ອາຣັບບີ ຊາອຸດິດ ຮັບຊາວຕ່າງປະເທດທີ່ສັກວັກຊິນປ້ອງກັນໂຄວິດ-19ແລ້ວ

- dfcae41e ed1a 4bd0 b0cc d32b7b358316 16x9 1200x676 - ອາຣັບບີ ຊາອຸດິດ ຮັບຊາວຕ່າງປະເທດທີ່ສັກວັກຊິນປ້ອງກັນໂຄວິດ-19ແລ້ວ
- kitchen vibe - ອາຣັບບີ ຊາອຸດິດ ຮັບຊາວຕ່າງປະເທດທີ່ສັກວັກຊິນປ້ອງກັນໂຄວິດ-19ແລ້ວ

ຕາມ​ຂ່າວ​ຈາກ ຣິຢັດ, ອາຣັບບີ ຊາ​ອຸ​ດິດ ປະກາດ​ວ່າ: ຕັ້ງ​ແຕ່​ ວັນ​ທີ20​ພຶດສະພາ​ນີ້ ​ເປັນຕົ້ນ​ໄປ ຊາວ​ຕ່າງປະ​ເທດ ທີ່​ໂດຍສານ ​ເຮືອບິນ ມາ​ຈາກ ​ປະ​ເທດ​ ທີ່​ເຂົ້າ​ໃນ​ເກນ ​ແລະ ສັກ​ວັກ​ຊິນ ​ຄົບ​​ແລ້ວ ຫລື ​ເຄີຍ​ຕິດ​ເຊື້ອ​ ພະຍາດ​ ໂຄ​ວິດ-19​ມາ​ກ່ອນ ​​ໄດ້​ຮັບ​ການ​ປິ່ນ​ປົວດີ​ແລ້ວ ຈະ​ບໍ່​ໄດ້​ກັກ​ຕົວ ​ເປັນ​ເວລາ 7ວັນ ​ໃນ​ໂຮງ​ແຮມ ທີ່​ລັດຖະບານ ອະນຸມັດ ຫາກ​ສະ​ແດງ ​ໃບຮັບ​ຮອງ ​ການ​ສັກ​ວັກ​ຊິນ ຢ່າງ​ເປັນ​ທາງ​ການ. ປັດຈຸບັນ ຜູ້​ເດີນທາງ​ເຂົ້າ ອາຣັບບີ ຊາ​ອຸ​ດິດ ທຸກ​ຄົນ ຈະ​ຕ້ອງ​ກັກ​ໂຕ ​ເປັນ​ເວລາ 7ວັນ ​ຂຶ້ນ​ກັບ ປະ​ເທດ ​ຕົ້ນທາງ ​ແລະ ຕ້ອງ​ສະ​ແດງ ​ຜົນ​ກວດ​ຫາ​ເຊື້ອ ​ແບບ​ພີ​ຊີ​ອາ ​ເປັນ​ລົບ ​ແຕ່​ລະບຽບ​ໃໝ່ ​ທີ່​ຈະ​ໃຊ້​ນີ້ ຊາວ​ຕ່າງປະ​ເທດ ອາຍຸ 8ປີ​ຂຶ້ນ​ໄປ ຍັງ​ບໍ່​ທັນ​ ສັກ​ວັກ​ຊິນ ຕ້ອງ​ກັກ​ຕົວ ​ເປັນ​ເວລາ7​ວັນ ​ໂດຍ​ເສຍ​ຄ່າ​ ໃຊ້​ຈ່າຍ​​ເອງ ຕ້ອງ​ສະ​ແດງ​ ຜົນ​ກວດ​​ພີ​ຊີ​ອາ ເປັນ​ລົບ ​ໃນ​ວັນ​ທີ6​ ຫລັງ​ເດີນທາງ ​ເຂົ້າປະ​ເທດ ຕ້ອງ​ມີ​ປະກັນ ​ສຸຂະພາບ ​ຄຸ້ມ​ຄອງ ຄວາມ​ສ່ຽງ​ ຈາກ​ໂຄ​ວິດ-19 ​ແຕ່​ຕ້ອງ​ສະ​ແດງ ​ຜົນ​ກວດ​ ພີ​ຊີ​ອາ ​ເປັນ​ລົບ ພາຍ​ໃນ72ຊົ່ວ​ໂມງ ກ່ອນ​ຂຶ້ນ​ເຮືອບິນ ​ເຂົ້າມາ​ປະ​ເທດ.​ແຕ່​ຍັງ​ຄົງ​ຫ້າມ ​ຜູ້​ເດີນທາງ ມາ​ຈາກ20​ປະ​ເທດ ​ເຊັ່ນ​ ສ.ອາ​ເມ​ລິ​ກາ,ອັງກິດ,ຝຣັ່ງ, ສະຫະ​ນະຄອນ ​ເອ​ເມ​ເຣັດ ອາຣັບ ​ແລະ ຫ້າມ​ຊາວ ອາຣັບບີ ຊາ​ອຸ​ດິດ ​ເດີນທາງ​ໄປ 13ປະ​ເທດ ​ໂດຍ​ບໍ່​ໄດ້​ຮັບ​ ອະນຸຍາດ​ ຈາກ​ທາງ​ການ ​ເປັນຕົ້ນ: ລີ​ບິ,ຊີຣີ,ລີ​ບັງ,​ເຢຍລະ​ມັນ,ອີຣານ ​ແລະ ອິນ​ເດຍ​ ເປັນຕົ້ນ./.

- 4 - ອາຣັບບີ ຊາອຸດິດ ຮັບຊາວຕ່າງປະເທດທີ່ສັກວັກຊິນປ້ອງກັນໂຄວິດ-19ແລ້ວ
- Visit Laos Visit SALANA BOUTIQUE HOTEL - ອາຣັບບີ ຊາອຸດິດ ຮັບຊາວຕ່າງປະເທດທີ່ສັກວັກຊິນປ້ອງກັນໂຄວິດ-19ແລ້ວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!