ຜັນຂະຫຍາຍມະຕິຄັ້ງທີ XI ດ້ວຍການຍົກສູງບົດບາດການນຳພາຂອງພັກ
ໂດຍ: ທິດກໍ່າ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ວາງຄຳຂວັນອອກມາວ່າ: “ຍົກສູງຄວາມສາມາດນຳພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນພາຍໃນຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ-ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນຳພາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ”.
ດັ່ງທີ່ຮູ້ກັນແລ້ວວ່າ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021 ແລະ ໄດ້ສຳເລັດລົງໃນວັນທີ 15 ມັງກອນ 2021 ຢູ່ນະຄອນຫລວງວຽງຈັນ. ເມື່ອຄິດໄລ່ເບິ່ງ ມາຮອດປັດຈຸບັນກໍແມ່ນໄດ້ 1 ປີກັບ 2 ເດືອນກວ່າໆແລ້ວ.
ແນວໃດກໍຕາມ, ເພື່ອເຮັດໃຫ້ມະຕິຄັ້ງທີ XI ຂອງພັກຖືກຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ເກີດດອກອອກຜົນ ແລະ ເປັນຮູບປະທຳຢ່າງຈິງຈັງ ພວກເຮົາກໍຕ້ອງໄດ້ຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍໃຫ້ທັນກັບສະພາບການປ່ຽນແປງຂອງໂລກ ແລະ ຂອງສັງຄົມທີ່ພວມມີການຂະຫຍາຍຕົວໄປໃນທາງທີ່ດີ ແລະ ເຄັ່ງຮ້ອນ. ໜຶ່ງໃນພາລະກິດທີ່ຕ້ອງໄດ້ເຮັດຢ່າງຈິງຈັງ ແລະ ເດັດຂາດນັ້ນກໍຄື ຍົກສູງບົດບາດການນຳພາຂອງພັກໃຫ້ເຂັ້ມແຂງ, ເປັນຕົວແທນ ແລະ ເປັນຕົວແບບອັນແທ້ຈິງໃນລະບົບການຈັດຕັ້ງ ກໍຄືຢູ່ໃນກົມກອງລວມໝູ່ ແລະ ໃນໝູ່ມະຫາຊົນ, ປະຊາຊົນບັນດາເຜົ່າຢ່າງເຂັ້ມແຂງ, ປອດໃສ, ຂາວສະອາດ.
ໂດຍປະຕິບັດຕາມຫລັກການບໍລິຫານປະເທດຂອງພັກເຮົາແມ່ນພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ. ໃນອົງກອນໜຶ່ງໆ ນັບແຕ່ຂັ້ນທ້ອງຖິ່ນຂຶ້ນຮອດຂັ້ນສູນກາງຕາມສາຍຕັ້ງຍ່ອມມີອົງຄະນະພັກ, ມີສະມາຊິກພັກເພື່ອເປັນຕົວແທນຫລັກ ແລະ ເປັນແກ່ນນຳໃນການຄຸ້ມຄອງນຳພາໃນອົງກອນນັ້ນໆຢ່າງເປັນລະບົບຄົບຊຸດ ໃນນີ້ຜູ້ເປັນຫົວໜ້າ ຫລື ເປັນນາຍຕ້ອງເປັນສະມາຊິກພັກທີ່ເປັນຫົວຫອກ, ສະໝອງກົນໃນການຄົ້ນຄິດ, ຄົ້ນຄວ້າ, ວາງແຜນຍຸດທະສາດແຕ່ລະໄລຍະ ເພື່ອບັນລຸເປົ້າໝາຍທີ່ອົງຄະນະພັກໄດ້ວາງອອກໃຫ້ສຳເລັດຜົນຢ່າງໜ້າເພິ່ງພໍໃຈ.
ຢາກບັນລຸແຜນຍຸດທະສາດທີ່ພັກໄດ້ວາງອອກ, ອົງຄະນະພັກ, ບັນດາສະຫາຍສະມາຊິກພັກຕ້ອງມີວິຊາຄວາມຮູ້ທີ່ແນ່ນອນ, ມີວິໄສທັດໃນການທະລຸບັນຫາຕ່າງໆທີ່ເກີດຂຶ້ນ. ອັນສຳຄັນທີ່ສຸດ ອົງຄະນະພັກ, ສະມາຊິກພັກຢູ່ບ່ອນນັ້ນໆຕ້ອງເປັນຄົນປອດໃສຂາວສະອາດ, ສັດຊື່ບໍລິສຸດ, ບໍ່ພາກັນສໍ້ລາດບັງຫລວງ, ຮູ້ປະຢັດ, ຮູ້ນຳໃຊ້ທ່າແຮງເສດຖະກິດ-ສັງຄົມທີ່ມີໃນທ້ອງຖິ່ນຂອງຕົນຢ່າງມີຫົວຄິດປະດິດສ້າງ. ໃນຜ່ານມາ ອົງຄະນະພັກ ແລະ ສະມາຊິກພັກໃນບາງສະຫາຍ, ບາງກົມກອງທ້ອງຖິ່ນໄດ້ກະທຳຕົວບໍ່ເປັນແບບຢ່າງ ແລະ ບໍ່ເປັນໜ້າເຊື່ອຖືຂອງລູກນ້ອງ ກໍຄືມະຫາຊົນທົ່ວໄປເຊັ່ນ: ພາກັນສໍ້ລາດບັງຫລວງ, ກິນສິນບົນ, ຫລິ້ນກິນຟຸມເຟືອຍ, ເກີດໄພສັງຄົມ, ສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຫາຜົນປະໂຫຍດໃຫ້ຕົນເອງ ແລະ ພວກພ້ອງ ອັນເປັນເຫດໃຫ້ເສຍພາບພົດບົດບາດຂອງພະນັກງານການນຳ, ເສຍຄວາມເຊື່ອຖື ແລະ ຄວາມເຊື່ອໝັ້ນຈາກມະຫາຊົນ.
ຍ້ອນອົງກອນຂອງພັກ ແລະ ສະມາຊິກພັກຢູ່ບ່ອນນັ້ນພາໝູ່ເພຈຶ່ງເປັນເຫດໃຫ້ວັດຖຸຊັບສິນເງິນຄຳຢູ່ບ່ອນນັ້ນໆມີການເສຍຫາຍຢ່າງຫລວງຫລາຍ. ໃນຫລາຍປີຜ່ານມາ ມີຫລາຍຂະແໜງການ ພັກ-ລັດຖະບານໄດ້ລົງທຶນລົງຮອນໃສ່ການພັດທະນາເປັນຫລາຍຮ້ອຍຫລາຍພັນລ້ານ, ແຕ່ຜົນໄດ້ຮັບປານຖອກນ້ຳໃສ່ຫົວເປັດ ຍ້ອນການນຳພາຂອງອົງຄະນະພັກຢູ່ບ່ອນນັ້ນໆບໍ່ເຂັ້ມແຂງໜັກແໜ້ນ.
ສະນັ້ນ, ການຍົກສູງບົດບາດການນຳພາຂອງພັກຈຶ່ງມີຄວາມຈຳເປັນໃນຍຸກສ້າງສາພັດທະນາຄືປັດຈຸບັນ. ຖ້າບໍ່ດັ່ງນັ້ນ ພາລະກິດກໍຄືມະຕິຂອງພັກຈະບໍ່ສຳເລັດຕາມເປົ້າໝາຍທີ່ກຳນົດໄວ້.