ເກີດເຫດໄຟໄໝ້ອາຄານສຳນັກງານຂອງ China Telecom ໃນເມືອງສາງຊາຂອງຈີນ


ເກີດເຫດໄຟໄໝ້ອາຄານສູງ 42 ຊັ້ນ ເຊິ່ງເປັນອາຄານສຳນັກງານຂອງບໍລິສັດ China Telecom ໃນເມືອງສາງຊາ ເມືອງເອກຂອງມົນທົນຫູໜານ ທາງຕອນກາງຂອງຈີນ. ຕາມລາຍງານຂອງສະຖານີໂທລະພາບ CCTV ປັດຈຸບັນຍັງບໍ່ຮູ້ສາເຫດຂອງໄຟໄໝ້ ແລະ ຍັງບໍ່ພົບຜູ້ເສຍຊີວິດຈາກເຫດການນີ້.
CCTV ເຜີຍແຜ່ພາບໃນໄລຍະທຳອິດຂອງເຫດການ ສະແດງໃຫ້ເຫັນເປວໄຟສີສົ້ມທີ່ລຸກໄຟຂຶ້ນຈາກອາຄານ. ຂະນະທີ່ຄວັນດຳລອຍຂຶ້ນສູ່ທ້ອງຟ້າ ກ່ອນຈະມີການແຊພາບໃນໂຊຊຽວມີເດຍໃນເວລາຕໍ່ມາ ເປັນພາບຕອນເປວໄຟສະຫງົບລົງແລ້ວ. ຂະນະທີ່ເຈົ້າໜ້າທີ່ມອດໄຟສີດນ້ຳໃສ່ດ້ານໜ້າອາຄານທີ່ໄໝ້.
ສ່ວນ China Telecom ເຊິ່ງເປັນບໍລິສັດໂທລະຄົມມະນາຄົມຂອງລັດຖະບານຈີນ ອອກຖະແຫລງການຜ່ານໂຊຊຽວມີເດຍວ່າ: “ເມື່ອເວລາປະມານ 16:30 ໂມງ ຂອງວັນທີ 16 ກັນຍາ ໄຟທີ່ອາຄານ Communications Tower ໝາຍເລກ 2 ຂອງເຮົາໃນສາງຊາໄດ້ດັບລົງແລ້ວ.
ສະຖານີໂທລະພາບ CCTV ລາຍງານວ່າ: ອາຄານສູງ 218 ແມັດແຫ່ງນີ້ ສ້າງສຳເລັດໃນປີ 2000 ຕັ້ງຢູ່ໃກ້ຖະໜົນວົງວຽນຫລັກຂອງເມືອງ ເຊິ່ງມີປະຊາກອນປະມານ 10 ລ້ານຄົນ.
ອ້າງອີງ: