ການາ ປົດ ຣາເຢວັດ ຫລັງພາທີມຕົກຮອບທຳອິດໃນການແຂ່ງຂັນເຕະບານຊີງແຊ໊ມແຫ່ງທະວີບອາຟຣິກາ
ທີມຊາດ ການາ ປະກາດແຍກທາງກັບ ມິໂຣວານ ຣາເຢວັດ ຮຽບຮ້ອຍແລ້ວ ຫັຼງສ້າງຜົນງານຕົກຕຳ່ທີ່ສຸດຕົກຮອບໃນການແຂ່ງຂັນບານເຕະຊີງແຊ໊ມທະວີບ ແອຟຣີກາ.
ມິໂລວານ ຣາເຢວັດ ຖືກດຶງກັບມາຄຸມທີມຊາດການາຮອບສອງ ເມື່ອເດືອນກັນຍາປີກາຍ ດ້ວຍສັນຍາເບື້ອງຕົ້ນພຽງ 1 ປີ ໂດຍມີເປົ້າຫມາຍຄືການລ່າໂກຕ້າບານເຕະໂລກ 2022 ຮອບສຸດທ້າຍທີ່ປະເທດກາຕາ ໃຫ້ໄດ້.
ແຕ່ຫລັງຈາກສ້າງຜົນງານໄດ້ຢ່າງຫນ້າຜິດຫວັງຕົກຮອບແບ່ງກຸ່ມແອຟຣີກັນ ຄັບ ອອຟ ເນຊັນ 2021 ໂດຍບໍ່ສາມາດເອົາຊະນະໃຜໄດ້ເລີຍ ເກັບໄປໄດ້ພຽງຄະແນນດຽວ ຈາກ 3 ນັດ.
ເຮັດໃຫ້ຫລ້າສຸດ ສະຫະພັນບານເຕະ ການາ ໄດ້ຕັດສິນໃຈແຍກທາງກັບ ຣາເຢວັດ ຮຽບຮ້ອຍແລ້ວ ແລະ ກຽມຫາຜູ້ຈັດການທີມຄົນໃຫມ່ໃຫ້ໄດ້ໂດຍໄວທີ່ສຸດ ກ່ອນເຖິງເກມຮອບຄັດເລືອກບານເຕະໂລກນັດຕໍ່ໄປ ໃນໄລຍະເດືອນມີນານີ້.
ຈາກການປົດຜູ້ຈັດການທີມດັ່ງກ່າວ ເຮັດໃຫ້ທີມການາປ່ຽນຜູ້ຈັດການທີມໄປແລ້ວເຖິງ 3 ຄົນ ໃຮອບ 2 ທີ່ຜ່ານມາ ຕໍ່ຈາກ ເຈມ ຄະເວຊີ ອັບເປຍ ແລະ ຊາລ ອະຄອນນໍ ສອງຜູ້ຈັດການການທີມຊື່ດັງຊາວການາ.
ສຳລັບ ມິໂລວານ ຣາເຢວັດ ປັດຈຸບັນອາຍຸ 68 ປີ ຜ່ານການຄຸມທີມລະດັບຊາດມາຢ່າງຫລວງຫລາຍ ບໍ່ວ່າຈະເປັນ ກາຕາ, ແອລຈີເຣຍ ແລະ ທີມຊາດໄທ ຂະນະທີ່ຜົນງານເດ່ັນທີ່ສຸດ ຄືການຄຸມທີມຊາດຄັ້ງທຳອິດ ລະຫວ່າງປີ 2008-2010 ແລະ ພາທີມເຂົ້າເຖິງຮອບກ່ອນຮອງຊະນະເລີດເຕະບານໂລກ 2010 ທີ່ແອຟຣິກາໃຕ້.