ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ແລະ ເອກະຊົນ ເຊັນສັນຍາວ່າດ້ວຍການຮ່ວມທຶນ ສ້າງຕັ້ງ ບໍລິສັດ ທ່າບົກທ່າແຂກ ຈຳກັດເພື່ອພັດທະນາ ໂລຈິສຕິກ ການຂົນສົ່ງສິນຄ້າ ຂອງ ສປປ ລາວ


ໃນວັນທີ 10 ມິຖຸນາ 2021 ໄດ້ມີການເຊັນສັນຍາ ວ່າດ້ວຍການຮ່ວມທຶນສ້າງຕັ້ງ ບໍລິສັດ ທ່າບົກທ່າແຂກ ຈຳກັດ ເຊິ່ງຕາງໜ້າໃຫ້ລັດຖະບານໂດຍ ທ່ານ ສຸລິຍາ ມະນີວົງ, ຜູ້ອຳນວຍການ ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ແລະ ຝ່າຍເອກະຊົນ ເຊິ່ງປະກອບ ທ່ານ ພຸດພອນໄຊ ຫຼວງລາດ ຜູ້ອຳນວຍການບໍລິສັດ ເກຣັດເຕີແມ່ຂອງ ໂລຈິສຕິກ ຈຳກັດ, ທ່ານ ນາງ ທູນສະຫວັນ ສີຈັນທອງທິບ ຜູ້ອຳນວຍການບໍລິສັດ ຂົນສົ່ງສາກົນ ຈຳກັດ ແລະທ່ານ Lam Cho Shing ບໍລິສັດ ສະປີດ ອິນເຕີ ທຣານສປອດ ຈໍາກັດ, ໂດຍການເຂົ້າຮ່ວມຂອງ ທ່ານ ປອ. ສອນເພັດ ອິນທະວົງ ຫົວໜ້າກົມ ຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ກະຊວງການເງິນ.


ທຶນທັງໝົດໃນເບື້ອງຕົ້ນ ຂອງບໍລິສັດ ທ່າບົກທ່າແຂກ ຈຳກັດ ມູນຄ່າ 157.011.720.000 ກີບ (ໜຶ່ງຮ້ອຍຫ້າສິບເຈັດຕື້ ສິບເອັດລ້ານ ເຈັດແສນ ຊາວພັນກີບ) ເຊິ່ງມີອັດຕາສ່ວນການຖືຮຸ້ນໂດຍລັດຖະບານ (ລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ) 30% ແລະ ຝ່າຍເອກະຊົນ (ຕາງໜ້າໃຫ້ 3 ບໍລິສັດໂດຍ ບໍລິສັດ ເກຣັດເຕີແມ່ຂອງ ໂລຈິສຕິກ ຈຳກັດ) 70%. ໃນນັ້ນ, ບໍລິສັດ ເກຣັດເຕີແມ່ຂອງ ໂລຈິສຕິກ ຈຳກັດ ແມ່ນຖືຮຸ້ນ 52,5%, ບໍລິສັດ ຂົນສົ່ງສາກົນ ຈຳກັດ 10,5% ແລະ ບໍລິສັດ ສະປີດ ອິນເຕີ ທຣານສປອດ ຈຳກັດ 7%.
ການສ້າງຕັ້ງ ບໍລິສັດ ທ່າບົກທ່າແຂກ ຈຳກັດ ແມ່ນເພື່ອແນໃສ່ການພັດທະນາທ່າບົກໃຫ້ເປັນປະຕູດ່ານເຂົ້າ-ອອກຂອງສິນຄ້າສາກົນ ແລະ ຊຸກຍູ້ ສປປ ລາວ ໃຫ້ກາຍເປັນສູນກາງ ການບໍລິການພະລາທິການຂົນສົ່ງ ຂອງພາກພື້ນ ແລະ ສາກົນ ຜ່ານດ່ານຊາຍແດນແຂວງຄຳມ່ວນ ເຊິ່ງນອນຢູ່ໃນແຜນຍຸດທະສາດຂອງລັດຖະບານ ໃນ “ການພັດທະນາໂລຈິສຕິກ ການຂົນສົ່ງສິນຄ້າ” ເຊິ່ງໄດ້ກໍານົດຄວາມສໍາຄັນ ແລະ ຄວາມຈໍາເປັນໃນການພັດທະນາທ່າບົກ ຢູ່ ສປປ ລາວ, ທັງຍັງສອດຄ່ອງກັບນະໂຍບາຍຫັນປ່ຽນປະເທດຈາກ “ປະເທດທີ່ບໍ່ມີຊາຍແດນຕິດກັບທະເລ” ໄປສູ່ “ປະເທດເຊື່ອມໂຍງເຊື່ອມຈອດ” ຫຼື “ປະເທດບໍລິການທາງຜ່ານດ້ານຄົມມະນາຄົມຂົນສົ່ງ” ເພື່ອຍົກລະດັບສັກກະຍະພາບດ້ານການຂົນສົ່ງ ແລະ ພະລາທິການຂົນສົ່ງ ຂອງ ສປປ ລາວ.


