ຫວຽດນາມກັງວົນຈຳນວນລົດຕັກຊີ ເພີ່ມຂຶ້ນເກີນຄວາມຕ້ອງການຜູ້ໂດຍສານ


ເຈົ້າໜ້າທີ່ຫວຽດນາມຄາດວ່າ: ຈຳນວນລົດຕັກຊີໃນນະຄອນໂຮ່ຈີມິງຈະເພີ່ມຂຶ້ນເກີນກວ່າຈຳນວນທີ່ຄາດຄະເນໄວ້ ແລະ ຫລາຍກວ່າຄວາມຕ້ອງການຂອງຜູ້ໃຊ້ບໍລິການ ເຊິ່ງຈະເຮັດໃຫ້ເກີດສະພາບແອອັດ, ສິ້ນເປືອງ ແລະ ມົນລະພິດທາງສິ່ງແວດລ້ອມ.
ສຳນັກງານການຂົນສົ່ງນະຄອນໂຮ່ຈີມິງລະບຸວ່າ: ປັດຈຸບັນມີລົດຕັກຊີໃນນະຄອນໂຮ່ຈີມິງທັງໝົດ 10.700 ຄັນ ເພີ່ມຂຶ້ນ 12,6% ເກີນກວ່າຄາດຄະເນໄວ້ໃນປີ 2000-2015. ເຖິງຢ່າງໃດກໍຕາມ, ຜູ້ປະກອບການລົດຕັກຊີທັງ 36 ລາຍວາງແຜນຈະປ່ອຍລົດອອກມາຫລາຍຂຶ້ນໃນປີໜ້າ ເຊິ່ງຈະເກີນປະລິມານຄວາມຕ້ອງການ. ຖະໜົນໃນນະຄອນໂຮ່ຈີມິງມີໄລຍະທາງຍາວ 4.100 ກິໂລແມັດ ພຽງ 41% ຂອງຖະໜົນມີຄວາມກວ້າງກວ່າ 7 ແມັດ ແລະ ອີກ 51% ບໍ່ມີການປູພື້ນຖະໜົນ ຫລື ມີຄວາມກວ້າງໜ້ອຍກວ່າ 1 ແມັດ.
ຂະນະທີ່ນະຄອນຫລວງຮ່າໂນ້ຍ ມີລົດຕັກຊີປະມານ 17.400 ຄັນ, ແຕ່ມີບ່ອນຈອດລົດສຳລັບຕັກຊີໂດຍສະເພາະພຽງ 200 ຄັນ. ຂະນະດຽວກັນຄົນຂັບລົດຕັກຊີບໍ່ພໍໃຈຄູ່ແຂ່ງຄື ອູເບີ ຫລື ແກຣັບ ທີ່ມາຍາດລູກຄ້າ. ຄົນຂັບລົດຕັກຊີຂັບລົດເປັນໄລຍະທາງປະມານວັນລະ 200 ກິໂລແມັດ ໂດຍເຄິ່ງໜຶ່ງຂອງໄລຍະທາງໃຊ້ຂັບຊອກຫາຜູ້ໂດຍສານ ເຊິ່ງເປືອງນ້ຳມັນຄິດເປັນມູນຄ່າວັນລະຫລາຍລ້ານກີບ.
ທ່ານ ຫວຽນບາຮວງ ຮອງອະທິການບໍດີມະຫາວິທະຍາໄລ Transport ໃນໂຮ່ຈີມິງ ແນະນຳໃຫ້ຮວບຮວມຂໍ້ມູນພາຫະນະການເດີນທາງພາຍໃນເມືອງ ເພື່ອນຳມາຕີລາຄາແກ້ໄຂບັນຫາລົດຕິດໃນເມືອງ ແລະ ກ່າວວ່າ: ຫວຽດນາມຄວນນຳແບບຢ່າງປະເທດທີ່ພັດທະນາແລ້ວມາໃຊ້ເຊັ່ນ: ການອະນຸຍາດໃຫ້ລົດເຂົ້າຕົວເມືອງຊັ້ນໃນໄດ້ເມື່ອມີຜູ້ໂດຍສານ 2-3 ຄົນຂຶ້ນໄປ. ທ່ານ ດຣ. ໂງ ຫວຽດນາມ ຊອນ ຜູ້ຊ່ຽວຊານດ້ານໂຄງສ້າງພື້ນຖານດ້ານການຂົນສົ່ງໃນເຂດເມືອງ ແນະນຳໃຫ້ລັດຖະບານສ້າງຫົນທາງເລນພິເສດສຳລັບລົດເມ ຫລື ລົດຂົນສົ່ງສາທາລະນະ ແລະ ລົດສ່ວນຕົວ, ແຕ່ຈະຕ້ອງມີຜູ້ໂດຍສານຕາມຈຳນວນທີ່ຮອງຮັບໄດ້. ທ່ານບອກວ່າ: ຄົນຂັບລົດຕັກຊີຄວນໃຊ້ແອບໃນມືຖືເປັນຕົວຊ່ວຍ ເພື່ອຫາຜູ້ໂດຍສານ, ຫລຸດບັນຫາການຈະລາຈອນຕິດຂັດ ແລະ ກະຕຸ້ນການແຂ່ງຂັນລະຫວ່າງກັນ.