ທະນາຄານນະໂຍບາຍສາຂາຊຽງຂວາງ ສະໜອງສິນເຊື່ອໃຫ້ບ້ານ 3 ສ້າງຢ່າງມີປະສິດທິຜົນ


ໃນທ້າຍເດືອນ ກໍລະກົດ ຜ່ານມານີ້, ຜູ້ສື່ຂ່າວທະນາຄານ ແຫ່ງ ສປປ ລາວ ຮ່ວມກັບທ່ານ ຮອງຫົວໜ້າ ທນບ ສາຂາ ແຂວງຊຽງຂວາງໄດ້ລົງຕິດ ຕາມຜົນຂອງການສະໜອງ ສິນເຊື່ອຂອງທະນາຄານນະໂຍບາຍ (ທນບ) ສາຂາ ແຂວງດັ່ງ ກ່າວເຂົ້າບ້ານຍອດງຶ່ມ ເມືອງ ແປກ ແຂວງຊຽງຂວາງ ເຊິ່ງ ເປັນບ້ານ 3 ສ້າງ ເຫັນວ່າ: ມີຜົນ ຄືບໜ້າພໍສົມຄວນ ແລະ ເຮັດໃຫ້ ເມັດເງິນດັ່ງກ່າວສ້າງຜະລິດຕະ ຜົນປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດວຽກງານ 3 ສ້າງ ຢ່າງມີປະສິດທິຜົນ ແລະ ເຮັດໃຫ້ ປະຊາຊົນມີຊີວິດການເປັນຢູ່ດີ ຂຶ້ນກວ່າເກົ່າ.
ຮອງຫົວໜ້າ ທນບ ສາຂາ ແຂວງຊຽງຂວາງ ໄດ້ແຈ້ງ ໃຫ້ຮູ້ ວ່າ: ມາຮອດທ້າຍເດືອນ 6/ 2017 ທນບ ສາຂາແຂວງ ຊຽງ ຂວາງ ມີຍອດສິນເຊື່ອທັງໝົດ 185 ຕື້ກ່ວາກີບ ໃນນີ້ໄດ້ສະ ໜອງສິນເຊື່ອເຂົ້າໃນໂຄງການ ປູກຝັງ 20 ຕື້ກວ່າກີບ, ໂຄງ ການລ້ຽງສັດ 160 ຕື້ກ່ວາກີບ, ໂຄງການຫັດຖະກໍາ 1 ຕື້ກວ່າ ກີບ, ໂຄງການອຸດສາຫະກໍາປຸງ ແຕ່ງ 1 ຕື້ ກວ່າກີບ, ແລະໂຄງ ການການຄ້າ-ບໍລິການ 943 ລ້ານກີບໂດຍໄດ້ສະໜອງເຂົ້າ ເມືອງເປົ້າໝາຍ 119 ຕື້ ກວ່າ ກີບ, ຈຸດສຸມ ລັດຖະບານ-ທ້ອງ ຖິ່ນ 36 ຕື້ກວ່າກີບ ແລະໄດ້ສະ ໜອງສິນເຊື່ອເຂົ້າ 6 ບ້ານ 3 ສ້າງ ທັງໝົດ 21 ຕື້ກ່ວາກີບ ເພື່ອເປົ້າ ໝາຍປູກຝັງ ແລະ ລ້ຽງສັດເປັນ ຕົ້ນຕໍ.


+ ຟ້ອງທະນາຄານໃຫຍ່ທີ່ສຸດຂອງອົດສະຕຣາລີ ລະເມີດກົດໝາຍໃຫ້ທຶນກໍ່ການຮ້າຍ
+ ທະນາຄານແຫ່ງຊາດເປີດສາຂາ ແຫ່ງທີ 5 ຢູ່ແຂວງຊຽງຂວາງ
ທ່ານ ຮອງຫົວໜ້າ ທນບ ສາຂາ ແຂວງຊຽງຂວາງ ໄດ້ໃຫ້ ຮູ້ອີກວ່າ: ຜ່ານ ການຈັດຕັ້ງປະ ຕິບັດນັບແຕ່ປີ 2013 ເປັນຕົ້ນ ມາ, ຕາມການກວດກາ ແລະ ຕີ ລາຄາຜົນຮ່ວມກັບຄະນະກໍາມະ ການສິນເຊື່ອຂັ້ນຕ່າງໆ, ເວົ້າສະ ເພາະຂັ້ນບ້ານຍອດງຶ່ມເຫັນວ່າ: ສິນເຊື່ອມີຄຸນນະພາບດີສົມ ຄວນສົມທຽບໃນຜ່ານມາກ່ອນ ບໍ່ທັນມີສິນເຊື່ອ ທນບ ສະພາບ ການນໍາໃຊ້ແຫຼ່ງທຶນເຂົ້າໃນ ການ ຜະລິດມີຄວາມຫຍຸ້ງຍາກ, ພາຍ ຫຼັງທີ່ມີສິນເຊື່ອ ທນບ ປະກອບ ສ່ວນເຂົ້າໃນການຜະລິດ, ການ ບໍລິການນີ້ແລ້ວ ເຮັດໃຫ້ ເສດຖະ ກິດຂອງປະຊາຊົນຂອງບ້ານ ຈໍາ ນວນບໍ່ໜ້ອຍໄດ້ມີຊີວິດການ ເປັນຢູ່ດີຂຶ້ນຢ່າງຈະແຈ້ງ, ພິເສດ ແຫຼ່ງທຶນທີ່ນໍາໃຊ້ເຂົ້າໃນ ບ້ານ 3 ສ້າງ ແຂວງຊຽງຂວາງກໍຄື ບ້ານຍອດງຶ່ມເກືອບຈະບໍ່ມີໜີ້ ເສຍ (NPL) ທັງນີ້ກໍຍ້ອນວ່າ ອໍານາດການປົກຄອງທຸກຂັ້ນ ໂດຍສະເພາະຄະນະກໍາມະການ ສິນເຊື່ອຂັ້ນຕ່າງໆ ແລະ ປະຊາ ຊົນທີ່ກູ້ຢືມເງິນ ໄດ້ ເປັນເຈົ້າການ ແລະ ເຂົ້າໃຈບັນ ຫາ ແລະ ໄດ້ປະ ກອບສ່ວນສົ່ງຜົນ ດີໃຫ້ແກ່ເສດ ຖະກິດຄອບຄົວ ແລະ ເສດຖະກິດ ຂອງທ້ອງຖິ່ນການຂະຫຍາຍ ຕົວຕາມທິດທາງຂອງອົງ ຄະນະ ພັກ-ອໍານາດການປົກຄອງ ທ້ອງ ຖິ່ນວາງອອກໃນ ແຕ່ລະໄລຍະ.