫ້ພະຍາດໂຄວິດມາຢູ່ໃນລະດັບ Category B ຮ່ວມກັບພະຍາດຕິດເຊື້ອຈາກໄວຣັສອື່ນໆ ບໍ່ວ່າຈະເປັນພະຍາດພູມຄຸ້ມກັນບົກພ່ອງ (HIV), ພະຍາດໄວຣັສຕັບອັກເສບ ລວມທັງພະຍາດໄຂ້ຫວັດສັດປີກ H7N9.

ນອກຈາກນີ້, ທາງການຈີນຍັງໄດ້ປະກາດຢຸດການລາຍງານຜູ້ຕິດເຊື້ອປະຈຳວັນແລ້ວ ແລະ ຈະຢຸດການອ້າງວ່າການຕິດເຊື້ອໂຄວິດຖືເປັນພະຍາດປອດບວມຊະນິດໜຶ່ງນຳອີກ ໂດຍຫລ້າສຸດ ທາງການທ້ອງຖິ່ນໃນຫລາຍພື້ນທີ່ເລີ່ມທະຍອຍໄດ້ຮັບສັນຍານໃຫ້ກຽມພ້ອມຕໍ່ການປ່ຽນແປງມາດຕະການຮັບມືພະຍາດລະບາດລະດັບປະເທດໃນຄັ້ງນີ້ແລ້ວ.

ຂ່າວການເປີດປະເທດຈີນຄັ້ງນີ້ ສົ່ງຜົນທາງບວກໃນດ້ານເສດຖະກິດ ລາຄາຕະຫລາດຫຸ້ນຂອງຈີນເພີ່ມສູງຂຶ້ນ ແລະ ກັບມາຄຶກຄັກ, ຈຳນວນການຄົ້ນຫາຖ້ຽວບິນລະຫວ່າງປະເທດຂອງຈີນກໍເພີ່ມສູງຂຶ້ນ ເປັນຜົນດີຕໍ່ຂະແໜງການທ່ອງທ່ຽວ ແລະ ບໍລິການຂອງປະເທດທີ່ມີຈີນເປັນຕະຫລາດລາຍໃຫຍ່.

ອ້າງອີງ:

ຈີນ ຍົກເລີກມາດຕະການໂຄວິດ ຈະເປີດປະເທດ  8 ມັງກອນ 2023 ຫລາຍປະເທດກຽມຮັບນັກທ່ອງທ່ຽວຈາກຈີນ - 3 - ຈີນ ຍົກເລີກມາດຕະການໂຄວິດ ຈະເປີດປະເທດ  8 ມັງກອນ 2023 ຫລາຍປະເທດກຽມຮັບນັກທ່ອງທ່ຽວຈາກຈີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!