ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ

ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ - 287888068 1506356176486568 3770401594364809719 n - ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ
ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ - kitchen vibe - ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ

ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວເລກທີ 57 /ກຄສງ ນະຄອນຫຼວງວຽງຈັນ, ວັນທີ່ 9 ກຸມພາ 2019

ແຈ້ງການເຖິງ: ຜູ້ປະກອບການ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ, ພະນັກງານ, ທະຫານ, ຕໍາຫຼວດ, ຊາວຄ້າຂາຍ, ພໍ່ແມ່ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ.
ເລື່ອງ: ທະນາຄານແຫ່ງ ສປປ ລາວ ອະນຸຍາດໃຫ້ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ດໍາເນີນທຸລະກາເປັນເງິນກີບເທົ່ານັ້ນ.

ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ - Visit Laos Visit SALANA BOUTIQUE HOTEL - ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ

– ອີງຕາມ ກົດຫມາຍວ່າດ້ວຍທະນາຄານແຫ່ງ ສປປ ລາວ (ສະບັບປັບປຸງ) ສະບັບເລກທີ 47/ສພຊ, ລົງວັນທີ 19 ມິຖຸນາ 2018;
– ອີງຕາມ ກົດຫມາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ, ລົງວັນທີ 22 ທັນວາ 2014;
– ອີງຕາມ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມຄຸ້ມຄອງສະຖາບັນການເງິນ ສະບັບ ເລກທີ່ 1041/ທຫລ, ລົງວັນທີ 25 ພະຈິກ 2016.

ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຊາບວ່າ; ໃນໄລຍະຜ່ານມາ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທີ່ໄດ້ຮັບອະນຸຍາດເຄື່ອນໄຫວດໍາເນີນບ]ລະກິດ ຈາກ ທະນາ ຄານແຫ່ງ ສປປ ລາວ ປະກອບມີ 05 ຮູບແບບ ຄື:
– ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ (ສກຈຮ): ແມ່ນສະຖາບັນການເງິນທີ່ລະດົມເງິນຝາກທົ່ວໄປຈາກ ມວນຊົນ, ປ່ອຍເງິນກູ້ຈຸລະພາກ ແລະ ໃຫ້ບໍລິການທາງການເງິນຈຸລະພາກອື່ນໆ ຕາມການອະນຸຍາດຂອງທະນາຄານແຫ່ງ ສປປ ລາວ;
– ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ: ແມ່ນສະຖາບັນການເງິນທີ່ປ່ອຍເງິນຈຸລະພາກໃຫ້ແກ່ມວນຊົນທົ່ວໄປ;
– ສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ (ສສງ): ແມ່ນໃຫ້ບໍລິການ ຮັບເງິນຝາກ ແລະ ປ່ອຍເງິນກູ້ ໃຫ້ແກ່ສະມາຊິກ;
– ໂຮງຊວດຈໍາ: ແມ່ນໃຫ້ບໍລິການດ້ານສິນເຊື່ອ ດ້ວຍການຮັບຊວດຈໍາສັງຫາລິມາຊັບ;
– ບໍລິສັດເຊົ່າສິນເຊື່ອ: ແມ່ນໃຫ້ບໍລິການເຊົ່າສິນເຊື່ອ ໂດຍຜ່ານສັງຫາລິມາຊັບ.

ບັນດາສະຖາບັນການເງິນດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຊ່ວຍປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນຜູ້ທີ່ບໍ່ສາມາດເຂົ້າເຖິງການບໍລິການຂອງທະນາຄານ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນ ເພື່ອດໍາ ເນີນທຸລະກິດ. ແຕ່ຄຽງຄູ່ກັນນີ້, ໃນໄລຍະຜ່ານມາໄດ້ມີສະຖາບັນການເງິນທີ່ບໍ່ແມ່ນທະນາຄານຈໍານວນໜຶ່ງ ລັກລອບດໍາເນີນທຸລະກໍາເປັນເງິນຕາຕ່າງປະເທດຊຶ່ງໄດ້ແອບອ້າງໃຫ້ປະຊາຊົນຫຼົງເຊື່ອວ່າໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ.

ສະນັ້ນ, ເພື່ອເປັນຂໍ້ມຸນໃຫ້ບັນດາທ່ານມີສະຕິລະວັງຕົວຂຶ້ນຕື່ມ ກົມຄຸ້ມຄອງສະຖາບັນການເງິນ ຈຶ່ງໄດ້ ອອກແຈ້ງການມາຍັງບັນດາທ່ານ ເພື່ອຮັບຊາບວ່າ: ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທີ່ໄດ້ຮັບອະນຸຍາດເຄື່ອນໄຫວດໍາເນີນທຸລະກິດຈາກທະນາຄານແຫ່ງ ສປປ ລາວ ແມ່ນອະນຸຍາດໃຫ້ດໍາເນີນທຸລະກໍາທຸກປະເພດເປັນເງິນກີບເທົ່ານັ້ນ.

ຖ້າຫາກທ່ານ ພົບເຫັນສະຖາບັນການເງິນໃດ ດໍາເນີນທຸລະກໍເປັນເງິນຕາຕ່າງປະເທດ ສາມາດແຈ້ງຂໍ້ມູນມາຍັງ ທະນາຄານແຫ່ງ ສປປ ລາວ ເພື່ອຈະໄດ້ດໍາເນີນມາດຕະການຕໍ່ສະຖາບັນດັ່ງກ່າວ ຕາມລະບຽບ ແລະ ກົດໝາຍ.

ທ່ານສາມາດກວດສອບຂໍ້ມູນຂອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມລະບຽບ ແລະ ກົດໝາຍຂອງ ສປປ ລາວ ໄດ້ທີ່ www.bol.gov.la ກົມຄຸ້ມຄອງສະຖາບັນການເງິນ ຫຼື ສາມາດສອບຖາມຂໍ້ມູນເພີ່ມຕື່ມ ຈາກ ກົມຄຸ້ມຄອງສະຖາບັນການເງິນ ໄດ້ໃນໂມງລັດຖະການ, ໂທລະສັບ: 021 265712 ຫຼື 021 265715.
ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ - 288235525 1506356186486567 14721691167158227 n - ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ

ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ - 3 - ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ
ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ - 4 - ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ
ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ - 5 - ແຈ້ງການ ກົມຄຸ້ມຄອງສະຖາບັນການເງິນ ທະນາຄານແຫ່ງ ສປປ ລາວ ເລກທີ 57 /ກຄສງ