ພົບ 2 ສົບ ເພດຊາຍບໍ່ຊາບຊື່ທີ່ບ້ານໃຫມ່ ເມືອງສີໂຄດຕະບອງ ນວ

ພົບ 2 ສົບ ເພດຊາຍບໍ່ຊາບຊື່ທີ່ບ້ານໃຫມ່ ເມືອງສີໂຄດຕະບອງ ນວ - WhatsApp Image 2022 03 27 at 7 - ພົບ 2 ສົບ ເພດຊາຍບໍ່ຊາບຊື່ທີ່ບ້ານໃຫມ່ ເມືອງສີໂຄດຕະບອງ ນວ
ພົບ 2 ສົບ ເພດຊາຍບໍ່ຊາບຊື່ທີ່ບ້ານໃຫມ່ ເມືອງສີໂຄດຕະບອງ ນວ - kitchen vibe - ພົບ 2 ສົບ ເພດຊາຍບໍ່ຊາບຊື່ທີ່ບ້ານໃຫມ່ ເມືອງສີໂຄດຕະບອງ ນວ

ຕາມການລາຍງານຂອງເຈົ້າໜ້າທີ່ ປກສ ນະຄອນຫຼວງໃຫ້ຮູ້ວ່າ:ໃນເວລາ 13 ໂມງ ຂອງວັນທີ 26 ມີນາ 2022 ເຈົ້າໜ້າທີ່ ພະແນກຕຳຫຼວດສືບສວນ-ສອບສວນ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຜ່ານໂທລະສັບຈາກ ປກສ ເມືອງສີໂຄດຕະບອງ ວ່າມີຄົນເສຍຊີວິດຢູ່ບ້ານໃຫມ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ລົງກວດກາຊັນນະສູດ.
ຜ່ານການເກັບກຳຂໍ້ມູນຫຼັກຖານ ພົບວ່າ: ວັນທີ 26 ມີນາ 2022 ເວລາ 8:30 ໂມງ ປະຊາຊົນຢູ່ບ້ານຈັນສະຫວ່າງ ເຊິ່ງເປັນແມ່ລູກ ໄດ້ຂັບຂີ່ລົດຈັກໄປຫາໜໍ່ໄມ້ຢູ່ເຂດບ້ານໃໝ່ ແລ້ວພົບເຫັນຄົນເສຍຊີວິດຖືກຝັງດິນ ໂດຍເຫັນແຕ່ຂາສອງຂາຊີ້ອອກມາຈາກຂຸມ ສ່ວນຕົວແມ່ນຖືກຝັງ. ເມື່ອເຫັນແນວນັ້ນຈຶ່ງຕົກໃຈແລ້ວກັບຄືນມາເຮືອນ ແລ້ວແຈ້ງຕໍ່ຄອບຄົວ ແລະ ແຈ້ງຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ເພື່ອເຂົ້າກວດກາຈຸດທີ່ພົບຊາກສົບ.
ຜົນຂອງການຊັນນະສູດ ພົບວ່າ ຜູ້ເສຍຊີວິດແມ່ນເພດຊາຍ ຈຳນວນ 2 ຄົນບໍ່ຊາບຊື່. ສົບຜູ້ທີ່ 1 ພົບຮ່ອງຮອຍບາດແຜທີ່ເກີດຈາກຂອງມີຄົມ ຈຳນວນ 8 ບາດແຜຄື ທາງຫຼັງ 7 ບາດແຜ ທາງຂ້າງ 1 ບາດແຜ. ສົບທີ 2 ພົບບາດແຜທີ່ເກີດຈາກຂອງມີຄົມ 4 ບາດແຜ ທາງຫຼັງ 3 ທາງຂ້າງ 1 ບາດແຜ.
ສາເຫດຂອງການເສຍຊີວິດທັງສອງ ແມ່ນຂາດອາກາດຫາຍໃຈ ຍ້ອນຖືກສະກັອດຄຽນດັງ ແລະ ປາກ. ປັດຈຸບັນສົບຂອງທັງສອງແມ່ນເກັບໄວ້ທີ່ໂຮງຫມໍມະໂຫສົດ.
ເຫດການນີ້ ເຈົ້າໜ້າທີ່ກຳລັງເລັ່ງສືບສວນ-ສອບສວນ ຫາລາຍລະອຽດຢູ່.
#ໜັງສືພິມຄວາມສະຫງົບ

ພົບ 2 ສົບ ເພດຊາຍບໍ່ຊາບຊື່ທີ່ບ້ານໃຫມ່ ເມືອງສີໂຄດຕະບອງ ນວ - 5 - ພົບ 2 ສົບ ເພດຊາຍບໍ່ຊາບຊື່ທີ່ບ້ານໃຫມ່ ເມືອງສີໂຄດຕະບອງ ນວ
ພົບ 2 ສົບ ເພດຊາຍບໍ່ຊາບຊື່ທີ່ບ້ານໃຫມ່ ເມືອງສີໂຄດຕະບອງ ນວ - Visit Laos Visit SALANA BOUTIQUE HOTEL - ພົບ 2 ສົບ ເພດຊາຍບໍ່ຊາບຊື່ທີ່ບ້ານໃຫມ່ ເມືອງສີໂຄດຕະບອງ ນວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!