ແຂວງອຸດົມໄຊ ປະເມີນ ມູນຄ່າ ຄວາມເສຍຫາຍ ຈາກໄພພິບັດນ້ຳຖ້ວມ ຢູ່ 3 ເມືອງ ປະມານ 244 ຕື້ກວ່າກີບ

- 308453697 120003824167453 2580517896301844755 n - ແຂວງອຸດົມໄຊ ປະເມີນ ມູນຄ່າ ຄວາມເສຍຫາຍ ຈາກໄພພິບັດນ້ຳຖ້ວມ ຢູ່ 3 ເມືອງ ປະມານ 244 ຕື້ກວ່າກີບ
- kitchen vibe - ແຂວງອຸດົມໄຊ ປະເມີນ ມູນຄ່າ ຄວາມເສຍຫາຍ ຈາກໄພພິບັດນ້ຳຖ້ວມ ຢູ່ 3 ເມືອງ ປະມານ 244 ຕື້ກວ່າກີບ
ຂ່າວແຂວງອຸດົມໃຊ້ລາຍງານວ່າ: ວັນທີ 22 ກັນຍາ 2022 ແຂວງ ອຸດົມໄຊ ໄດ້ເປີດ ກອງປະຊຸມ ປຶກສາຫາລື ກ່ຽວກັບ ການຟື້ນຟູ ຜົນກະທົບ ຈາກໄພພິບັດນໍ້າຖ້ວມ ຢູ່ 3 ເມືອງ ຂອງແຂວງອຸດົມໄຊ ຄື: ເມືອງໄຊ,ເມືອງຫລາ ແລະ ເມືອງນາຫມໍ້ ໃນທ້າຍເດືອນ ສິງຫາ ຜ່ານມາ, ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ເປັນປະທານ, ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຄະນະຮັບ ຜິດຊອບ ຟື້ນຟູຜົນກະທົບຈາກໄພພິບັດ ນ້ຳຖ້ວມ ແລະ ຂະແຫນງການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ບັນ ດາເມືອງທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບ ຄວາມເສຍຫາຍ ທີ່ເກີດຈາກ ໄພພິບັດນ້ຳຖ້ວມ ໂດຍລວມ ທົ່ວແຂວງອຸດົມໄຊ ເພື່ອເປັນບ່ອນອີງໃຫ້ແກ່ຜູ້ແທນກອງປະຊຸມ ໃນການປະກອບຄຳເຫັນ ກ່ຽວກັບຮູບແບບ, ແນວທາງ ໃນການຈັດຕັ້ງປະຕິບັດ ການຟື້ນຟູ ໄພພິບັດທີ່ເກີດຂຶ້ນໃນຄັ້ງນີ້ ໃຫ້ມີປະສິດທິພາບ ແລະ ມີຜົນສຳເລັດຕາມລະດັບຄາດຫມາຍ. ເຊິ່ງໄພພິບັດດັ່ງກ່າວ ເກີດຈາກ ພາຍຸລະດູຮ້ອນ ມາອອນ ທີ່ພັດຜ່ານແຂວງອຸດົມໄຊ ເຮັດໃຫ້ເກີດມີຝົນຕົກຫນັກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ເກີດມີນ້ຳປ່າໄຫລຊຸ ແລະ ນ້ຳສາຍຕ່າງໆ ມີລະດັບນ້ຳເພີ່ມຂຶ້ນຢ່າງໄວວາ ໄຫລເຂົ້າຖ້ວມບ້ານ,ເຮືອນຂອງປະຊາຊົນ ເຊິ່ງໄດ້ສ້າງຜົນກະທົບ ແລະ ຄວາມເສຍຫາຍ ໃນ 6 ເມືອງ ຂອງແຂວງອຸດົມໄຊ ຄື: ເມືອງໄຊ,ເມືອງຫລາ,ນາຫມໍ້,ເມືອງງາ,ເມືອງແບງ ແລະ ເມືອງຮຸນ ໃນນີ້ ເສຍຫາຍຫນັກຫນ່ວງມີເມືອງໄຊ, ເມືອງຫລາ ແລະ ເມືອງນາຫມໍ້ ໃນນີ້ ພື້ນຖານໂຄ່ງລາງ,ຊີວິດ,ຊັບສິນ,ເຮືອນຊານບ້ານຊ່ອງ,ສັດລ້ຽງ, ເນື້ອທີ່ທຳການຜະລິດ, ເສັ້ນທາງ, ໄຟຟ້າ, ນ້ຳປະປາ, ໂຮງຮຽນ, ໂຮງຫມໍ, ລະບົບການສື່ສານ ແລະ ອື່ນໆ ແມ່ນໄດ້ຮັບຄວາມເປເພ່ເສຍຫາຍ ແລະ ໃຊ້ການບໍ່ໄດ້.
