ເລື່ອງນ້ອຍໆຈະເປັນໃຫຍ່ຖ້າແນມກາຍ
ໂດຍ: ວິເສດ ສະແຫວງສຶກສາ
ມື້ນີ້ ຈານແຫຍ່ຫາບຫລາຍບັນຫາມາໂສກັບທ່ານຜູ້ອ່ານທີ່ເຄີຍແຮກສ່ຽວກັບຄໍລຳນີ້ມາເຫິງນານແລ້ວ. ບາງບັນຫາຈານແຫຍ່ເຄີຍຂຽນມາແລ້ວຈົນມຶກເກືອບແຫ້ງ, ຈຳນວນໜຶ່ງອ່ານພົບໃນບົດໜັງສືພິມ, ໄດ້ຍິນຈາກສະພາບາຢອງ, ໃນງານພົບປະກັນກັບບັນດາເພື່ອນຮ່ວມຄອງປາກກາດຽວກັນ. ສຳລັບບົດນີ້ ຂໍກ້ຽວໆວຽນກັບສິ່ງທີ່ເຫັນ ແລະ ເປັນໄປຜ່ານສື່ມວນຊົນເຮົານີ້ລະ ເຊັ່ນຄຳເຫັນທີ່ວ່າ: ຂ່າວ ແລະ ບົດຄວາມໃນໜ້າໜັງສືພິມນັ້ນຄວນຫລຸດພະຍາດພິທີການທີ່ເກາະຫ້ອຍມາເຫິງ ເຊັ່ນຂ່າວ-ບົດທີ່ມັກຖືເອົາຖານະຕຳແໜ່ງຂອງບຸກຄົນໃນຂ່າວເປັນສຳຄັນ, ຖືເບົາເນື້ອໃນເຫດການທີ່ໂດດເດັ່ນ. ຂ່າວ-ບົດປະເພດນີ້ມັກຈະຈັດລຽງກັນຕາມລຳດັບປານນັກຮຽນປະຖົມເຂົ້າແຖວເຄົາລົບທຸງຊາດ ເລີ່ມຈາກຂ່າວຜູ້ສຳຄັນກວ່າໝູ່ຕໍ່ໃສ່ຜູ້ທີ່ຫລຸດລັ່ນລົງມາ. ຂ່າວແບບນີ້ໜ້າເບື່ອ, ໜັງສືພິມແຕ່ລະສະບັບຮັບຮູ້ເລື່ອງນີ້ຢູ່ເຕັມເອິກແຕ່ປ່ຽນຍາກ. ຫລາຍຄົນວ່າໜັງສືພິມວຽງຈັນທາມເຮັດໄດ້ດີ, ສາມາດຜ່າວົງລ້ອມຄອງເດີມໄດ້ ແຕ່ກໍມີຫາງສຽງວ່າ ໄດ້ກໍເພາະເປັນໜັງສືພິມພາສາຕ່າງປະເທດ, ຖ້າເປັນສະບັບພາສາລາວລອງເບິ່ງດູ, ຄັນຊິບໍ່ຜະເຊີນຂອງແຂງໂລດ. ເລື່ອງນີ້ຂໍໃຫ້ເບິ່ງນຳກັນຕື່ມວ່າ ຄວນແກ້ຢູ່ຂອດໃດກ່ອນ. ໃນຍຸກສັງຄົມອອນລາຍ, ຍຸກຂໍ້ມູນຂ່າວສານບໍ່ມີຊາຍແດນນີ້ ຖ້າໜັງສືພິມບໍ່ຮູ້ປັບຕົວກໍອາດຈະມີຄ່າສໍ່າກັບເຈ້ຍລ້າໆ ເຊັ່ນດຽວກັບສື່ເອເລັກໂຕຣນິກອື່ນໆ. ເລື່ອງໜັງສືພິມວຽງຈັນທາມທີ່ສັງຄົມເຮົາຍອມຍົກໂປ້ໃຫ້ (ສຳລັບຜູ້ອ່ານພາສາອັງກິດເປັນ) ນັ້ນ, ຈານແຫຍ່ສະເໜີໃຫ້ປັບປຸງບາງຄໍລຳ (ຖ້າບໍ່ເຫລືອບ່າກວ່າແຮງ) ຄືຄໍລຳ “ຈົດໝາຍເຖິງຄະນະ ບ.ກ” (Letter to the editors) ເພາະຈານແຫຍ່ເຫັນວ່າບົດນີ້ລ້ວນແຕ່ມີເນື້ອໃນດີ, ມີຄວາມຈິງໃຈ ແລະ ແນວຄິດສ້າງສັນຈາກເຈົ້າຂອງຈົດໝາຍ ແຕ່ສິ່ງທີ່ຂາດໄປກໍຄືຊື່ຂອງເຈົ້າຂອງບົດ, ບໍ່ຮູ້ວ່າແມ່ນໃຜຂຽນ ເພາະໜັງສືພິມບໍ່ຍອມບອກຊື່, ບໍ່ຮູ້ວ່າມັນເປັນຄວາມລັບແນວໃດກະດັກກະດໍ້, ຍາມໃດກໍບອກວ່າ “ຈາກຄົນວຽງຈັນ-Vientiane Resident) ຫລືບໍ່ກໍວ່າ “ຈາກຜູ້ຕິດຕາມອ່ານວຽງຈັນທາມ”. ຢູ່ປະເທດໃກ້ຄຽງ ເຂົາບອກແຈ້ງໂລດວ່າໜັງສືຈາກໃຜ ດີບໍ່ດີບອກຮອດບ່ອນຢູ່ ເພື່ອໃຫ້ຜູ້ສົນໃຈບັນຫາໄດ້ຕິດຕໍ່ພົວພັນລາຍລະອຽດຕື່ມ. ຂໍບອກຄວາມຈິງວ່າ ການບໍ່ໃສ່ຊື່ເຈົ້າຂອງຈົດໝາຍທີ່ສົ່ງເຖິງຄະນະ ບ.ກ ນັ້ນ ເຮັດໃຫ້ຄວາມໜ້າເຊື່ອຖືຂອງຜູ້ອ່ານຫລຸດລົງເຄິ່ງໜຶ່ງ, ສຳລັບຈານແຫຍ່ແລ້ວ ຫລຸດລົງ 80% ສຳລັບຄໍລຳນີ້. ເລື່ອງຕໍ່ໄປນີ້ຢາກຂໍໃຫ້ວົງການສື່ຂອງພວກເຮົາພິຈາລະນາຫລຸດຜ່ອນພາບ “ຕຳຈອກ” ໃນງານລ້ຽງສຳຄັນຕ່າງໆ ລວມງານລ້ຽງທັງວັນຊາດຂອງຕ່າງປະເທດ, ຂໍໃຫ້ເອົາຮູບອື່ນແທນ ເຊັ່ນກິດຈະກຳທີ່ປິ່ນອ້ອມວັນຊາດ, ເຊັ່ນຖ້າເປັນວັນຊາດຂອງຕ່າງປະເທດກໍອາດເອົາຮູບແບບການພົບປະກັບຝ່າຍຜູ້ນຳ (ເປັນຮູບເກົ່າກໍຕາມ), ຮູບການວາງສະແດງຂອງສະຖານທູດດັ່ງກ່າວ. ຖ້າຍາມໃດມີແຕ່ສະເໜີຮູບຕຳຈອກ ມັນອາດເຮັດໃຫ້ຈິດໃຕ້ສຳນຶກຂອງສັງຄົມເຫັນວ່າການຕຳຈອກແມ່ນມີກຽດ ແລະ ກຽດໃນງານກໍຄືການໄດ້ຕຳຈອກກັນ, ຈອກພັດແມ່ນຈອກເຫລົ້າທີ່ພວກເຮົາພະຍາຍາມຈຳກັດ. ຢູ່ປະເທດໃກ້ຄຽງ, ຂ່າວກ່ຽວກັບວັນຊາດຂອງຕ່າງປະເທດນັ້ນ ເຂົາຈະສະເໜີພຽງສານຂອງທ່ານທູດປະເທດນັ້ນ, ບວກກັບກິດຈະກຳທີ່ຈັດຂຶ້ນ (ບໍ່ແມ່ນງານລ້ຽງ-ຍົກຈອກ) ສຳລັບວັນຊາດ ຫລື ຖ້າເປັນວັນຊາດຄົບຮອບຕົວເລກມົນ ເຂົາກໍຈະສະເໜີຮູບການພົວພັນລະຫວ່າງສອງປະເທດໃນອະດີດ. ສຸດທ້າຍຂໍໃຫ້ບຸກຄົນກ່ຽວຂ້ອງທີ່ມີຄວາມສຳຄັນລະດັບສາມາດເປັນຂ່າວໄດ້ ມີຄວາມສະຫງວນກ່ຽວກັບການປາກົດຕົວ ຫລື ຂຶ້ນເວທີຮັບເງິນບໍລິຈາກ ເຊັ່ນຂຶ້ນໄປຈັບປ້າຍທີ່ມີເລກຈຳນວນເງິນບໍລິຈາກ. ຈານແຫຍ່ເຫັນວ່າພວກເຮົາຟຸມເຟືອຍຜູ້ໃຫຍ່ຫລາຍໂພດ. ຢູ່ຫລາຍປະເທດ ເຂົາຈັດໃຫ້ມີໜ່ວຍງານສະເພາະເພື່ອຮັບເງິນ ຫລື ເຄື່ອງຂອງບໍລິຈາກສະເພາະ, ຈະຫລາຍ-ໜ້ອຍສໍ່າໃດກໍແມ່ນອົງການນັ້ນຮັບແທນ. ຜູ້ນຳບ້ານເຮົາມີວຽກລົ້ນແບກເຫລືອຫາບຢູ່ແລ້ວ. ດັ່ງນັ້ນ ຄວນຫລຸດຜ່ອນເລື່ອງກ໋ອກໆແກ໋ກໆສໍ່ານີ້, ມັນເປັນການຊິ້ນເປືອງເວລາ ແລະ ບໍ່ຄືເຫລືອຮ້າຍ… ຈານແຫຍ່ວ່າດອກ !.