ບາຣັກ ໂອບາມາ ປະທານາທບໍດີສະຫະລັດ ຄົນທີ 44


ທ່ານ ບາຣັກ ໂອບາມາ ເກີດເມື່ອວັນທີ 4 ສິງຫາ 1961, ເປັນນັກການເມືອງຊາວອາເມລິກາ ເຊິ່ງດໍາລົງຕໍາແໜ່ງ ປະທານາທິບໍດີສະຫະລັດອາເມລິກາ ຄົນທີ 44 ແຕ່ປີ 2009-2017, ເປັນປະທານາທິບໍດີສະຫະລັດອາເມລິກາຄົນທໍາອິດ ແລະ ເກີດຢູ່ນອກອາເມລິກາແຜ່ນດິນໃຫຍ່. ກ່ອນໜ້ານີ້ ດໍາລົງຕໍາແໜ່ງສະມາຊິກວຸດທິສະພາອາເມລິກາລັດອິລິນອຍ ແຕ່ປີ 2005-2008 ແລະ ສະມາຊິກວຸດທິສະພາອິລິນອຍແຕ່ປີ 1997-2004.
ໂອບາມາ ເກີດທີ່ໂຮໂນລູລູ ລັດຮາວາຍ. ເວລານັ້ນຮາວາຍຫາກໍເຂົ້າຮ່ວມນຳອາເມລິກາໃນຖານະລັດທີ 50 ໄດ້ 2 ປີ. ໂອບາມາ ໃຊ້ຊີວິດສ່ວນຫລາຍຢູ່ຮາວາຍ, ແຕ່ໄວເດັກໄປຢູ່ລັດວໍຊິງຕັນ 1 ປີ ແລະ ອິນໂດເນເຊຍອີກ 4 ປີ ເມື່ອສໍາເລັດການສຶກສາຈາກມະຫາວິທະຍາໄລໂກລົມບີໃນປີ 1983 ໂອບາມາ ເຮັດວຽກນັກຈັດລະບຽບຊຸມຊົນ ຢູ່ຊິກາໂກ, ຮອດປີ 1988 ໄດ້ເຂົ້າສຶກສາຢູ່ສໍານັກກົດໝາຍຮາວາຣ໌ດ ແລະ ໄດ້ເປັນບັນນາທິການວາລະສານ ຮາວາຣ໌ດລໍວ໌ຣີວິວ ຄົນທໍາອິດທີ່ເປັນຜິວດໍາ. ເມື່ອສໍາເລັດການສຶກສາແລ້ວ ໂອບາມາໄດ້ເຮັດວຽກເປັນທະນາຍຄວາມ ແລະ ອາຈານກົດໝາຍດ້ານສິດທິພົນລະເມືອງ, ສອນກົດໝາຍລັດຖະທໍາມະນູນທີ່ສໍານັກກົດໝາຍ ມະຫາວິທະຍາໄລຊິກາໂກ ນັບແຕ່ປີ 1992-2004. ໂອບາມາຍັງເປັນສະມາຊິກວຸດທິ ສະພາອິລິນອຍເຂດ 13 ເຖິງ 3 ສະໄໝ ນັບແຕ່ປີ 1997-2004. ໃນປີ 2004 ໂອບາມາ ລົງຮັບເລືອກຕັ້ງເປັນສະມາຊິກວຸດທິສະພາລະດັບຊາດ ໂອບາມາ ໄດ້ຮັບຄວາມສົນໃຈ ແລະ ມີໄຊຢ່າງບໍ່ໄດ້ຄາດໝາຍໃນການເລືອກຕັ້ງຮອບທໍາອິດໃນເດືອນມີນາ 2004 ສູນທອນພົດຫຼັກ (keynote address) ຂອງ ໂອບາມາ ໃນກອງປະຊຸມປະຊາທິປະໄຕແຫ່ງຊາດ (Democratic National Convention) ກໍໄດ້ຮັບການຕອບຮັບຢ່າງດີ ຕາມມາດ້ວຍໄຊຊະນະໃນການເລືອກຕັ້ງຮອບສຸດທ້າຍໃນເດືອນພະຈິກ 2004 ໂອບາມາ ຈຶ່ງໄດ້ເປັນສະມາຊິດວຸດທິສະພາອາເມລິກາ, ມາຮອດປີ 2008 ໂອບາມາ ໄດ້ຮັບການສະເໜີຊື່ເຂົ້າຊີງຕໍາແໜ່ງປະທານາທິບໍດີ ຫຼັງຫາສຽງມາໄດ້ 1 ປີ ແລະ ພັກເດໂມແຄຣດລົງຄະແນນໃຫ້ສະເໜີຊື່ ໂອບາມາ ຫຼາຍກວ່າຄົນທີ່ມີລາຍຊື່ໃນການເລືອກຕັ້ງຄັ້ງນີ້ ແລະ ໂອບາມາ ໄດ້ກາຍເປັນວ່າທີ່ປະທານາທິບໍດີຂອງປະເທດ ຈົນເຂົ້າຮັບຕໍາແໜ່ງຢ່າງເປັນທາງການໃນວັນທີ 20 ມັງກອນ 2009 ແລະ 9 ເດືອນຕໍ່ມາ ໂອບາມາ ໄດ້ຮັບລາງວັນໂນເບລສັນຕິພາບ.