ຜ່ານການປະເມີນ ມູນຄ່າ ຄວາມເສຍຫາຍທັງຫມົດ ປະມານ 244 ຕື້ກວ່າກີບ.
อาจเป็นรูปภาพของ 9 คน, ผู้คนกำลังยืน และ สถานที่ในร่ม  - 308631332 120003860834116 8366923880293144795 n - ແຂວງອຸດົມໄຊ ປະເມີນ ມູນຄ່າ ຄວາມເສຍຫາຍ ຈາກໄພພິບັດນ້ຳຖ້ວມ ຢູ່ 3 ເມືອງ ປະມານ 244 ຕື້ກວ່າກີບ
ຈາກນັ້ນ ຕາງຫນ້າການນໍາເມືອງ ທີ່ໄດ້ຮັບຜົນກະທົບຫນັກ ຈາກໄພພິບັດນໍ້າຖ້ວມ ໃນຄັ້ງນີ້ ໄດ້ລາຍງານສະພາບລວມ ກ່ຽວກັບ ການຊ່ວຍເຫລືອບັນເທົ່າທຸກໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບ ໃນເບື້ອງຕົ້ນ ແລະ ຄວາມຄືບຫນ້າ ກໍຄື ທິດທາງແຜນການ ໃນການຟື້ນຟູ ຜົນກະທົບຈາກໄພນ້ຳຖ້ວມ ສະເພາະຫນ້າ ແລະ ຍາວນານ ລວມທັງ ບັນດາຂະແຫນງການກ່ຽວຂ້ອງ ກໍໄດ້ລາຍງານ ກ່ຽວກັບ ການແກ້ໄຂວຽກງານຈຳເປັນບາງດ້ານ ເປັນຕົ້ນແມ່ນ ທີ່ຢູ່ອາໄສ, ລະບົບໄຟຟ້າ, ລະບົບການສື່ສານ, ເສັ້ນທາງ, ຊົນລະປະທານ ແລະ ອື່ນໆ.
อาจเป็นรูปภาพของ กลางแจ้ง  - 308468471 120003590834143 5512886617798365790 n - ແຂວງອຸດົມໄຊ ປະເມີນ ມູນຄ່າ ຄວາມເສຍຫາຍ ຈາກໄພພິບັດນ້ຳຖ້ວມ ຢູ່ 3 ເມືອງ ປະມານ 244 ຕື້ກວ່າກີບ
ພາຍຫລັງ ສໍາເລັດໃນການປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນເຊິ່ງກັນແລະກັນແລ້ວ ກອງປະ ຊຸມ ໄດ້ເປັນເອກະພາບກັນຮັບຮອງເອົາຕົວເລກ ຄວາມເສຍຫາຍ ແລະ ຈຳນວນງົບປະມານທີ່ຈະນຳໃຊ້ເຂົ້າໃນການຟື້ນຟູ ເພື່ອສະເໜີຕໍ່ການນຳ ແລະ ບັນດາຂະແຫນງການກ່ຽວຂັ້ນຂັ້ນສູນກາງ ຊອກຫາແນວທາງໃນການແກ້ໄຂ,ກຳນົດຮູບແບບ,ຂັ້ນຕອນ ແລະ ວິທີການໃນການຈັດຕັ້ງປະຕິບັດ ພ້ອມທັງ ມອບໃຫ້ທຸກພາກສ່ວນ ລວມທັງ ບັນດາເມືອງ ແລະ ຂະ ແຫນງການ ສືບຕໍ່ຈັດຕັ້ງປະຕິບັດໃນການແກ້ໄຂ ແລະ ຟື້ນຟູ ໃຫ້ສຳເລັດຕາມລະດັບຄາດຫມາຍ.
- 3 - ແຂວງອຸດົມໄຊ ປະເມີນ ມູນຄ່າ ຄວາມເສຍຫາຍ ຈາກໄພພິບັດນ້ຳຖ້ວມ ຢູ່ 3 ເມືອງ ປະມານ 244 ຕື້ກວ່າກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!