ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ

ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ - TubTim3 - ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ
ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ - kitchen vibe - ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ

ຮູ້​ຫລືບໍ່​ວ່າ​ການ​ກິນ​ໝາກ​ພິ​ລາ​ທຸກ​ເຊົ້າ​ຈະ​ຊ່ວຍ​ໃຫ້​ຄວາມ​ຈື່​ຈຳ​ຂອງ​ຜູ້​ເຖົ້າ​ດີ​ຂຶ້ນ ?

ໃນ​ອະ​ດີດ​ຄົນ​ຍີ່​ປຸ່ນ​ຮູ້​ຈັກ​ໝາກ​ພິ​ລາ​ວ່າ​ເປັນ​ໝາກ​ໄມ້​ທີ່​ກິນ​ກັນ​ທົ່ວ​ໄປ​ໃນ​ຕ່າງ​ປະ​ເທດ ແລະ ຖືກ​ໃຊ້​ເປັນ​ຢາ​ສະ​ໝຸນ​ໄພ​ຈີນ ເພາະ​ວ່າ​ຮາກ ແລະ ເປືອກ​ຂອງ​ມັນ​ມີ​ຄຸນ​ສົມ​ບັດ​ໃນ​ການ​ຄວບ​ຄຸມ​ການ​ເຮັ​ດ​ວຽກ​ຂອງ​ລຳ​ໄສ້ ແລະ ຂ້າ​ພະ​ຍາດ. ໃນ​ຍີ່​ປຸ່ນ​ເອງ​ກໍ​ມີ​ການ​ປູກ​ຕົ້ນ​ໝາກ​ພິ​ລາ​ໄວ້​ເປັນ​ໄມ້​ປະ​ດັບ, ແຕ່​ປັດ​ຈຸ​ບັນ​ນີ້ ພວ​ກ​ເຂົາ​ນິ​ຍົມ​ເອົາ​ໝາກ​ພິ​ລາ​ມາ​ກິນ ທັງ​ໃນ​ຮູບ​ແບບ​ນ້ຳ​ໝາກ​ພິ​ລາ ແລະ ນ້ຳ​ປັ່ນ​ໝາ​ກ​ພິ​ລາ (ກິນ​ໝົດ​ກາກ) ແລະ ເອົາ​ມາ​ປຸງ​ແຕ່ງ​ເປັນ​ອາ​ຫານ​ນຳ. ຕໍ່​ໄປ​ນີ້​ແມ່ນ​ປະ​ໂຫຍດ​ຂອງ​ໝາກ​ພິ​ລາ​ໃນ​ດ້ານ​ຕ່າງໆ ລວມ​ເຖິງ​ປະ​ໂຫຍດ​ໃນ​ດ້ານ​ທີ່​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ຂອງ​ຜູ້​ເຖົ້າ​ດີ​ຂຶ້ນ :

ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ - Visit Laos Visit SALANA BOUTIQUE HOTEL - ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ
  • ປະ​ໂຫ​ຍດ​ຂອງ​ໝາກ​ພິ​ລາ : ເປັນ​ໝາກ​ໄມ້​ທີ່​ມີ​ສານ​ອາ​ຫານ​ອັນ​ເປັນ​ປະ​ໂຫຍດ​ຕໍ່​ຮ່າງ​ກາຍ​ຫລວງ​ຫລາຍ ໄດ້​ແກ່ : ແອນ​ໂທ​ໄຊ​ຍາ​ນິນ, ກົດ​ເອ​ລ​ລາ​ຈິກ Ellagic Acid ແລະ ແທນ​ນິນ ເຊິ່ງ​ສານ​ເຫລົ່າ​ນີ້​ມີ​ຄຸນ​ສົມ​ບັດ​ເປັນ​ສານ​ຕ້ານ​ອະ​ນຸ​ມູນ​ອິດ​ສະ​ລະ​ທີ່​ຊ່ວຍ​ປ້ອງ​ກັນ​ພະ​ຍາ​ດ​ມະ​ເຮັງ ແລະ ພະ​ຍາດ​ທີ່​ເກີດ​ຈາກ​ການ​ດຳ​ລົງ​ຊີ​ວິດ​ປະ​ຈຳ​ວັນ ເຊັ່ນ : ຄວາມ​ດັນ​ເລືອດ​ສູງ ແລະ ຫລອດ​ເລືອດ​ຫົວ​ໃຈ ເປັນ​ຕົ້ນ ໂດຍ​ມີ​ລາຍ​ລະ​ອຽດ​ຂອງ​ສານ​ອາ​ຫານ​ທີ່​ມີ​ປະ​ໂຫຍດ​ຕໍ່​ສຸ​ຂະ​ພາບ​ຂອງ​ໝາກ​ພິ​ລາ ດັ່ງ​ນີ້ :
  1. ແອນ​ໂທ​ໄຊ​ຍາ​ນິນ ເຊິ່ງ​ເປັນ​ສານ​ສີ​ແດງ​ທີ່​ຊ່ວຍ​ບຳ​ລຸງ​ສາຍ​ຕາ​ ແລະ ຕ້ານ​ຄວາມ​ເຖົ້າ.
  2. ກົດ​ເອ​ລ​ລາ​ຈິກ ເຊິ່ງ​ເຮັດ​ໜ້າ​ທີ່​ຊ່ວຍ​ກົດ​ການ​ສ້າງ​ສານ​ສີ​ເມ​ລາ​ນິນ ຊ່ວຍ​ປ້ອງ​ກັນ​ການ​ເກີດ​ຝ້າ ທັງ​ຍັງ​ຊ່ວຍ​ກົດ​ການ​ຫລັ່ງ​ຂອງ​ຮໍ​ໂມນ​ທີ່​ມີ​ຊື່​ວ່າ ຣີ​ຊີ​ສ​ຕິນ Resistin ເຊິ່ງ​ເປັນ​ຮໍ​ໂມນ​ທີ່​ສົ່ງ​ເສີມ​ໃຫ້​ຕຸ້ຍ ແລະ ເກີດ​ພະ​ຍາດ​ເບົາ​ຫວານ​ໄດ້​ງ່າຍ.
  3. ແທນ​ນິນ ເຊິ່ງ​ເປັນ​ສານ​ປະ​ກອບ​ໂພ​ລີ​ຟີນອ​ລ ທີ່​ມີ​ລິດ​ໃນ​ການ​ຕ້ານ​ການ​ຈະ​ເລີນ​ເຕີບ​ໃຫຍ່​ຂອງ​ແບັກ​ທີ​ເຣຍ, ຄວບ​ຄຸມ​ການ​ເຮັດ​ວຽກ​ຂອງ​ລຳ​ໄສ້ ແລະ ຂ້າ​ພະ​ຍາດ ຫລື ຂ້າ​ແມ່​ທ້ອງ.
  4. ໄຟ​ໂຕ​ເອ​ສ​ໂຕ​ໜ​ເຈັນ ຊື່ Coumestrol ເຊິ່ງ​ມີ​ຢູ່​ທັງ​ໃນ​ຊີ້ນ ແລະ ແກ່ນ​ໝາກ​ພິ​ລາ ສາ​ນ​ຊະ​ນິດນີ້​ມີ​ຄຸນ​ສົມ​ບັດ​ຄ້າຍ​ຄື​ຮໍ​ໂມນ​ເພດ​ຍິງ ຄື ເອ​ສ​ໂຕ​ຣ​ເຈັນ ເຊິ່ງ​ເໝາະ​ສົມ​ກັບ​ແມ່​ຍິງ.
  5. ໂປ​ຕັ​ສ​ຊ​ຽ​ມ ເຊິ່ງ​ຊ່ວຍ​ໄລ່​ເກືອ​ສ່ວນ​ເກີນ​ອອກ​ຈາກ​ຮ່າງ​ກາຍ ແລະ ປ້ອງ​ກັນ​ການ​ເກີດ​ອາ​ການບວມ​ນ້ຳ​ຂອງ​ຮ່າງ​ກາຍ.
  6. ກົດ​ຊິ​ຕ​ຣິກ ເຊິ່ງ​ຊ່ວຍ​ຫລຸດ​ຜ່ອນ​ອາ​ການ​ອິດ​ເມື່ອຍ​ອ່ອນ​ເພຍ​ຈາກ​ການ​ເຮັດ​ວຽກ​ໄດ້​ດີ.
  7. ການ​ກິນ​ໝາກ​ພິ​ລາ​ເປັນ​ປະ​ຈຳ​ຈະ​ຊ່ວຍ​ປ້ອງ​ກັນ​ສະ​ໝອງ​ເສື່ອມ ແລະ ເຮັດ​ໃຫ້​ຄວາມ​ຈື່​ຈຳ​ໃນ​ຜູ້​ເຖົ້າ​ດີ​ຂຶ້ນ. ມີ​ລາຍງ​ານ​ການ​ວິ​ໄຈ​ຈຳ​ນວນ​ຫລາຍຢັ້ງ​ຢືນ​ວ່າ ສານ​ປະ​ກອບ​ໂພ​ລີ​ຟີນອ​ລ ເຊິ່ງ​ມີ​ຫລາຍ​ໃນ​ໝາກ​ພິ​ລາ​ຈະ​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ຕ້ານ​ການ​ອັກ​ເສບ ແລະ ເປັນ​ສານ​ອະ​ນຸ​ມູນ​ອິດ​ສະ​ລະ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ ໂດຍ​ມີ​ລາຍ​ງານ​ວ່າ​ຜູ້​ເຖົ້າ​ທີ່​ດື່ມ​ນ້ຳ​ໝາກ​ພິ​ລາ​ທຸກມື້​ໃນ​ຕອນ​ເຊົ້າ ມີ​ຜົນ​ກາ​ນ​ທົດ​ສອບ​ດ້ານ​ຄວາ​ມ​ຈື່​ຈຳ​ທີ່​ດີ​ຂຶ້ນ ໂດຍ​ມີ​ເຫ​ດ​ຜົນ​ທີ່​ອະ​ທິ​ບາຍ​ຜົນ​ການ​ສຶກ​ສານີ້​ຄື : ສານ​ຕ້ານ​ອະ​ນຸ​ມູນ​ອິດ​ສະ​ລະ​ທີ່​ມີ​ຫລາຍ​ໃນ​ນ້ຳ​ໝາກ​ພິ​ລາ ຈະ​ຊ່ວຍ​ປ້ອງ​ກັນ​ການ​ອັກ​ເສບ​ຂອງ​ຫລອດ​ເລືອດ ເຮັດ​ໃຫ້​ການ​ໄຫລ​ວຽນ​ເລືອດ​ໄປ​ລ້ຽງ​ສະ​ໝອງ​ດີ ສົ່ງ​ຜົນ​ໃຫ້​ແຊນ​ສະ​ໝອງ​ໄດ້​ຮັບ​ສານ​ອາ​ຫານ ແລະ ເຮັດ​ວຽກ​ໄດ້​ດີ​ຂຶ້ນ.
ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ - 4 - ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ
ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ - 3 - ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ
ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ - 5 - ປ​ະ​ໂຫຍດ​ຂອງ​ໝາ​ກ​ພິ​ລາ ທີ່​ຄົນ​ຍີ່​ປຸ່ນ​ເຊື່ອ​ວ່າ​ຊ່ວຍ​ໃຫ້​ຄວາ​ມ​ຈື່​ຈຳ​ດີ