ແຈ້ງສືບຕໍ່ພັກຮຽນຊົ່ວຄາວ ໃນຂອບເຂດ ທົ່ວປະເທດ ຮອດວັນທີ 20 ພຶດສະພາ

- AK104838 - ແຈ້ງສືບຕໍ່ພັກຮຽນຊົ່ວຄາວ ໃນຂອບເຂດ ທົ່ວປະເທດ ຮອດວັນທີ 20 ພຶດສະພາ
- kitchen vibe - ແຈ້ງສືບຕໍ່ພັກຮຽນຊົ່ວຄາວ ໃນຂອບເຂດ ທົ່ວປະເທດ ຮອດວັນທີ 20 ພຶດສະພາ

ໃນວັນທີ 6 ພຶດສະພາ 2021 ກະຊວງສຶກສາທິການ ແລະ ກິລາ (ສສກ) ອອກແຈ້ງການ ເພື່ອເປັນການສືບຕໍ່ເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະ ຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທົ່ວຂະແໜງການສຶກສາ ແລະ ກິລາ ໃນຂອບເຂດທົ່ວປະເທດ.

ຫົວໜ້າຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການ ດັ່ງນີ້: 1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາທຸກຄົນ ສືບຕໍ່ເພີ່ມທະວີ ປະຕິບັດມາດຕະການຕ່າງໆ ທີ່ລະບຸໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ, ຄຳສັ່ງຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ຄໍາສັ່ງເພີ່ມເຕີມຂອງຫົວໜ້າຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ແລະ ຄໍາສັ່ງແນະນໍາຂອງຄະນະສະເພາະກິດຂັ້ນແຂວງ/ນະຄອນຫລວງ ອອກໄປຕື່ມອີກ 15 ວັນ ຢ່າງເຂັ້ມງວດ ນັບແຕ່ວັນທີ 06-20 ພຶດສະພາ 2021 ແລະ ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາທຸກຂັ້ນ ຕິດຕາມ, ກວດກາ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດ ແລະ ລາຍງານໃຫ້ຄະນະສະເພາະກິດ ກະຊວງສຶກສາທິການ ແລະ ກິລາ ຮັບຊາບທຸກອາທິດ; ຖ້າພົບວ່າການຈັດຕັ້ງ ຫລື ບຸກຄົນໃດ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ລະເມີດບັນດາຄຳສັ່ງ, ແຈ້ງການ ແລະ ຄຳແນະນຳ ທີ່ກ່າວມານັ້ນ ມອບໃຫ້ການຈັດຕັ້ງບ່ອນນັ້ນ ລາຍງານໂດຍດ່ວນກ່ຽວກັບມາດຕະການລົງວິໄນ ເພື່ອນຳສະເໜີ ໃຫ້ຄະນະສະເພາະກິດຂັ້ນຂອງຕົນ ແລະ ຂັ້ນກະຊວງ ພິຈາລະນາ.

