ນິວຊີແລນຍົກເລີກມາດຕະການສະກັດພະຍາດລະບາດເກືອບທັງໝົດ ເດີນໜ້າຢູ່ຮ່ວມກັບໂຄວິດ

-                                1 - ນິວຊີແລນຍົກເລີກມາດຕະການສະກັດພະຍາດລະບາດເກືອບທັງໝົດ ເດີນໜ້າຢູ່ຮ່ວມກັບໂຄວິດ
- kitchen vibe - ນິວຊີແລນຍົກເລີກມາດຕະການສະກັດພະຍາດລະບາດເກືອບທັງໝົດ ເດີນໜ້າຢູ່ຮ່ວມກັບໂຄວິດ

ນິວຊີແລນປະກາດຍົກເລີກຄຳສັ່ງໃສ່ຜ້າປິດປາກໃນອາຄານ ແລະ ຂໍ້ບັງຄັບສັກວັກຊີນເພື່ອການເຮັດວຽກສຳລັບບຸກຄະລາກອນທີ່ມີຄວາມສຳຄັນ ເນື່ອງຈາກນິວຊີແລນຈະຢຸດການຕໍ່ສູ້ກັບພະຍາດລະບາດ ເພື່ອຮຽນຮູ້ທີ່ຈະຢູ່ຮ່ວມກັບໂຄວິດ-19.

ທັງນີ້, ນາຍົກລັດຖະມົນຕີ ຈາຊິນດາ ອາຣເດິນ ແຫ່ງນິວຊີແລນ ຖະແຫລງໃນວັນທີ 12 ກັນຍາວ່າ: ປະຊາຊົນບໍ່ຕ້ອງໃສ່ຜ້າປິດປາກຢູ່ບ່ອນສາທາລະນະອີກຕໍ່ໄປ ນັບແຕ່ທ່ຽງຄືນວັນທີ 12 ກັນຍາ ບໍ່ວ່າຈະເປັນພື້ນທີ່ໃນອາຄານ ຫລື ກາງແຈ້ງ ຍົກເວັ້ນໃນສະຖານພະຍາບານເຊັ່ນ: ໂຮງໝໍ ແລະ ເຮືອນພັກຜູ້ສູງອາຍຸ. ນອກຈາກນີ້ ຂອບການເຮັດວຽກທີ່ໃຊ້ສຳລັບປະເມີນຄວາມສ່ຽງຕໍ່ການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ແລະ ຂໍ້ຈຳກັດອື່ນໆທີ່ກ່ຽວຂ້ອງຈະຖືກຍົກເລີກເຊັ່ນດຽວກັນ.

- Visit Laos Visit SALANA BOUTIQUE HOTEL - ນິວຊີແລນຍົກເລີກມາດຕະການສະກັດພະຍາດລະບາດເກືອບທັງໝົດ ເດີນໜ້າຢູ່ຮ່ວມກັບໂຄວິດ

ຄຳຖະແຫລງດັ່ງກ່າວຖືເປັນການຍົກເລີກມາດຕະການຮັບມືພະຍາດລະບາດສຳຄັນຂອງນິວຊີແລນ ຫລັງບັງຄັບໃຊ້ມາດເປັນໄລຍະເວລາ 2 ປີເຄິ່ງ ໂດຍມາດຕະການລັອກດາວ ແລະ ການປິດຊາຍແດນອັນເຂັ້ມງວດຂອງນິວຊີແລນຊ່ວຍຈຳກັດການແພ່ລະບາດໄດ້ໃນໄລຍະທຳອິດ, ແຕ່ພະຍາດໂຄວິດ-19 ແພ່ລະບາດຢ່າງວ່ອງໄວໃນປີນີ້ ແລະ ຄົນຈຳນວນຫລາຍຕ່າງພາກັນເລີກປະຕິບັດຕາມກົດໃສ່ຜ້າປິດປາກໄປແລ້ວ.

ທັງນີ້, ນາຍົກລັດຖະມົນຕີ ອາຣເດິນ ລະບຸວ່າ: ນິວຊີແລນພ້ອມແລ້ວຈະຍົກເລີກມາດຕະການຈຳກັດທັງໝົດທີ່ເຫລືອຢູ່ ເນື່ອງຈາກໂຕເລກຜູ້ຕິດເຊື້ອ ແລະ ຜູ້ເຂົ້າຮັບການປິ່ນປົວໃນໂຮງໝໍຫລຸດລົງໃນໄລຍະສິ້ນສຸດລະດູໜາວ ແລະ ປະຊາຊົນສ່ວນຫລາຍຂອງປະເທດໄດ້ຮັບວັກຊີນຮຽບຮ້ອຍແລ້ວ.

- 3 - ນິວຊີແລນຍົກເລີກມາດຕະການສະກັດພະຍາດລະບາດເກືອບທັງໝົດ ເດີນໜ້າຢູ່ຮ່ວມກັບໂຄວິດ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!