ຫລັງຈາກຫລຸດພົ້ນຈາກປະເທດດ້ອຍພັດທະນາ ສປປ ລາວ ຈະໄດ້ຮັບທຶນຊ່ວຍເຫລືອໜ້ອຍລົງ ແລະ ຕ້ອງຈ່າຍແກ່ ສປຊ ຫລາຍຂຶ້ນ
ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ລາຍງານຕໍ່ກອງປະຊຸມລັດຖະບານ ຊຸດທີ IX ເປີດກວ້າງຄັ້ງທີ II ເມື່ອບໍ່ດົນມານີ້ວ່າ: ການອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC), ປະເທດເຮົາຈະພົບສິ່ງທ້າທາຍຫລາຍຢ່າງ ແຕ່ກໍສາມາດແກ້ໄຂໄດ້ໂດຍເນັ້ນໃສ່ການເຈລະຈາ.
ການອອກຈາກ LDC ຂອງ ສປປ ລາວ ອາດຈະບໍ່ກະທົບຫລາຍປານໃດໃນດ້ານການຄ້າ, ແຕ່ຈະເຮັດໃຫ້ປະເທດເຮົາເສຍສິດທິພິເສດດ້ານການຄ້າ (Generalized system of preferences ຫຼື GSP) ເຊັ່ນ: ສິດທິໃນການຍົກເວັ້ນພາສີ ແລະ ໂກຕາ (duty-free; quota-free ຫຼື DDQF) ໃນການສົ່ງອອກສິນຄ້າຂອງຕົນໄປສູ່ຕະຫຼາດໂລກໂດຍສະເພາະແມ່ນການສົ່ງອອກໄປບັນດາປະເທດໃນສະຫະພາບເອີຣົບ (EU) ໃນປີ 2029, ແຕ່ຕາມໂຕເລກສະຖິຕິການສົ່ງອອກ, ລາວເຮົາກໍບໍ່ໄດ້ສົ່ງສິນຄ້າໄປຫຼາຍປະເທດປານໃດ.
ການອອກຈາກສະຖານະພາບດັ່ງກ່າວ ອາດຈະເຮັດໃຫ້ການເຂົ້າເຖິງແຫລ່ງທຶນຍາກຂຶ້ນ ລວມທັງການກູ້ຢືມດອກເບ້ຍຕໍ່າ ທີ່ ສປປ ລາວ ເຄີຍເຂົ້າເຖິງໃນຖະນະເປັນປະເທດດ້ອຍພັດທະນາ ແລະ ການກູ້ຢືມທຶນເພື່ອການພັດທະນາອາດຈະມີອັດຕາດອກເບ້ຍສູງຂຶ້ນກວ່າເກົ່າ.
ນອກນີ້ ການຊ່ວຍເຫຼືອເພື່ອການພັດທະນາ (ODA) ອາດຈະຫຼຸດລົງ ເນື່ອງຈາກບັນດາປະເທດຜູ້ໃຫ້ທຶນ ຫລື ຄູ່ຮ່ວມພັດທະນາ ອາດຫັນການຊ່ວຍເຫລືອໄປໃຫ້ບັນດາປະເທດອື່ນທີ່ຍັງຢູ່ໃນສະຖານະພາບເປັນປະເທດດ້ອຍພັດທະນາ ເພື່ອຊຸກຍູ້ໃຫ້ປະເທດເຫລົ່ານັ້ນຫລຸດພົ້ນອອກໃນຕໍ່ໜ້າ.
ການອອກຈາກ LDC ແມ່ນເຫດຜົນໜຶ່ງທີ່ບາງບັນດາປະເທດຜູ້ໃຫ້ທຶນ ຫລື ອົງການຖືເອົາເປັນເຫດຜົນໜຶ່ງ ເພື່ອຫລຸດຜ່ອນທຶນ ຫລື ຢຸດທຶນຊ່ວຍເຫຼືອເຊັ່ນ: ອົງການ GIZ ຂອງເຢຍລະມັນ ໄດ້ຢຸດຊ່ວຍເຫລືອທຶນໃຫ້ແກ່ການພັດທະນາຕໍ່ ສ ປປ ລາວ ໃນໄລຍະຜ່ານມາ.
ຂະນະດຽວກັນ, ພັນທະການປະກອບສ່ວນຂອງ ສປປ ລາວ ໃຫ້ແກ່ອົງການສະຫະປະຊາຊາດ (ສປຊ) ແລະ ອົງການຈັດຕັ້ງສາກົນຕ່າງໆ ທີ່ ສປປ ລາວ ເປັນພາຄີ ແລະ ເປັນສະມາຊິກບາງອົງການຈະເພີ່ມຂຶ້ນຈາກເພດານທີ່ປະເທດດ້ອຍພັດທະນາເຄີຍຈ່າຍສູງສຸດບໍ່ເກີນ 0,01% ສໍາລັບປະເທດດ້ອຍພັດທະນາ; ປັດຈຸບັນ, ສປປ ລາວ ຈ່າຍ 0,05% ຕົກປະມານ 125.000 ໂດລາຕໍ່ປີ.
ສປປ ລາວ ຈະໄດ້ຮັບພາລະຫຼາຍຢ່າງດ້ວຍຕົນເອງເພີ່ມຂຶ້ນ ໃນການເຂົ້າຮ່ວມເຄື່ອນໄຫວວຽກງານຕ່າງໆກັບສາກົນເຊັ່ນ: ການເຂົ້າຮ່ວມກອງປະຊຸມສາກົນຕ່າງໆທີ່ສປປ ລາວ ຕ້ອງໄດ້ເຂົ້າຮ່ວມ ຊຶ່ງຜ່ານມາອົງການຈັດຕັ້ງສາກົນ ຫລື ສປຊ ເຄີຍສະໜັບສະໜູນຄ່າໃຊ້ຈ່າຍໃຫ້, ແຕ່ພາຍຫລັງຫລລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາອາດຈະບໍ່ໄດ້ຮັບການສະໜັບສະໜູນດັ່ງເມື່ອກ່ອນ.
ທ່ານ ສະເຫຼີມໄຊ ກ່າວອີກວ່າ: ສິ່ງທ້າທາຍທັງໝົດນັ້ນສາມາດແກ້ໄຂໄດ້ເພາະຂຶ້ນກັບການເຈລະຈາສອງຝ່າຍກັບປະເທດຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນກໍຄືການເພີ່ມທະວີການຮ່ວມມືໃນຂອບອະນຸພາກພື້ນ, ພາກພື້ນ ແລະ ສາກົນຕ່າງໆ ລວມທັງອາຊຽນ.