ການຜະລິດເປັນສິນຄ້າ ຕ້ອງກ້າຮັບຜິດຊອບຕໍ່ສັງຄົມ
ໂດຍ: ມຶກບໍ່ແຫ້ງ
ການຜະລິດເປັນສິນຄ້າເປັນບູລິມະສິດໜຶ່ງທີ່ສຳຄັນຂອງລັດຖະບານ ແຕ່ບົດຮຽນຜ່ານມານັ້ນ ຂະບວນການຜະລິດເປັນສິນຄ້າມັກມາກັບຄວາມເສຍຫາຍທາງດ້ານສິ່ງແວດລ້ອມ ແລະ ສັງຄົມທີ່ພວກເຮົາ ຄວນລະວັງຂຶ້ນ.
ເນື່ອງຈາກ ເນື້ອທີ່ດິນຍັງ ກວ້າງຂວາງ, ອຸດົມສົມບູນ ແລະ ຄວາມໜາແໜ້ນປະຊາກອນຍັງຕໍ່າ ບວກກັບ ພື້ນຖານການຜະລິດກະສິກຳ ທີ່ມີພູມອາກາດອຳນວຍ ເຮັດໃຫ້ເງື່ອນໄຂການຜະລິດກະສິກຳ ເປັນສິນຄ້າໃນປະເທດ ດ້ກາຍເປັນບູລິມະສິດສຳຄັນ ເພື່ອສ້າງລາຍຮັບແກ່ປະຊາຊົນ ແລະ ປະເທດຊາດ.
ແຕ່ຢ່າງໃດກໍຕາມການຜະລິດເປັນສິນຄ້າຜ່ານມານັ້ນໄດ້ນຳເອົາບົດຮຽນທີ່ພວກເຮົາ ສາມາດເອົາເປັນແວ່ນແຍງຍ້ອນການຜະລິດທີ່ທຳລາຍລະບົບນິເວດບໍ່ວ່າດິນ, ນໍ້າພືດພັນທັນຍາຫານເຊິ່ງເຮັດໃຫ້ ບໍ່ສາມາດແນມເຫັນຄວາມຍືນຍົງຕາມທີ່ພວກເຮົາເອື້ອມອ່າວຫາ.
ການປູກກ້ວຍຢູ່ພາກເໜືອຂອງລາວ ກາຍເປັນເລື່ອງລາວ ທີ່ເປັນຈຸດສົນໃຈບໍ່ໜ້ອຍ. ແນ່ນອນ ພວກເຮົາ ຮັບຮູ້ດີວ່າ ການສົ່ງກ້ວຍອອກຂາຍຕ່າງປະເທດ ໃນຊຸມປີຜ່ານມານັ້ນ ໄດ້ຊ່ວຍໃຫ້ເຫັນປະຈັກຕາວ່າ ສາມາດສ້າງລາຍຮັບໄດ້ຫຼາຍ ເຊັ່ນ ມູນຄ່າການສົ່ງອອກ ໝາກກ້ວຍໃນປີ 2018 ມີມູນຄ່າ 112 ລ້ານໂດລາ ມາເປັນ 198 ລ້ານໂດລາ ໃນປີ 2019.
ແນວໃດກໍຕາມການນຳໃຊ້ສານເຄມີທີ່ອັນຕະລາຍທຳລາຍດິນ, ນໍ້າ ແລະ ສັດສາວາສິ່ງ, ຂາດການກຳຈັດຂີ້ເຫຍື້ອທີ່ດີ, ການນຳໃຊ້ແຮງງານທີ່ລາຄາຖືກ ແລະ ບໍ່ມີສະຫວັດດິການທີ່ດີ ໄດ້ກາຍເປັນເລື່ອງທີ່ສັງຄົມຮຽກຮ້ອງໃຫ້ມີການປ່ຽນແປງ ເຊິ່ງນຳມາເຊິ່ງການສັ່ງໂຈະການອະນຸຍາດ ການປູກກ້ວຍຂອງລັດຖະບານ ໃນປີ 2016.
ນອກນັ້ນ, ຈາກການສຳຫລວດຂອງໂຄງການບໍລິການ ແລະ ສົ່ງເສີມກະສິກຳ ແບບຮອບດ້ານ (LURAS) ເມື່ອບໍ່ດົນຜ່ານມາໄດ້ຊີ້ໃຫ້ເຫັນວ່າ ການປູກພືດເພື່ອເປັນສິນຄ້າໂດຍສະເພາະສາລີຢູ່ແຂວງ ຊຽງຂວາງໄດ້ນຳໃຊ້ສານເຄມີ ເຊິ່ງມີຈຳນວນຫຼາຍໄດ້ນຳເຂົ້າແບບຜິດກົດໝາຍເຮັດໃຫ້ສົ່ງຜົນກະທົບໄລຍະຍາວ ຕໍ່ສຸຂະພາບຂອງຄົນ ແລະ ສິ່ງແວດລ້ອມ.
