ຜະລິດສິນຄ້າສົ່ງຂາຍໃຫ້ ສປ ຈີນ ນັ້ນຄືທາງອອກຂອງການພົ້ນທຸກ
ໂດຍ:ທິດກໍ່າ
ເວົ້າໄດ້ວ່າ ມາຮອດປັດຈຸບັນໂອກາດທອງໄດ້ມາເຖິງພວກເຮົາແລ້ວ. ຄຳວ່າໂອກາດທອງນັ້ນ ພາຍຫລັງສາຍທາງລົດໄຟຄວາມໄວສູງ ລາວ-ຈີນ ໄດ້ເປີດບໍລິການຮັບໃຊ້ມວນຊົນແລ້ວ, ທຸກສິ່ງທຸກຢ່າງໃນບ້ານເມືອງເຮົາກໍຈະມີການປ່ຽນແປງໄປໃນທິດທາງທີ່ດີ, ຫລາຍສິ່ງຫລາຍຢ່າງ ເປັນຕົ້ນຢູ່ນະຄອນຫລວງວຽງຈັນ ແລະ ບັນດາແຂວງພາກເໜືອ ສິ່ງທີ່ຈະມີການປ່ຽນຈາກອັນເກົ່າໄປສູ່ອັນໃໝ່ນັ້ນຄືການເດີນທາງໄປມາຈາກເປັນມື້ສອງມື້ຈະກາຍມາເປັນພຽງສາມສີ່ຊົ່ວໂມງກໍໄປເຖິງຈຸດໝາຍປາຍທາງແຂວງອຸດົມໄຊ, ຫລວງນ້ຳທາ ແລະ ແຂວງອື່ນໆກໍໃຊ້ເວລາສັ້ນເຂົ້າກວ່າເກົ່າ. ນອກນັ້ນ ບັນຍາກາດການຄ້າຂາຍ, ການລົງທຶນ, ການທ່ອງທ່ຽວ ນັບທັງການສ້າງພື້ນຖານໂຄງລ່າງ ແລະ ຂົງເຂດອື່ນໆກໍຈະເລີ່ມຄຶກຄັກໄປຕາມໆກັນ.
ແຕ່ສິ່ງທີ່ຈະກະຕຸກຊຸກຍູ້ໃຫ້ຄົນລາວເຮົາມີຄວາມຕື່ນຕົວດຸໝັ່ນ ແລະ ພ້ອມກັນເຮັດຢ່າງຈິງຈັງນັ້ນ ກໍຄືການຜະລິດສິນຄ້າສົ່ງຂາຍໃຫ້ຈີນ. ສາເຫດທີ່ຕ້ອງໄດ້ບັງຄັບໄປໃນຕົວໃຫ້ຄົນລາວຜະລິດສິນຄ້າສົ່ງຂາຍໃຫ້ຈີນກໍຍ້ອນວ່າຈີນຈະກາຍເປັນຕະຫລາດລາຍໃຫຍ່ຂອງລາວໃນອະນາຄົດອັນຍາວນານທີ່ສຸດ.
ໃນການຜະລິດສິນຄ້າສົ່ງຂາຍໃຫ້ຈີນນັ້ນ ກ່ອນອື່ນໝົດຕ້ອງຜະລິດສິນຄ້າທີ່ຈີນຕ້ອງການ ແລະ ເຂົາໃຫ້ໂກຕ້າແກ່ລາວເຮົາເຊັ່ນ: ຜະລິດງົວຕ້ອງໃຫ້ໄດ້ປີລະ 5 ແສນໂຕ, ຜະລິດພືດຜັກໃນຈຳນວນ 9 ລາຍການໃຫ້ໄດ້ຕາມຄວາມຕ້ອງການຂອງຈີນເຊັ່ນ: ຖົ່ວດິນ 1 ແສນໂຕນ, ແປ້ງມັນຕົ້ນ 1 ແສນໂຕນ, ຊີ້ນງົວແຊ່ແຂງ 1 ແສນໂຕນ, ໝາກມ່ວງຫິມະພານ 2 ແສນໂຕນ, ໝາກມ່ວງ 1 ແສນໂຕນ, ຖົ່ວລຽນ 1 ໝື່ນໂຕນ, ຖົ່ວເຫລືອງ 2 ແສນໂຕນ, ກ້ວຍ 1 ແສນໂຕນ ແລະ ນ້ຳຕານ 5 ແສນໂຕນ. ໃນຈຳນວນສິນຄ້າທີ່ກ່າວມານີ້ແມ່ນມີມູນຄ່າສົ່ງອອກເຖິງ 1,5 ຕື້ໂດລາສະຫະລັດ.
ນອກຈາກບັນດາສິນຄ້າທີ່ກ່າວມານີ້ແລ້ວ, ໃນຫລາຍປີຜ່ານມາ ຈີນຍັງຮັບຊື້ສິນຄ້າກະສິກຳຫລາຍຢ່າງແກ່ລາວເຊັ່ນ: ເຂົ້າ, ຢາງພາລາ, ກາເຟ, ໝາກໂມ, ອ້ອຍ, ໝາກເດືອຍ ແລະ ອື່ນໆ.
ເຖິງຢ່າງໃດກໍດີ, ສິ່ງທີ່ໜ້າເປັນຫ່ວງນັ້ນມີ 3 ກໍລະນີທີ່ພວກເຮົາຕ້ອງເຮັດໃຫ້ໄດ້ຄື:
1. ຄຸນນະພາບຕ້ອງເຮັດໃຫ້ໄດ້ຕາມທີ່ເຂົາຕ້ອງການ.
2. ຕ້ອງສະໜອງໃຫ້ໄດ້ຕາມຈຳນວນທີ່ເຂົາຕ້ອງການ3.
ອັນທີສາມ ຕ້ອງຈັດສົ່ງໃຫ້ທັນຕາມກຳນົດເວລາ ເພາະສິນຄ້າກະສິກຳຍິ່ງສົດເທົ່າໃດກໍຍິ່ງດີ ແຖມຍັງປອດສານພິດແມ່ນຄວາມຕ້ອງການບໍລິໂພກຂອງຄົນທັງໂລກ.