12 ອາຫານຍິ່ງກິນຜົມຍິ່ງຍາວໄວ

- 010808 -  12 ອາຫານຍິ່ງກິນຜົມຍິ່ງຍາວໄວ
- kitchen vibe -  12 ອາຫານຍິ່ງກິນຜົມຍິ່ງຍາວໄວ
  1. ເຂົ້າບໍ່ຜ່ານການຜັດສີ : ເຂົ້າເໝົ້າ, ເຂົ້າກໍ່າ, ເຂົ້າເບລ ເປັນອາຫານຜົມຊ່ວຍເສີມສ້າງຄວາມແຂງແຮງ, ບຳລຸງຮາກຜົມ, ປ້ອງກັນຜົມຫລົ່ນ ແລະ ມີຄວາມສຳຄັນຕໍ່ການເຕີບໃຫຍ່ຂອງເສັ້ນຜົມ.
  2. ແກ່ນໝາກອຶ : ມີແຮ່ທາດສັງກະສີເປັນແຮ່ທາດຈຳເປັນຕໍ່ການເຮັດວຽກຂອງທຸກອະໄວຍະວະໃນຮ່າງກາຍ ແລະ ຊ່ວຍຕໍ່ຕ້ານອະນຸມູນອິດສະລະ, ຫລຸດການຂາດຫລົ່ນຂອງເສັ້ນຜົມ.
  3. ເຫັດ : ຊີລີນຽມ ເປັນແຮ່ທາດທີ່ພົບຫລາຍໃນເຫັດ ຊ່ວຍບຳລຸງເສັ້ນຜົມ ປົກປ້ອງເສັ້ນຜົມຈາກຄວາມເສື່ອມສະພາບ ແລະ ຍັງມີໂທເທນິກ ແຮ່ທາດສຳຄັນອີກຊະນິດທີ່ຊ່ວຍຮັກສາເມັດສີພາຍໃນເສັ້ນຜົມ ປ້ອງກັນຜົມຫງອກໄດ້.
  4. ໝາກງາ : ມີຊີລີນຽມ ແລະ ການຊຽມຫລາຍ ເຊິ່ງການຊຽມກໍຊ່ວຍໃຫ້ຜົມແຂງແຮງ ໂດຍສະເພາະງາດຳມີທາດການຊຽມອ່າວຫລາຍ. ນອກຈາກນີ້, ຍັງມີນຳ້ມັນດີໆທີ່ຊ່ວຍໃຫ້ຜົມງາມ.
  5. ຜັກໜອກ : ຊ່ວຍບຳລຸງເສັ້ນຜົມ ແລະ ໜັງຫົວໃຫ້ເກີດຄວາມເຫລື້ອມງາມ ແລະ ຊຸ່ມຊື່ນ, ຫລຸດອາການອັກເສບຂອງເມັດ ຕຸ່ມສິວເທິງໜັງຫົວ ແລະ ຫລຸດບັນຫາຜົມຫງອກໄດ້.
  6. ດອກອັນຊັນ : ໃນດອກອັນຊັນມີແຮ່ທາດທີ່ຊ່ວຍຕ້ານອະນຸມູນອິດສະລະ Oligomeric Proan thocyanidins ຊ່ວຍປ້ອງກັນບໍ່ໃຫ້ຜົມຫລົ່ນໄດ້ນຳ, ແຕ່ຄວນໃຊ້ສະເພາະພາຍນອກ ເພາະການທາດອກອັນຊັນຫລາຍເກີນຄວນກໍອາດເກີດພິດໄດ້ ແລະ ລະວັງຢ່າໃຫ້ເຂົ້າຕາ.
  7. ຜັກກາດດອກ : ມີວິຕາມິນເບລວມ ທີ່ສຳຄັນຕໍ່ສຸຂະພາບຜິວໜັງ ແລະ ເສັ້ນຜົມຫລາຍ ກະຕຸ້ນການໄຫລວຽນເລືອດຢູ່ໜັງຫົວ.
  8. ໝາກກ້ວຍນຳ້ : ທາດການຊຽມໃນໝາກກ້ວຍນຳ້ມີຄວາມສຳຄັນຕໍ່ການເສີມສ້າງກະດູກ, ແຂ້ວ ແລະ ເສັ້ນຜົມຄືກັນ ຫາກຂາດທາດການຊຽມກໍອາດເຮັດໃຫ້ກະດູກ, ແຂ້ວ, ເລັບ ແລະ ເສັ້ນຜົມບໍ່ແຂງແຮງ ແລະ ທາດການຊຽມໃນໝາກກ້ວຍນຳ້ນັ້ນຈະດູດຊຶມໄດ້ໄວ 5 – 6 ເທົ່າ ເມື່ອຖືກຄວາມຮ້ອນ.
  9. ຖົ່ວ : ມີໂປຣຕິນຫລາຍ ເພາະເສັ້ນຜົມມີສ່ວນປະກອບຕົ້ນຕໍຄືໂປຣຕິນເຂັ້ມຂຸ້ນເຄຣາຕິນ, ໄຂມັນ, ນຳ້ ແລະ ເມລານິນ ເຊິ່ງເຄຣາຕິນມີຫລາຍໃນຜົມຊັ້ນກາງທີ່ເຮັດໃຫ້ຜົມແຂງແຮງ. ດັ່ງນັ້ນ, ການກິນຖົ່ວທີ່ໃຫ້ໂປຣຕິນພຽງພໍຈະຊ່ວຍບຳລຸງໃຫ້ເສັ້ນຜົມແຂງແຮງ, ບໍ່ອ່ອນແອຂາດຫລົ່ນງ່າຍ.
  10. ໝາກອະໂວກາໂດ : ມີວິຕາມິນເອີ ເຊິ່ງວິຕາມິນເອີມີ 2 ກຸ່ມ ຄື : tocopherol ແລະ tocotrienols ເຊິ່ງກຸ່ມທີ 2 ນີ້ເຊື່ອວ່າສາມາດຊ່ວຍເລື່ອງຕ້ານຄວາມເຖົ້າ, ຊ່ວຍໃຫ້ຜິວໜັງຊຸ່ມຊື່ນ, ຫລຸດການອັກເສບ ແລະ ຊ່ວຍຟື້ນຟູຜິວໜັງ ແລະ ຊ່ວຍໃຫ້ເສັ້ນຜົມແຂງແຮງ.
  11. ໝາກສີດາ : ມີວິຕາມິນເຊຫລາຍ ຊ່ວຍສ້າງ ແລະ ຟື້ນຟູພາກສ່ວນເສື່ອມສະພາບ ເຮັດໃຫ້ເສັ້ນຜົມບໍ່ຂາດງ່າຍ ແລະ ກະຕຸ້ນການເກີດໃໝ່ຂອງເສັ້ນຜົມ.
  12. ໝາກຫຸ່ງສຸກ : ມີເບຕ້າແຄໂຣທີນ ເຊິ່ງເຮັດວຽກຮ່ວມກັບວິຕາມິນເບ ມີບົດບາດສຳຄັນໃນການຮັກສາສຸຂະພາບ ແລະ ເພີ່ມລະບົບພູມຕ້ານທານໃຫ້ແຂງແຮງແກ່ຜິວໜັງ ແລະ ເສັ້ນຜົມ ເຮັດໃຫ້ເສັ້ນຜົມເຫລື້ອມງາມ.
- 5 -  12 ອາຫານຍິ່ງກິນຜົມຍິ່ງຍາວໄວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!