“ທ່າບົກທ່າແຂກ” ຈະເຮັດໜ້າທີ່ເປັນສູນສໍາລັບເຕົ້າໂຮມ ແລະ ແຈກຢາຍສິນຄ້າ ແລະ ລະບົບບໍລິການໂລຈິສຕິກທີ່ທັນສະໄໝ ແລະ ຄົບວົງຈອນ, ປະກອບສ່ວນເຂົ້າໃນການຫຼຸດຜ່ອນການຄ່ຽນຖ່າຍສິນຄ້າແບບຊະຊາຍ ແລະ ຫຼຸດຕົ້ນທຶນດ້ານໂລຈິສຕິກລົງ ເພື່ອເປັນທ່າແຮງໃຫ້ຫົວໜ່ວຍທຸລະກິດຂອງລາວ ສາມາດແຂ່ງຂັນກັບຕະຫຼາດໂລກໄດ້ ແລະ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ບໍລິການ ໄດ້ຢ່າງຄົບວົງຈອນ.
ເມືອງທ່າແຂກ ແຂວງຄຳມ່ວນ ເໝາະສົມທັງທາງດ້ານທີ່ຕັ້ງພູມສັນຖານ ແລະ ດ້ານບໍລິມາດການຈໍລະຈອນສິນຄ້າລະຫວ່າງປະເທດທີ່ນັບມື້ນັບເພີ່ມຂຶ້ນຢ່າງຫຼວງຫຼາຍ ມີເສັ້ນທາງຍຸດທະສາດເຊື່ອມຕໍ່ທັງສີ່ທິດທາງ, ມີຄວາມສະດວກໃນການເຂົ້າເຖິງເສັ້ນທາງຫຼວງເລກທີ 12 ເຊື່ອມຕໍ່ຈັງຫວັດນະຄອນພະນົມ ປະເທດໄທ ຫາ ເມືອງຈາລໍ ຂອງ ສສ ຫວຽດນາມ ເຊິ່ງເປັນເສັ້ນທາງທີ່ມີໄລຍະທາງສັ້ນທີ່ສຸດຈາກ ສປປ ລາວ ໄປສູ່ ສສ ຫວຽດນາມ, ທັງຍັງນອນຢູ່ໃນເສັ້ນທາງຫຼວງເລກທີ 13 ທີ່ເປັນເສັ້ນທາງສາຍສຳຄັນຂອງປະເທດ.




ເມືອງທ່າແຂກ ມີທ່າແຮງດ້ານການບໍລິການ-ທາງຜ່ານ ແລະ ຢູ່ໃກ້ກັບປະເທດເພື່ອນບ້ານ ເຮັດໃຫ້ມີໂອກາດດຶງສິນຄ້າຜ່ານ ເຂົ້າມາໃຊ້ບໍລິການໄດ້, ສາມາດຮອງຮັບສິນຄ້າຈາກແຂວງໃກ້ຄຽງເຊັ່ນ ບໍລິຄຳໄຊ ແລະ ສະຫວັນນະເຂດ ເພື່ອເປັນການສົ່ງອອກ, ທັງຍັງສາມາດຮັບການນໍາເຂົ້າສິນຄ້າຈາກປະເທດໄທ ແລະ ສົ່ງອອກ ສສ ຫວຽດນາມ ເພື່ອສົ່ງຕໍ່ໄປຫາ ສປ ຈີນ, ເຮັດໃຫ້ “ທ່າບົກທ່າແຂກ” ມີສັກກະຍະພາບໃນການເປັນສູນກາງການຂົນສົ່ງທາງບົກຂອງພາກກາງ.
ທ່າບົກ (Dry Port) ໝາຍເຖິງເຂດໂລຈິສຕິກທີ່ມີທີ່ຕັ້ງຢູ່ເທິງບົກ, ເປັນສູນກາງຄ່ຽນຖ່າຍສິນຄ້າ ທີ່ສາມາດຮັບ-ສົ່ງ, ເຕົ້າໂຮມ, ແຈກຢາຍ, ຝາກສາງ, ເປີດ ແລະ ບັນຈຸເຂົ້າຕູ້ສິນຄ້າ ໄດ້ຕາມເງື່ອນໄຂຂອງສັນຍາສາກົນ ແລະ ແມ່ນ ດ່ານຊາຍແດນສາກົນ ສໍາລັບການຂົນສົ່ງສິນຄ້າເຂົ້າ-ອອກ ແລະ ຜ່ານແດນຂອງປະເທດ.

