ລາຄານ້ຳມັນດິບໂລກ ສືບຕໍ່ປັບເພີ່ມຂຶ້ນຢ່າງຕໍ່ເນື່ອງ

ລາຄານ້ຳມັນດິບໂລກ ສືບຕໍ່ປັບເພີ່ມຂຶ້ນຢ່າງຕໍ່ເນື່ອງ - 275119170 1840361316167640 3140003187571937123 n - ລາຄານ້ຳມັນດິບໂລກ ສືບຕໍ່ປັບເພີ່ມຂຶ້ນຢ່າງຕໍ່ເນື່ອງ
ລາຄານ້ຳມັນດິບໂລກ ສືບຕໍ່ປັບເພີ່ມຂຶ້ນຢ່າງຕໍ່ເນື່ອງ - kitchen vibe - ລາຄານ້ຳມັນດິບໂລກ ສືບຕໍ່ປັບເພີ່ມຂຶ້ນຢ່າງຕໍ່ເນື່ອງ

ຕາມຂ່າວຈາກ ນີວຢອກ,ວັນທີ3ມີນານີ້ລາຄານ້ຳມັນດິບໂລກສືບຕໍ່ປັບເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໃນລະດັບ 2,68 ໂດລາ ສະຫະລັດ ມາເປັນ113,28 ໂດລາສະຫະລັດຕໍ່ຖັງ ໃນການຊື້-ຂາຍເທິງກະດານ ເອເລັກໂຕຣນິກ ຂອງຕະຫລາດແລກປ່ຽນການຄ້າ ນີວຢອກ(NIMEX), ເຊັ່ນດຽວກັບ ນ້ຳມັນດິບເບຣນຂອງອັງກິດ ປັບເພີ່ມຂຶ້ນ 3,61 ໂດລາສະຫະລັດ ເປັນມາ 116,54 ໂດລາສະຫະລັດຕໍ່ຖັງ ການປັບຂຶ້ນດັ່ງກ່າວ ໜ້ອຍກວ່າວັນທີ2ມີນາຜ່ານມາ ໂດຍເພີ່ມຂຶ້ນ 7ໂດລາສະຫະລັດຕໍ່ຖັງ.

ການປັບ ລາຄານ້ຳມັນຄັ້ງນີ້ ມີຂຶ້ນພາຍຫລັງ ຜູ້ນຳໃນກຸ່ມ ໂອເປັກ ພລັສ (OPEC Plus) ທີ່ປະກອບດ້ວຍປະເທດໃນກຸ່ມຜູ້ສົ່ງອອກນ້ຳມັນ ຫລື ໂອເປັກ ແລະ ປະເທດນອກກຸ່ມໂອເປັກຕັດສິນໃຈຮັກສາແຜນການຄ່ອຍເພີ່ມກຳລັງການຜະລິດຕໍ່ໄປ ໂດຍຈະເພີ່ມກຳລັງການຜະລິດບໍ່ເກີນມື້ລະ 400.000ຖັງ ໃນເດືອນເມສານີ້.

ລາຄານ້ຳມັນດິບໂລກ ສືບຕໍ່ປັບເພີ່ມຂຶ້ນຢ່າງຕໍ່ເນື່ອງ - Visit Laos Visit SALANA BOUTIQUE HOTEL - ລາຄານ້ຳມັນດິບໂລກ ສືບຕໍ່ປັບເພີ່ມຂຶ້ນຢ່າງຕໍ່ເນື່ອງ

ຂ່າວຈາກ: ຂປລ

ລາຄານ້ຳມັນດິບໂລກ ສືບຕໍ່ປັບເພີ່ມຂຶ້ນຢ່າງຕໍ່ເນື່ອງ - 3 - ລາຄານ້ຳມັນດິບໂລກ ສືບຕໍ່ປັບເພີ່ມຂຶ້ນຢ່າງຕໍ່ເນື່ອງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!