ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ

ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ - ee65b6cc 6d30 4fa7 8610 d55e7f37f389 - ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ
ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ - kitchen vibe - ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ

ອີງຕາມການລາຍງານຂ່າວ ຄວາມສະຫງົບ ໃຫ້ຮູ້ວ່າ: ວັນທີ 17 ທັນວາ 2021 ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງພີນ ແຂວງສະຫວັນນະເຂດ ໄດ້ສືບວ່າມີການຮັບເອົາຢາເສບຕິດ (ຢາບ້າ) ນໍາບໍລິສັດ ຂົນສົ່ງດ່ວນແຫ່ງໜຶ່ງ ທີ່ສາຂາເຊທ່າມວກ ບ້ານຊະນະມີໄຊ ເມືອງພີນ.

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຕິດຕາມເປົ້າໝາຍາງບໍ່ຂາດສາຍຕາ, ມາຮອດເວລາ 10:00 ໂມງ ຂອງວັນດຽວກັນ ຈຶ່ງໄດ້ພົບຜູ້ຖືກສົງໄສ ຂີ່ລົດຈັກບໍ່ມີໝາຍາຍເລກທະບຽນ ແລະ ຈອດລົດຍ່າງເຂົ້າໄປບໍລິສັດ ຂົນສົ່ງດ່ວນ ສາຂາເຊທ່າມວກ ເປັນໄປຕາມການແຈ້ງບໍ່ແສ, ຜູ້ຖືກສົງໄສໄດ້ຍື່ນໃບບິນຮັບເຄື່ອງ ໃຫ້ພະນັກງານ.

ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ - Visit Laos Visit SALANA BOUTIQUE HOTEL - ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ

ຈາກນັ້ນ, ພະນັກງານກໍເອົາແກັດມາໃຫ້ 1 ແກັດ, ເປັນແກັດສີນໍ້າຕານຂະຫນາດ 40×60 ຊັງຕີແມັດ.
ຫລັງຈາກເປົ້າຫມາຍຮັບເອົາເຄື່ອງແລ້ວ ເຈົ້າໜ້າທີ່ ທີ່ຕິດຕາມຢູ່ນັ້ນ ກໍໄດ້ສະແດງຕົວ ຂໍກວດກາແກັດດັ່ງກ່າວ ເປີດເບິ່ງພົບເຫັນຢາບ້າບັນຈຸໃນແກັດ ຈຳນວນ 12 ແພັກ, ມີ 36 ມັດ ເທົ່າກັບ 72.000 ເມັດ, ຈຶ່ງໄດ້ຈັບ ທ້າວ ລຳໄພ ອາຍຸ 30 ປີ, ບ້ານນາທອງໃຕ້ ເມືອງຊົນນະບູລີ ແຂວງສະຫວັນນະເຂດ, ນຳຕົວມາສອບຂະຫຍາຍຜົນ ຜູ້ກ່ຽວໄດ້ຊັດທອດເຖິງເຈົ້າຂອງຢາເສບຕິດ.

ຕົກມາຮອດວັນທີ 18 ທັນວາ 2021 ເວລາ 8:00 ໂມງ ເຈົ້າໜ້າທີ່ ນຳຈັບ ທ້າວ ສີທົນ ຫລື ຕົ້ນ ອາຍຸ 31 ປີ, ບ້ານນາທອງໃຕ້ ເຈົ້າຂອງຢາໄດ້ທີ່ບ້ານແກ້ງກີ ເມືອງເຊໂປນ; ເຊິ່ງຜູ້ກ່ຽວສາລະພາບເປັນຢາຂອງຕົນແທ້.
ໝາຍເຫດ: ບໍລິສັດຂົນສົ່ງດັ່ງກ່າວ ບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆຕໍ່ການກະທຳຄັ້ງນີ້.

ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ - 4 - ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ
ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ - 5 - ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ
ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ - 3 - ໃຈເກີນຮ້ອຍ! ຝາກຢາບ້າ 72.000 ເມັດ ນຳບໍລິສັດຂົນສົ່ງດ່ວນ ສຸດທ້າຍໄປບໍ່ລອດ