ເມື່ອໄດ້ຍິນຂ່າວວ່າ ລັດຖະບານ ສປ ຈີນ ຈະຮັບຊື້ສິນຄ້າກະສິກຳ ຈາກ ສປປລາວ ຫຼາຍແສນໂຕນໃນ ຊຸມປີຂ້າງໜ້ານີ້ ໂດຍສະເພາະ ໝາກກ້ວຍ 1 ແສນໂຕນ, ໝາກມ່ວງ 1 ແສນໂຕນ, ໝາກຖົ່ວເຫຼືອງ 2 ແສນໂຕນ, ໝາກຖົ່ວລຽນ 5 ໝື່ນໂຕນ, ນໍ້າຕານ 5ແສນໂຕນ, ແປ້ງມັນຕົ້ນ 1 ແສນໂຕນ, ໝາກຖົ່ວດິນ 1 ແສນໂຕນ ແລະ ຊີ້ນງົວ ແຊ່ເຢັນ 1 ແສນໂຕນ ຜູ້ຂຽນ ກໍຄືຄົນລາວທົ່ວປະເທດ ອົດດີໃຈບໍ່ໜ້ອຍວ່າ ບາດນີ້ລະ ຈະບໍ່ມີຄຳວ່າ “ຜະລິດໄດ້ ແຕ່ບໍ່ມີບ່ອນຂາຍ”!
ແລະດ້ວຍ ບົດຮຽນຈາກການປູກກ້ວຍ, ດ້ວຍແນວທາງການ ເຕີບໂຕສີຂຽວ ຕາມທິດຍືນຍົງຂອງ ສປປລາວ ແລະ ບວກກັບ ຫຼັກການພື້ນຖານ ການລົງທຶນສີຂຽວ (Green Investment Principles) ຂອງ ສປປລາວ ຈີນ ຜູ້ຂຽນກໍໝັ້ນໃຈວ່າ ພວກເຮົາຈະບໍ່ໃຫ້ອະດີດທີ່ບໍ່ເພີງປາຖະໜາຊໍ້າຮອຍ ແລະເປັນການຜະລິດເປັນສິນຄ້າ ທີ່ມີຄວາມຮັບຜິດຊອບຂຶ້ນກວ່າເກົ່າ.
ການຜະລິດເປັນສິນຄ້ານີ້ຈະຕ້ອງຢູ່ບົນພື້ນຖານຄວາມເປັນມິດຕໍ່ສິ່ງແວດລ້ອມແລະສັງຄົມ. ມີເຕັກນິກວິຊາການສົ່ງເສີມການຜະລິດທີ່ທັນສະໄໝໄຮ້ຄວາມອັນຕະລາຍຕໍ່ດິນ, ແຫຼ່ງນໍ້າ ແລະ ຊີວະນາໆພັນ. ພ້ອມນັ້ນການຈັດສັນທີ່ດິນ ເພື່ອການຜະລິດກໍໃຫ້ມີຄວາມແທດເໝາະໂດຍຫຼີກລ່ຽງທີ່ສຸດການສວຍໂອກາດ ການກອບໂກຍບຸກເບີກທີ່ດິນທີ່ມີປ່າແກ່ ເພາະພວກເຮົາມີເນື້ອທີ່ທຳການຜະລິດອັນຫຼວງຫຼາຍທີ່ຍັງເປົ່າວ່າງ. ພ້ອມນັ້ນການມີສ່ວນຮ່ວມຂອງປະຊາຊົນທີ່ສາມາດເຮັດໃຫ້ເຂົາເຈົ້າໄດ້ຮັບຜົນປະໂຫຍດອັນຊອບທຳນັ້ນໄດ້ກາຍເປັນ ຕົວຊີ້ວັດອັນສຳຄັນຂອງ ຄວາມຍືນຍົງ ໃນການຜະລິດເຮັດແນວນີ້ຈຶ່ງຈະຮັບປະກັນວ່າ “ພວກເຮົາບໍ່ໄດ້ ຈູດເລົ້າເຂົ້າເພື່ອເຜົາໜູໂຕດຽວ”.