ກົດເຫລັກຕ້ອງເຕັກກວ່າກົດໝາຍ
ໂດຍ: ກ້ອງສ່ອງ ອິດສະຫລະ
ຜູ້ຂຽນໄດ້ອ່ານແຫລ່ງຂ່າວທີ່ເຜີຍແຜ່ຜ່ານສື່ອອນລາຍຕ່າງໆຫວ່າງບໍ່ດົນນີ້ວ່າ: ມະຫາອໍານາດທີ່ຍັງມີຄົນທຸກຍາກ 70 ລ້ານຄົນປົດທຸກບໍ່ຕ້ອງປົດຕໍາແໜ່ງ. ໃນວັນທີ 21 ກໍລະກົດ 2017 ທີ່ຜ່ານມານີ້, ຄະນະຊີ້ນໍາການພັດທະນາ ແລະ ແກ້ໄຂຄວາມທຸກຍາກ ສປ ຈີນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກນໍາຄະນະພັດທະນາຊົນນະບົດ ສປປ ລາວ. ສະຫາຍໄດ້ມອບປຶ້ມ “ອອກຈາກຄວາມທຸກຍາກ” ໃຫ້ຝ່າຍລາວ ເຊິ່ງຂຽນໂດຍປະທານ ສີຈິ້ນຜິງ. ເພິ່ນໄດ້ເວົ້າຕື່ມວ່າໃນເດືອນ 10 ປີ 2015 ເລຂາພັກແຂວງຂຽນໃບສັນຍາກັບສູນກາງ, ເລຂາພັກເມືອງຂຽນກັບແຂວງ, ເລຂາພັກຕາແສງຂຽນກັບເມືອງ, ເລຂາພັກບ້ານຂຽນກັບເມືອງ ວ່າເມື່ອຮອດກໍານົດແລ້ວ ຫາກບໍ່ສາມາດບັນຊາຊີ້ນໍາບັນລຸຄາດໝາຍແກ້ທຸກທີ່ວາງອອກ ຈະຂໍລາອອກຈາກຕໍາແໜ່ງໂດຍບໍ່ມີເງື່ອນໄຂ ວ່າຊັ້ນ ! ນີ້ຄືບົດ ຮຽນໜຶ່ງທີ່ທາງເພື່ອນມິດຈີນໄດ້ເຮັດກັບພະນັກງານແກ່ນນໍາຂອງຕົນ ເພື່ອພິສູດທັກສະຄວາມສາມາດໃນການຊີ້ນໍາ-ນໍາພາບັນລຸເປົ້າໝາຍລຶບລ້າງຄວາມທຸກຍາກໃນປະເທດ.
ຕາມຜູ້ຂຽນວ່າ, ບົດຮຽນນີ້ຖ້າຫາກເອົາມານໍາໃຊ້ຢູ່ບ້ານເຮົາກໍຫາກເປັນໄປໄດ້ ເພາະໃນສະພາບແວດລ້ອມ ແລະ ຄວາມເປັນຈິງ ທາງດ້ານພາວະວິໄສຂອງປະເທດເຮົາມັນກໍມີຫລາຍອັນຫລາຍຢ່າງທີ່ສອດຄ່ອງ ແລະ ຄ້າຍຄືກັນ. ສະເພາະຢູ່ປະເທດເຮົາໃນແຜນ ນະໂຍບາຍຂອງພັກ ແລະ ລັດຖະບານ ກໍຄືແຜນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຂັ້ນສູນກາງ ນັບທັງມະຕິຄັ້ງທີ 10 ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍໄດ້ມີການວາງຄາດໝາຍຢ່າງຊັດເຈນວ່າ ເມື່ອຮອດປີ 2020 ພວກເຮົາຕ້ອງນໍາພາປະເທດຊາດຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ. ແຕ່ວ່າຈະປະສົບຜົນສໍາເລັດໄດ້ ຫລື ບໍ່ນັ້ນ ມັນກໍຂຶ້ນກັບພວກເຮົາໝົດທຸກຄົນພາຍໃນຊາດເປັນຜູ້ບຸກບືນ ແລະ ຕັດສິນໃຈຮ່ວມກັນ. ມາຮອດປັດຈຸບັນ, ສິ່ງທີ່ພິສູດໃຫ້ເຮົາເຫັນຈາກພຶດຕິກໍາຕົວຈິງຜ່ານການຈັດຕັ້ງປະຕິບັດມາແຕ່ປີ 2001 ກໍເຫັນວ່າມີຜົນສໍາເລັດເປັນແຕ່ລະບາດກ້າວ ເປັນຕົ້ນປະຕິບັດ 4 ເນື້ອໃນ 4 ຄາດໝາຍ, ສຸມໃສ່ວຽກ 3 ສ້າງພັດທະນາຊົນນະບົດ, ເຕົ້າໂຮມບ້ານນ້ອຍເປັນບ້ານໃຫຍ່, ສ້າງບ້ານໃຫຍ່ໃຫ້ເປັນສີສັນຂອງຕົວເມືອງນ້ອຍໄປຕາມທິດພັດທະນາແບບຍືນຍົງ ກໍເຫັນວ່າໄດ້ຮັບຜົນສໍາເລັດຕາມເປົ້າໝາຍວາງໄວ້. ມາຮອດປັດຈຸບັນ, ຈໍານວນບ້ານທຸກຍາກ ແລະ ຄອບຄົວທຸກຍາກຢູ່ແຕ່ລະທ້ອງຖິ່ນກໍນັບມື້ຫລຸດໜ້ອຍຖອຍລົງເທື່ອລະກ້າວ.
