ອິນເດຍ ຊ່ວຍທຶນກໍ່ສ້າງຫໍພັກ ແລະ ໂຮງຮຽນປະຖົມ ສອງແຫ່ງໃຫ້ລາວ

ອິນເດຍ ຊ່ວຍທຶນກໍ່ສ້າງຫໍພັກ ແລະ ໂຮງຮຽນປະຖົມ ສອງແຫ່ງໃຫ້ລາວ - 23283943 e1628669854122 - ອິນເດຍ ຊ່ວຍທຶນກໍ່ສ້າງຫໍພັກ ແລະ ໂຮງຮຽນປະຖົມ ສອງແຫ່ງໃຫ້ລາວ
ອິນເດຍ ຊ່ວຍທຶນກໍ່ສ້າງຫໍພັກ ແລະ ໂຮງຮຽນປະຖົມ ສອງແຫ່ງໃຫ້ລາວ - kitchen vibe - ອິນເດຍ ຊ່ວຍທຶນກໍ່ສ້າງຫໍພັກ ແລະ ໂຮງຮຽນປະຖົມ ສອງແຫ່ງໃຫ້ລາວ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມອາຊີວະສຶກສາ,ກະຊວງສຶກສາທິການ ແລະ ກິລາ ແລະ ອັກຄະລັດຖະທູດ ອິນເດຍ ປະຈຳລາວ ໃນການຊ່ວຍທຶນກໍ່ສ້າງຫໍພັກໃຫ້ສູນພັດທະນາຜູ້ປະກອບການ ລາວ-ອິນເດຍ ຢູ່ນະຄອນຫລວງວຽງຈັນ ແລະ ໂຮງຮຽນປະຖົມນາແຄ້ງ ເມືອງຈອມເພັດ ແລະ ປະຖົມກິ່ວຊ້າງ ເມືອງໂພນທອງ ແຂວງຫລວງພະບາງ ລວມມູນຄ່າ 150.000 ໂດລາສະຫະລັດ, ໄດ້ມີຂຶ້ນໃນວັນທີ 11 ສິງຫານີ້, ຢູ່ ນະຄອນຫລວງວຽງຈັນ.ພາຍໃຕ້ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ.

ທ່ານທູດອິນເດຍກ່າວວ່າ: ການຊ່ວຍເຫລືອດັ່ງກ່າວເພື່ອອຳນວຍຄວາມສະດວກໃຫ້ເດັກນ້ອຍໃນເຂດຫ່າງໄກສອກຫລີກໄດ້ເຂົ້າໂຮງຮຽນໄດ້ທົ່ວເຖິງ.

ໂອກາດນີ້, ທ່ານ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດ ຂອງ ສປປ ລາວ ແລະ ເຊືຶ່ອໝັ້ນວ່າໂຄງການ ແລະ ໃຫ້ຄຳໝັ້ນສັນຍາວ່າ ກະຊວງສຶກສາທິການ ແລະ ກິລາ ຈະນຳໃຊ້ບັນດາໂຄງລ່າງພື້ນຖານ ທີ່ໄດ້ຮັບການຊ່ວຍເຫລືອໃນຄັ້ງນີ້, ໃຫ້ມີປະສິດທິຜົນສູງ.

ອິນເດຍ ຊ່ວຍທຶນກໍ່ສ້າງຫໍພັກ ແລະ ໂຮງຮຽນປະຖົມ ສອງແຫ່ງໃຫ້ລາວ - 4 - ອິນເດຍ ຊ່ວຍທຶນກໍ່ສ້າງຫໍພັກ ແລະ ໂຮງຮຽນປະຖົມ ສອງແຫ່ງໃຫ້ລາວ
ອິນເດຍ ຊ່ວຍທຶນກໍ່ສ້າງຫໍພັກ ແລະ ໂຮງຮຽນປະຖົມ ສອງແຫ່ງໃຫ້ລາວ - 5 - ອິນເດຍ ຊ່ວຍທຶນກໍ່ສ້າງຫໍພັກ ແລະ ໂຮງຮຽນປະຖົມ ສອງແຫ່ງໃຫ້ລາວ
ອິນເດຍ ຊ່ວຍທຶນກໍ່ສ້າງຫໍພັກ ແລະ ໂຮງຮຽນປະຖົມ ສອງແຫ່ງໃຫ້ລາວ - 3 - ອິນເດຍ ຊ່ວຍທຶນກໍ່ສ້າງຫໍພັກ ແລະ ໂຮງຮຽນປະຖົມ ສອງແຫ່ງໃຫ້ລາວ