ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ

ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ - 268301589 4463882783733578 3018579823891659175 n - ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ
ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ - kitchen vibe - ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ

ໂດຍ: ທິດກໍ່າ
ພາຍຫລັງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ເປີດບໍລິການຮັບໃຊ້ມວນຊົນພຽງສີ່ຫ້າວັນ ກໍມີຄົນລາວ ແລະ ຊາວຕ່າງປະເທດທີ່ດຳລົງຊີວິດຢູ່ລາວໄປໃຊ້ບໍລິການທະລຸເຖິງ 5 ພັນກວ່າຄົນ. ສະແດງວ່າແຕ່ລະມື້ມີຄົນເດີນທາງດ້ວຍລົດໄຟຄວາມໄວສູງໄປທ່ອງທ່ຽວ ຫລືວ່າ ໄປທຳທຸລະກິດການງານມື້ລະພັນກວ່າຄົນ. ສ່ວນຢູ່ທາງເບື້ອງປະເທດຈີນພຽງຫ້າຫົກວັນກໍທະລຸເປັນແສນຄົນ.

ນີ້ກໍສະແດງວ່າຜົນຕອບຮັບໃນໂຄງການກໍ່ສ້າງທາງລົດໄຟຄວາມໄວສູງລະຫວ່າງສອງປະເທດ ລາວ-ຈີນ ເປັນໄປຕາມຄວາມຄາດຫວັງຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຢ່າງເຕັມສ່ວນ. ໃນອະນາຄົດອັນໃກ້ໆນີ້ ຫາກສອງຊາດ ລາວ-ຈີນ ໄດ້ຮ່ວມກັນເປີດປະເທດເປັນປົກກະຕິ ປະຊາຊົນສອງຊາດກໍຈະໄປມາຫາສູ່ກັນ, ພ້ອມກັນຄ້າຂາຍທຳທຸລະກິດການງານ ຫລື ທ່ອງທ່ຽວໄດ້ຢ່າງສະດວກສະບາຍ. ຍັງບໍ່ພຽງແຕ່ເທົ່ານັ້ນ ຖ້າປະເທດເຮົາໄດ້ເປີດປະເທດຕາມແຜນໃນວັນທີ 1 ມັງກອນ 2022 ກໍຍິ່ງຈະມີນັກທ່ອງທ່ຽວຈາກທຸກສາລະທິດເຂົ້າມາທ່ຽວລາວຢ່າງຄັບຄາໜາແໜ້ນ. ຈາກປັດໄຈທີ່ໄດ້ກ່າວມານີ້ ລາວເຮົາຈະມີລາຍຮັບຈາກການທ່ອງທ່ຽວເປັນກອບເປັນກຳ ແລ້ວເສດຖະກິດຂອງລາວເຮົາກໍຈະພຸ້ງເຕີບໃຫຍ່ຂຶ້ນຢ່າງເຫັນໄດ້ຊັດ.

ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ - Visit Laos Visit SALANA BOUTIQUE HOTEL - ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ

ສະເພາະຄົນລາວເຮົາ ໃນຫລາຍປີຜ່ານມາ ທີ່ມັກໄປທ່ຽວຕ່າງປະເທດກໍຈະຫັນມາທ່ຽວຢູ່ພາຍໃນໃຫ້ຫລາຍຂຶ້ນ ເພື່ອເປັນການຊຸກຍູ້ສົ່ງເສີມເສດຖະກິດລາວໃຫ້ເຕີບໃຫຍ່ຢ່າງໄວວາ. ຫາກຕັ້ງໂຈດກັນວ່າ ເປັນຫຍັງໃນຫລາຍປີຜ່ານມາມີຄົນລາວຈຳນວນບໍ່ໜ້ອຍຈຶ່ງມັກໄປທ່ຽວແຕ່ປະເທດເພື່ອນບ້ານ. ຄຳຕອບຢ່າງຊັດເຈນກໍຍ້ອນວ່າການໄປມາຫຍຸ້ງຍາກ ເສັ້ນທາງລະອິດລະອ້ຽວ ຂຶ້ນພູລົງຫ້ວຍ ທັງຍາວໄກໃຊ້ເວລາດົນນານກວ່າຈະຮອດຈຸດທີ່ໝາຍກໍອິດເມື່ອຍ ແລະ ຊິ້ນເປືອງຫລາຍຢ່າງ.

ແຕ່ມາຮອດປັດຈຸບັນ ພາຍຫລັງທີ່ມີສາຍທາງດ່ວນ ແລະ ເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ແລະ ເສັ້ນທາງສາຍອື່ນໆໃນທົ່ວປະເທດມີການປັບປຸງກໍ່ສ້າງຂຶ້ນໃໝ່ ມີຄົນລາວຈຳນວນຫລວງຫລາຍໄດ້ຫັນມາທ່ຽວພາຍໃນປະເທດຫລາຍຂຶ້ນ. ຕໍ່ໄປໃນອະນາຄົດຂ້າງໜ້າ ພາຍຫລັງພວກເຮົາມີລົດໄຟຄວາມໄວສູງຄືແນວນີ້ ຍິ່ງຈະມີຄົນລາວ ແລະ ຊາວຕ່າງຊາດເຂົ້າມາສຳຜັດ ແລະ ທ່ອງທ່ຽວເມືອງລາວຫລາຍຂຶ້ນ. ຈາກນັ້ນເສດຖະກິດລາວກໍຈະເຕີບໃຫຍ່ຂຶ້ນຍ້ອນອຸດສາຫະກຳການທ່ອງທ່ຽວພາຍໃນປະເທດ.

ເຖິງຢ່າງໃດກໍດີ, ໃນເງື່ອນໄຂທີ່ປະເທດເຮົາມີຄົນຕິດໂຄວິດມື້ລະພັນກວ່າຄົນ ຂໍໃຫ້ນັກທ່ອງທ່ຽວທັງຫລາຍຈົ່ງມີສະຕິລະວັງຕົວປ້ອງກັນຕົນເອງບໍ່ໃຫ້ຕິດເຊື້ອໂຄວິດ ດ້ວຍການຮຽນຮູ້, ຢູ່ຕາມເງື່ອນໄຂສະພາບແວດລ້ອມ ໝັ່ນລ້າງມືດ້ວຍຢາຂ້າເຊື້ອ, ໃຊ້ຜ້າອັດປາກ-ອັດດັງ ແລະ ຢູ່ໃສໄປມາໃສໃຫ້ໃຊ້ຄວາມຫ່າງຈຶ່ງຈະປອດໄພຈາກພະຍາດໂຄວິດ-19.

ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ - 4 - ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ
ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ - 3 - ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ
ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ - 5 - ຂີ່ລົດໄຟທ່ຽວຢູ່ພາຍໃນເປັນປັດໄຈສົ່ງເສີມເສດຖະກິດ