ໃນໄລຍະ 2 ປີທໍາອິດທີ່ດໍາລົງຕໍາແໜ່ງປະທານາທິບໍດີ ໂອບາມາ ລົງນາມໃນກົດໝາຍສໍາຄັນເປັນຈໍານວນຫຼາຍ ແລະ ຫຼາຍກວ່າປະທານາທິບໍດີຄົນກ່ອນໆ.
ໃນປີ 2012 ມີການເລືອກຕັ້ງປະທານາທິບໍດີຄັ້ງໃຫມ່ ໂອບາມາ ມີໄຊເໜືອນ ມິດຣອມນີ ຈຶ່ງໄດ້ດໍາລົງຕໍາແໜ່ງປະທານາທິບໍດີເປັນສະໄໝທີ 2 ນັບແຕ່ປີ 2013, ໃນສະໄໝທີ 2 ນີ້ ໂອບາມາ ສົ່ງເສີມປະໂຫຍດຄວບຄຸມຊາວອາເມລິກັນຜູ້ຫຼາກຫຼາຍທາງເພດຍິ່ງຂຶ້ນ ໂດຍລັດຖະບານຂອງທ່ານຟ້ອງຄະດີຫຼາຍເລື່ອງອັນເປັນເຫດຜົນໃຫ້ສານສູງສຸດວິນິດໃສຄວາມບໍ່ຍຸຕິທໍາດ້ວຍລັດຖະທໍາມະນູນຂອງການຫ້າມແຕ່ງດອງເພດດຽວກັນແລະ ໂອບາມາ ຍັງເປັນຕົວຕັ້ງຕົວຕີເລື່ອງຄວບຄຸມປືນ ຫຼັງເກີດເຫດຍິງກັນໃນໂຮງຮຽນປະຖົມແຊນດີຮຸກ ໃນປີ 2012 ແລະ ໂອບາມາ ອອກຄໍາສັ່ງທາງປົກຄອງຫຼາຍລາຍການທີ່ຄວບຄຸມກວ້າງຂວາງກ່ຽວກັບການປ່ຽນແປງພູມິພາກ ແລະ ການເຂົ້າເມືອງ ສ່ວນນະໂຍບາຍຕ່າງປະເທດໃນສະໄໝທີ 2 ໂອບາມາ ໃຫ້ທະຫານເຂົ້າແຊກແຊງໃນອີຣັກ. ພາຍຫຼັງສະຫະລັດອາເມລິກາຖອນທະຫານອອກໄປໃນປີ 2011 ແລ້ວ ກຸ່ມ IS ກໍເຂົ້າມາກໍ່ຄວາມບໍ່ສະຫງົບ, ແຕ່ ໂອບາມາ ໃຫ້ດໍາເນີນຂະບວນການຍຸຕິທໍາປະຕິບັດການທາງທະຫານໃນປາກິດສະຖານຕໍ່ໄປ ແລະ ສົ່ງເສີມການເວົ້າລົມອັນນໍາໄປສູ່ຂໍ້ຕົກລົງປາຣີວ່າດ້ວຍການປ່ຽນແປງສະພາບອາກາດ ປີ 2015 ທັງກໍ່ໃຫ້ເກີດການຂວ້ຳບາດຣັດເຊຍທີ່ສົ່ງທະຫານເຂົ້າແຊກແຊງໃນອູແກຣນ ລວມເຖິງຊີ້ຊ່ອງໃຫ້ເກີດຂໍ້ຕົກລົງແລກປ່ຽນປະໂຫຍດນິວເຄຼຍກັບອິຣານ ຕະຫຼອດຈົນຟື້ນຟູການພົວພັນຂອງອາເມລິກາກັບກູບາ.
ໂອບາມາ ພົ້ນອອກຈາກຕໍາແໜ່ງປະທານາທິບໍດີໃນເດືອນມັງກອນ 2017. ປັດຈຸບັນອາໄສຢູ່ວໍຊິງຕັນ ແລະ ຈະມີການສ້າງຫໍສະໝຸດປະທານາທິບໍດີຂອງທ່ານຢູ່ຊິກາໂກ.