ຍີ່ປຸ່ນ ໃຫ້ທຶນສະໜັບສະໜູນປັບປຸງພາກວິຊາພາສາຍີ່ປຸ່ນ ຢູ່ ມຊ ມູນຄ່າ 92.485 ໂດລາສະຫະລັດ


ວັນທີ 27 ມັງກອນ 2022 ທີ່ນະຄອນຫລວງວຽງຈັນ, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອລ້າສະໜັບສະໜູນປັບປຸງພາກວິຊາພາສາຍີ່ປຸ່ນ ມະຫາ ວິທະຍາໄລແຫ່ງຊາດລາວ ມູນຄ່າ 92.485 ໂດລາສະຫະລັດ ໂດຍຜ່ານໂຄງການຊ່ວຍເຫລືອລ້າທາງດ້ານວັດທະນະທໍາ (GCGP).
ສັນຍາການຊ່ວຍເຫລືອລ້າໂຄງການ GCGP ໃນດ້ານການສຶກສາໄດ້ລົງນາມ ລະຫວ່າງ ພະນະທ່ານ ໂຄບາຢາຊິ ເຄັນອິຈິ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ແລະ ທ່ານ ດຣ ມາໄລຄຳ ໄຊຍະກອນ, ຮອງຫົວໜ້າພາກວິຊາພາສາຍີ່ປຸ່ນ ແລະ ເປັນສັກຂີພິຍານໂດຍ ຮສ.ປອ. ອາຈານ ຮຸ່ງເພັດ ຈັນທະວົງ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ພາກວິຊາພາສາຍີ່ປຸ່ນ ໄດ້ມີບົດບາດສໍາຄັນທາງດ້ານການສຶກສາ ນັບຕັ້ງແຕ່ການສ້າງຕັ້ງຂຶ້ນໃນປີ 2003. ປັດຈຸບັນ, ພາກວິຊາດັ່ງກ່າວ ໄດ້ສະໜອງການສຶກສາພາສາຍີ່ປຸ່ນ ທີ່ມີຄຸນນະພາບສູງ, ເຊິ່ງເຮັດໃຫ້ຄົນຈໍານວນຫລວງຫລາຍໄດ້ຮັບທັກສະທາງດ້ານພາສາທີ່ດີເລີດ. ຈຳນວນຂອງຜູ້ສະໝັກເຂົ້າສຶກສາໃນພາກວິຊາ ໄດ້ເພີ່ມຂຶ້ນໃນຊຸມປີມໍ່ໆມານີ້, ດັ່ງນັ້ນ ການປັບປຸງສະພາບແວດລ້ອມການສຶກສາ ເພື່ອໃຫ້ນັກສຶກສາ ສາມາດເຂົ້າສຶກສາໄດ້ຫລາຍຂຶ້ນ ຈຶ່ງກາຍເປັນບັນຫາທີ່ຮີບດ່ວນ.
ໂຄງການດັ່ງກ່າວ, ຈະໄດ້ຮັບການກໍ່ສ້າງອາຄານ 2 ຊັ້ນ ທີ່ມີ 3 ຫ້ອງຮຽນ ທີ່ເຕັມໄປດ້ວຍອຸປະກອນການຮຽນ-ການສອນຢ່າງຄົບຖ້ວນ. ມັນເປັນທີ່ຄາດຫວັງວ່າ ຫ້ອງຮຽນເພີ່ມຕື່ມເຫລົ່ານີ້ ຈະເພີ່ມຈຳນວນນັກສຶກສາ ໃຫ້ເພີ່ມຂຶ້ນຈາກ 40 ຄົນ ເປັນ 70 ຄົນຕໍ່ປີ.
ໂອກາດນີ້, ທ່ານເອກອັກຄະຣາຊະທູດ ໂຄບາຢາຊິ ໄດ້ສະແດງຄວາມຊົມເຊີຍຢ່າງເລິກເຊິ່ງ ຕໍ່ຄວາມພະຍາຍາມ ຂອງບັນດາຄູສອນພາສາຍີ່ປຸ່ນ ທີ່ໄດ້ສືບຕໍ່ດຳເນີນການສອນ ໃນສະພາບຫຍຸ້ງຍາກ ທີ່ເກີດຈາກພະຍາດໂຄວິດ-19. ພ້ອມທັງຫວັງວ່າໂຄງການນີ້ຈະຊ່ວຍປັບປຸງສະພາບແວດລ້ອມດ້ານການສຶກສາ ທີ່ຈະຊ່ວຍຍົກລະດັບການສຶກສາ ແລະ ປະກອບສ່ວນເຂົ້າໃນການຝຶກອົບຮົມໃຫ້ນັກສຶກສາ ຜູ້ທີ່ມີຜົນງານດີເດັ່ນ ໃນການເປັນຂົວຕໍ່ ລະຫວ່າງ ປະເທດຍີ່ປຸ່ນ ແລະ ສປປ ລາວ ໃນອະນາຄົດ.