ແຕ່ເຖິງຢ່າງໃດກໍດີ, ການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກຢູ່ບ້ານເຮົາມັນກໍຕ້ອງເຮັດຄວບຄູ່ກັນຢ່າງຮອບ ດ້ານ ບໍ່ວ່າໃນດ້ານເສດຖະກິດ ແລະ ສັງຄົມ ນັບທັງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຊິ່ງກ່ອນອື່ນໝົດລັດຕ້ອງໄດ້ຕັດສິນໃຈລົງທຶນສຸມໃສ່ພື້ນຖານໂຄງລ່າງໃຫ້ໜັກແໜ້ນເຂັ້ມແຂງ ທັງສຸມໃສ່ດ້ານການສຶກສາ, ສາທາລະນະສຸກ ແລະ ສາທາລະນຸປະໂພກທີ່ເຫັນວ່າຈໍາເປັນ ຄືການສ້າງຖະໜົນຫົນທາງ, ໄຟຟ້າ, ນ້ຳປະປາ, ໂຮງຮຽນ, ໂຮງໝໍ. ໃນເມື່ອມີປັດໄຈພື້ນຖານນີ້ແລ້ວ ມັນກໍເປັນສິ່ງກະຕຸກຊຸກຍູ້ໃຫ້ຄົນໃນທ້ອງຖິ່ນມີການພັດທະນາດີຂຶ້ນ, ເສດຖະກິດ-ສັງຄົມຂອງທ້ອງຖິ່ນກໍຂະຫຍາຍຕົວຕາມຈັງຫວະ ແລະ ຂະບວນວິວັດຂອງການພັດທະນາແບບຍືນຍົງ ແລະ ສິ່ງສໍາຄັນຕາມເຮົາວ່າ ໃນສະພາບບ້ານເມືອງເຮົາປັດຈຸບັນທຸກສິ່ງຢ່າງຈະເຮັດຫຍັງລົງໄປມັນກໍຂຶ້ນກັບ “ເງິນ” ຫຼືວ່າ ລາຍຮັບແຫ່ງຊາດຕ້ອງມີພຽງພໍດຸ່ນດ່ຽງກັບແຜນພັດທະນາຢ່າງຮອບດ້ານ. ຊາເຮົາຄິດເວົ້າເຖິງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກໃນປະເທດເຮົາ ຈະໄປດີກວ່ານີ້ຖ້າເຮົາຫາກມີເງິນເຕັມຖົງ, ແຕ່ວ່າໃນຫລາຍປີມານີ້ ລັດເຮົາເສຍຜົນປະໂຫຍດຢ່າງມະຫາສານຍ້ອນການສໍ້ລາດບັງຫລວງໃນຖັນແຖວພະນັກງານແກນນໍາສະມາຊິກພັກທີ່ບໍ່ເປັນຕົວແບບໃນການຊີ້ນໍາ-ນໍາພາ. ເພາະສະນັ້ນເຮົາຢາກໃຫ້ເອົາບົດຮຽນຂອງສະຫາຍຈີນມານໍາໃຊ້ ຖ້າເມືອງໃດ, ແຂວງໃດເກັບລາຍຮັບບໍ່ໄດ້ຕາມຄາດໝາຍໃນສອງປີຊ້ອນຂໍໃຫ້ຫົວໜ້າການເງິນແຕ່ລະຂັ້ນລາອອກຈາກຕໍາແໜ່ງ. ຢາກເຮັດໄດ້ຢ່າງເດັດຂາດຈິງຈັງແຕ່ລະຂັ້ນກໍໃຫ້ພາກັນຂຽນໃບປະຕິຍານຕົນເອງ ເພາະວ່າໃນສິບປີມານີ້ລັດເຮົາສູນເສຍຜົນປະໂຫຍດຍ້ອນການສໍ້ລາດບັງຫຼວງຢ່າງມະຫາສານມາຫລາຍແລ້ວ. ກົງກັນຂ້າມ ຜູ້ເພິ່ນໃກ້ຊິດກັບເງິນພັດມີແຕ່ໄດ້ກັບໄດ້, ບໍ່ຈັກລົດ, ບໍ່ຈັກດິນ ແລະ ຄະລືຫາດຈົນເຫລືອໃຊ້ເຫລືອຈ່າຍ. ສ່ວນຜູ້ທີ່ໄດ້ຮັບຜົນກະທົບພັດແມ່ນປະຊາຊົນບັນດາເຜົ່າ, ບັນດາພະນັກງານ, ທະຫານ, ຕໍາຫລວດ ລາມໄປຮອດປະເທດຊາດຕ້ອງປະສົບບັນຫາຂາດດູນລາຍຮັບຈົນເປັນເຫດໃຫ້ການເບີກຈ່າຍເງິນເດືອນຊັກຊ້າ ເຊິ່ງບໍ່ເຄີຍມີມາໃນປະຫວັດສາດຂອງຊາດ ແລະ ບໍ່ມີປະເທດໃດໃນໂລກທີ່ເຂົາເປັນຄືແນວນີ້ໃນຍຸກບ້ານເມືອງຈະເລີນ.
ຂໍຊົມເຊີຍລັດຖະບານຊຸດທີ 8 ທີ່ໄດ້ຕັດສິນໃຈເອົາຈິງເອົາຈັງກັບບັນຫາຂອງຊາດ. ຄິດວ່າຖ້າພວກເຮົາຫາກຮ່ວມແຮງຮ່ວມໃຈພ້ອມກັນເຮັດໂຮມກັນສ້າງ, ຄຽງບ່າຄຽງໄຫລ່ກັບພັກ ແລະ ລັດຖະບານ ໃນຂັ້ນຕໍ່ໄປບັນຫາການລຶບລ້າງຄວາມທຸກຍາກ ແລະ ດ້ອຍພັດທະນາຢູ່ປະເທດເຮົາກໍຈະໄປເຖິງເປົ້າຢ່າງແນ່ນອນ.