ຫລຸດຜ່ອນການພະນັນແມ່ນໜຶ່ງປັດໄຈປະຢັດ
ໂດຍ: ກ້ອງສ່ອງ ອິດສະຫລະ
ເວົ້າເລື່ອງການພະນັນຢູ່ບ້ານເຮົາມັນຍັງມີຫລາຍທັດສະນະ ແລະ ຫລາຍຄໍາເວົ້າຄໍາວ່າທີ່ແຕກຕ່າງກັນ ມີທັງແງ່ບວກ ແລະ ແງ່ລົບ, ແຕ່ຫາງສຽງສ່ວນຫລາຍກໍຈະແມ່ນໃນແງ່ລົບ. ຖ້າວ່າບ້ານເມືອງໃດຫາກເຫີ່ນໍາການພະນັນຫລາຍກໍຈະເຮັດໃຫ້ສັງຄົມສັບສົນວຸ້ນວາຍບໍ່ມີຄວາມສະຫງົບ. ດັ່ງຕົວຢ່າງຖ້າມີຄົນຕິດໄພ້ຕິດເບີຫລາຍຊັບສິນພວກຄົນເຫລົ່ານັ້ນມັນກໍຄ່ອຍໆຈິບຫາຍ, ບາງຄົນຈົນເຖິງຂັ້ນສິ້ນເນື້ອປະດາຕົວ, ໝົດເງິນໝົດຄໍາ, ໝົດໄຮ່ນາຮົ້ວສວນ, ໝົດເຮືອນໝົດຊານ ແລະ ຊັບສິນມາແລ້ວຫລາຍລາຍ. ເວົ້າເຖິງການຕິດເລກຕິດເບີບາງຄົນຂີ່ລົດໄປເຫັນນົກໜູປູປີກກໍພາກັນແປໃສ່ເລກ, ໄປເຫັນລົດຕໍາກັນກໍເອົາເລກທະບຽນມາ ຊື້ເລກ, ນອນຫລັບນອນຝັນວ່າໄດ້ຂີ່ລົດຂີ່ຍົນກໍມາແປໃສ່ເລກ ແລະ ບາງລາຍເຫັນໂຕທຸກຍາກປາກໝອງກໍຫວັງລວຍທາງລັດ ຫວັງຮັ່ງຫວັງມີນໍາຊື້ເລກຊື້ຫວຍ. ນີ້ຄືເຫດຜົນອັນໜຶ່ງ ແລະ ກາຍເປັນບັນຫາທີ່ຝັງຢູ່ໃນສັງຄົມ. ສ່ວນວ່າເຫດຜົນອັນທີສອງນັ້ນມັນເປັນປັດໄຈກໍໃຫ້ເກີດຄວາມບໍ່ສະຫງົບພາຍໃນບ້ານເມືອງ ເຊັ່ນວ່າເມື່ອຄົນເຮົາໝົດເງິນໝົດຄໍາ, ໝົດຊັບສິນທີ່ຕົນມີ ຫລື ມີໜີ້ມີສິນນໍາເລກນໍາຫວຍຫລາຍບໍ່ມີປັນຍາໃຊ້ແທນກໍຂ້າໂຕຕາຍ ຫລື ຫາວິທີທາງອອກແນວອື່ນທີ່ບໍ່ຊອບທໍາ ເປັນຕົ້ນວ່າລັກໝົກຈົກຫໍ່, ຕົ້ມຕຸນ, ປຸ້ນຈີ້ ຫລື ກາຍເປັນນັກເລງອັນຕະພານໄປໃນຕົວ. ນີ້ລະຄືເຫດຜົນເຊິ່ງຄົນເຮົາທັງຫລາຍພາກັນຕັ້ງຂຶ້ນ.
ຕາມທັດສະນະຂອງຜູ້ຂຽນແລ້ວ, ຖ້າຈະເວົ້າເຖິງການພະນັນຢູ່ບ້ານເຮົາເທົ່າທີ່ເຫັນມາມັນກໍກວມລວມໄປຫລາຍປະເພດ ເປັນຕົ້ນແຕ່ກ່ອນເຮົາມີແຕ່ຫວຍພັດທະນາ, ດຽວນີ້ມີຮອດຫວຍຂູດ, ຫວຍທວາຍຜົນບານເຕະ ແລະ ຍັງມີຫວຍເຖື່ອນແບບລອຍນວນ (ຫວຍຈົດເອົາ). ສ່ວນການພະນັນແນວອື່ນນັ້ນກໍຍັງມີຕີໄກ່, ຕູ້ເກມ, ຫລິ້ນໄພ້, ໝາກກະລ໋ອກ, ກຸ້ງໄກ່ ໂດຍສະເພາະແມ່ນຍາມມີບຸນສິນກິນທານ. ໃນບັນດາປະເພດການພະນັນຕ່າງໆທີ່ເວົ້າມານີ້ໂຕໃດທີ່ໄດ້ຮັບອະນຸຍາດກໍຖືວ່າພວກເຮົາເຮັດຖືກຕ້ອງຕາມກົດໝາຍ. ສ່ວນວ່າອັນໃດທີ່ລັດ ຫລື ການຈັດຕັ້ງທີ່ກ່ຽວຂ້ອງບໍ່ອະນຸຍາດກໍຖືວ່າເຖື່ອນຜິດກົດໝາຍ ແລະ ຮ້າຍແຮງໄປກວ່ານັ້ນກໍຍັງມີປາກົດການໄປເລາະຂາຍໃຫ້ຄູບາຢູ່ວັດ, ໄປຂາຍຕາມໂຮງຮຽນ, ໂຮງໝໍ, ຕາມສະຖາບັນການສຶກສາ, ສໍານັກງານອົງ ການ ນັບທັງຄຸ້ມບ້ານເຮືອນຊານປະຊາຊົນຈົນວ່າຜູ້ຊື້ອອກຍອມວ່າ !! ບໍ່ມີເງິນຊິສູ້ !! ບາງຄົນເມຍເອົາເງິນໃຫ້ຊາວສາມສິບພັນ ກີບກໍດັນໄປຊື້ຫວຍຂູດໝົດຈ້ອຍ, ຍິ່ງໄປກວ່ານັ້ນພໍ່ແມ່ເອົາເງິນໃຫ້ລູກໄປໂຮງຮຽນຜູ້ລະຫ້າລະສິບກໍພາກັນເອົາໄປຊື້ເລກຂູດຈົນໝົດກ້ຽງ. ຢູ່ຕາມໂຮງຮຽນ ແລະ ສະຖາບັນການສຶກສາບາງບ່ອນຍັງຂໍໃຫ້ຄູອາຈານກັບເດັກນ້ອຍນັກຮຽນຊື້ຜູ້ລະຫ້າ, ຜູ້ລະສິບ ເພາະຫວຍຂູດມັນຂູບປຶບໄດ້ປັບ ແລະ ບາງຄົນຂູບປັບກໍເສຍປຶບ ສຸດແລ້ວແຕ່ດວງໃຜດວງມັນ. ຕາມທີ່ຜູ້ຂຽນເຫັນ ຜູ້ທີ່ເອົາເລກເອົາເບີໄປຂາຍສ່ວນໜຶ່ງກໍແມ່ນກະໂຕພະນັກງານຢູ່ບ່ອນນັ້ນເປັນຕົ້ນເຫດ. ເມື່ອມີອັນຂັດກັບລະບຽບຫລັກການຂອງສໍານັກງານອົງການແດ່ເຂົາກໍວ່າເພື່ອແກ້ໄຂຊີວິດການເປັນຢູ່, ເງິນເດືອນໜ້ອຍບໍ່ກຸ້ມກິນຫົວໜ້າເອີຍກໍເລີຍຫາລາຍໄດ້ເສີມ ວ່າຊັ້ນ ! ພະນັກ ງານບາງຄົນໃນໂມງການກໍນຸ່ງເຄື່ອງແບບພໍໂມງເລີກການກໍແກ້ເຄື່ອງແບບໄປນັ່ງຂາຍຫວຍເພື່ອຫາເງິນເພີ່ມ, ແຕ່ສະຫລຸບແລ້ວກໍບໍ່ເຫັນໃຜລ້ຳລວຍນຳເລກນຳຫວຍພໍປານໃດ.
ຕາມຜູ້ຂຽນຄິດ, ໃຜຊິເຮັດຫຍັງກໍເຮັດ ອັນສໍາຄັນແມ່ນໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ໃຫ້ພໍເໝາະພໍດີ ແລະ ສອດຄ່ອງ ກັບສະພາບຕົວຈິງຂອງການຂະຫຍາຍຕົວເສດຖະກິດ-ສັງຄົມຂອງປະເທດ, ບໍ່ໃຫ້ໂລດໂຜນເກີນຂອບເຂດ ແລະ ໃຫ້ມີຄວາມຈົບງາມໃນສັງຄົມບ້ານເມືອງ ແລະ ອັນສໍາຄັນໜຶ່ງນັ້ນ ໃນເມື່ອຫວຍມີການຂະຫຍາຍຕົວທາງດ້ານປະລິມານລາຍຮັບໃນການເກັບອາກອນລາຍໄດ້ໃຫ້ລັດກໍຕ້ອງໄດ້ເພີ່ມສູງຂຶ້ນບໍ່ແມ່ນຈະຢູ່ຢ້ຳເທົ້າ ຫລື ຫລຸດໜ້ອຍລົງ. ນີ້ຄືພາລະກິດຂອງມະຫາພາກທີ່ຄວນເບິ່ງ ແລະ ມີຄວາມຮັບຜິດຊອບໂດຍກົງ. ເພາະສະນັ້ນ ການທີ່ທາງລັດຖະບານໄດ້ອອກແຈ້ງການຫລຸດຈໍານວນມື້ອອກຫວຍສອງຄັ້ງຕໍ່ອາທິດມາເປັນໜຶ່ງຄັ້ງຕໍ່ອາທິດ, ຈໍາກັດຂອບເຂດຂອງຫວຍຂູດ ແລະ ໂຈະການບໍລິການຫວຍທວາຍຜົນບານເຕະນັ້ນ ມັນເປັນການຖືກຕ້ອງສອດຄ່ອງແລ້ວ ເພາະມັນບໍ່ຕ່າງຫຍັງກັບເຫດ ແລະ ຜົນ ທີ່ວ່າອະນຸຍາດໃຫ້ຫວຍມີຫລາກຫລາຍສີສັນ ແຕ່ຜົນໄດ້ຮັບບໍ່ມີປະສິດທິພາບ, ຊ້ຳບໍ່ໜໍາພາກັນເຮັດລາມພະລາມຈົວບໍ່ມີຂອບເຂດ ແລະ ທັງມີຜົນສະທ້ອນຕໍ່ສັງຄົມ ແໜງສູ້ບໍ່ມີດີກວ່າ !.