ແມນຊິຕີ ຂຶ້ນແທ່ນ 11 ຜູ້ຫລິ້ນຕົວຈິງມູນຄ່າແພງທີ່ສຸດ-ເປແອສເຊ ອັນດັບສອງ
ແມນເຊສເຕີ ຊິຕີ ຄອງຕຳແໜ່ງທີມທີ່ມີມູນຄ່າ 11 ຜູ້ຫລິ້ນຕົວຈິງໂດຍສະເລ່ຍແພງທີ່ສຸດໃນລີກໃຫຍ່ຢູໂຣບ ຂະນະນີ້ດ້ວຍມູນຄ່າ 560 ລ້ານປອນ.
ໂດຍ CIES ສະຖາບັນວິເຄາະສະຖິຕິດັງຂອງວົງການບານເຕະຊື່ດັງໄດ້ເປີດເຜີຍສະໂມສອນທີ່ມີມູນຄ່າສະເລ່ຍຂອງ 11 ນັກເຕະຕົວຈິງໃນລີກໃຫຍ່ທະວີບຢູໂຣບ ອ້າງອີງມາຈາກຕັ້ງແຕ່ເລີ່ມຕົ້ນລະດູການ 2022-23 ຈົນເຖິງວັນທີ 26 ຕຸລາ.
ຜົນປາກົດວ່າ ແມນ ຊິຕີ ຈາກພຣີເມຍລີກ ອັງກິດ ຄືທີມທີ່ີໄດ້ອັນດັບໜຶ່ງດ້ວຍມູນຄ່າສະເລ່ຍ 560 ລ້ານປອນ ຈາກການ ທີ່ພວກເຂົາມີຜູ້ຫລິ້ນຄ່າຕົວລະດັບ 50-60 ລ້ານປອນ ຢູ່ຫລາຍຄົນ ບໍ່ວ່າຈະເປັນ ເຄວິນ ເດິ ບຣອຍ, ຣູເບນ ດີອາສ, ເຊົາ ຄັນເຊໂລ, ໂຣດຣີ ແລະ ເອີຣິງ ຮາແລນ ເປັນຕົ້ນ.
ຂະນະທີ່ອັນດັບ 2 ຄື ປາຣີສ ແຊັງ ແຊັກແມັງ ຈາກລີກເອິງ ຝຣັ່ງ ດ້ວຍມູນຄ່າ 439 ລ້ານປອນ, ຕາມມາດ້ວຍອັນດັບ 3 ຄື ແມນເຊສເຕີ ຢູໄນເຕັດ ອີກຫນຶ່ງທີມຈາກພຣີເມຍລີກ ດ້ວຍມູນຄ່າ 413 ລ້ານປອນ.
ສ່ວນອັນດັບ 4 ແລະ 5 ຕົກເປັນຂອງ 2 ທີມຈາກພຣີເມຍລີກ ຢ່າງ ລີເວີພູລ ແລະ ເຊລຊີ ດ້ວຍມູນຄ່າ 352 ລ້ານປອນ ແລະ 338 ລ້ານປອນ ຕາມລຳດັບ.
ສະຫລຸບ 10 ອັນດັບທີມມູນຄ່າ 11 ນັກເຕະຕົວຈິງໂດຍສະເລ່ຍແພງທີ່ສຸດ.
- ແມນເຊສເຕີ ຊິຕີ (ພຣີເມຍລີກ ອັງກິດ ) 560 ລ້ານປອນ.
- ເປສແອສເຊ (ລີກເອິງ ຝຣັ່ງ) 439 ລ້ານປອນ.
- ແມນເຊສເຕີ ຢູໄນເຕັດ (ພຣີເມຍລີກ ອັງກິດ) 413 ລ້ານປອນ.
- ລີເວີພູລ (ພຣີເມຍລີກ ອັງກິດ) 352 ລ້ານປອນ.
- ເຊລຊີ (ພຣີເມຍລີກ ອັງກິດ) 338 ລ້ານປອນ.
- ອາເຊນອລ (ພຣີເມຍລີກ ອັງກິດ) 329 ລ້ານປອນ.
- ຣຽວ ມາດຣິດ ( ລາ ລີກາ ສະເປນ) 318 ລ້ານປອນ.
- ບາເຊໂລນາ (ລາ ລີກາ ສະເປນ ) 287 ລ້ານປອນ.
- ຢູເວນຕຸສ (ກັລໂຊ ເຊເຣຍ ອາ) 258 ລ້ານປອນ.
- ບາເຢິນ ມິວນິກ (ບຸນເດສລີກາ ເຢຍລະມັນ) 253 ລ້ານປອນ.