- Visit Laos Visit SALANA BOUTIQUE HOTEL - ແຈ້ງສືບຕໍ່ພັກຮຽນຊົ່ວຄາວ ໃນຂອບເຂດ ທົ່ວປະເທດ ຮອດວັນທີ 20 ພຶດສະພາ
  1. ໃຫ້ສະຖານການສຶກສາທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດ ສືບຕໍ່ພັກຮຽນຊົ່ວຄາວ ເຊິ່ງປະກອບ ມີ: ໂຮງລ້ຽງເດັກ, ໂຮງຮຽນອະນຸບານ, ໂຮງຮຽນປະຖົມສຶກສາ, ໂຮງຮຽນມັດທະ ຍົມສຶກສາ, ໂຮງຮຽນສຶກສາສົງ, ໂຮງຮຽນສຶກສາພິເສດ, ໂຮງຮຽນກິນນອນ, ສູນຝຶກອົບຮົມວິຊາຊີບ, ວິ ທະຍາໄລ, ສະຖາບັນ ແລະ ມະຫາວິທະຍາໄລ.
  2. ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫລວງ ສືບຕໍ່ປະສານສົມທົບກັບຄະນະສະເພາະກິດ ຂັ້ນແຂວງ/ນະຄອນຫລວງ ເພື່ອເຝົ້າລະວັງ, ຕິດຕາມ ແລະ ປະເມີນຄວາມສ່ຽງການແຜ່ລະ ບາດຂອງພະຍາດໂຄວິດ-19 ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂສະພາບການລະບາດໃຫ້ທັນການ.
  3. ໃນໄລຍະພັກການຮຽນຊົ່ວຄາວ ມອບໃຫ້ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກົມການສຶກສາກ່ອນໄວຮຽນ, ກົມສາມັນສຶກສາ, ກົມສ້າງຄູ ແລະ ສູນໄອຊີທີ ສືບຕໍ່ເຜີຍແຜ່ການຮຽນ-ການສອນ ຜ່ານໂທລະພາບການສຶກສາ-ກິລາ, ວິທະຍຸ, ຖານການຮຽນຮູ້ການຮຽນ-ການສອນ ຄັງປັນຍາລາວ (Teaching-Learning Platform); ສໍາລັບການສຶກສາຄູ, ພະລະ ແລະ ສິລະປະສຶກສາ, ການສຶກສານອກໂຮງຮຽນ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ແມ່ນໃຫ້ຈັດການຮຽນ-ການສອນທາງໄກ ໃຫ້ແກ່ກຸ່ມເປົ້າໝາຍຕາມຄວາມເໝາະສົມ.
  4. ໄລຍະປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ມອບໃຫ້ກົມວິຊາການ ແລະ ສະຖາບັນ ອອກແຈ້ງການລະອຽດສະເພາະ ກ່ຽວກັບການຈັດການຮຽນ-ການສອນ ທີ່ ເໝາະສົມກັບເງື່ອນໄຂຕົວຈິງ, ສຳລັບຫ້ອງການ, ກົມ, ສູນ ແລະ ພາກສ່ວນຕ່າງໆ ໃຫ້ສຸມໃສ່ປະຕິບັດວຽກທີ່ເປັນບູລິມະສິດຂອງຕົນ ໃຫ້ເປັນປົກກະຕິ.
  5. ສຳລັບສຳນັກກະຊວງ, ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫລວງ ແລະ ສະ ຖານການສຶກສາທົ່ວປະເທດແຕ່ລະວັນລັດຖະການໃຫ້ຜັດປ່ຽນກັນມາປະຈຳການ ແລະ ປ້ອງກັນ-ເວນຍາມບໍ່ໃຫ້ຂາດ, ຈຳນວນໜຶ່ງ ແມ່ນໃຫ້ເຮັດວຽກຢູ່ເຮືອນ ຫລື ທີ່ພັກອາໄສ ໂດຍຜ່ານ: ໂທລະສັບ, ອີເມວ ແລະ ລະບົບກອງປະຊຸມທາງໄກ. ເພື່ອຫລຸດຜ່ອນຄວາມແອອັດໃນສະຖານທີ່ເຮັດວຽກ ໃຫ້ປະຕິບັດດັ່ງນີ້:

6.1 ສໍານັກກະຊວງ ເຂດຊຽງຍືນ, ສີສະເກດ, ເຈົ້າອານຸວົງ ແລະ ຫລັກ 8 (ທ່າເດື່ອ) ຄະນະຫ້ອງການ/ຄະນະກົມ/ຄະນະອຳນວຍການສະຖາບັນ, ສຳນັກພິມ ແລະ ສູນ 1 ຄົນ/ມື້ ແລະ ຂັ້ນພະແນກ-ວິຊາການ 2 ຄົນ/ມື້.

6.2 ມະຫາວິທະຍາໄລ ຄະນະອະທິການບໍດີ 1 ຄົນ/ມື້, ຄະນະບໍດີ 1 ຄົນ/ມື້, ຄະນະຫ້ອງການ 1 ຄົນ/ມື້, ຄະນະພາກວິຊາ 1 ຄົນ/ມື້, ວິຊາການ 2 ຄົນ/ມື້.

6.3 ພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫລວງ ຄະນະພະແນກ 1 ຄົນ/ມື້ ແລະ ວິຊາການ 2 ຄົນ/ມື້.

6.4 ຫ້ອງການສຶກສາທິການ ແລະ ກິລາ ເມືອງ/ນະຄອນຄະນະຫ້ອງການ 1 ຄົນ/ມື້ ແລະ ວິຊາການ 2 ຄົນ/ມື້;

6.5 ການປະຈໍາການຂອງຄະນະສະເພາະກິດຂອງຂະແໜງການສຶກສາ ແລະ ກິລາ ແຕ່ລະຂັ້ນ ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກຕົວຈິງ.

6.6 ໃນໄລຍະມາປະຈໍາການ ໃຫ້ຈັດຕັ້ງກັນກວດກາວັດແທກອຸນຫະພູມ, ລ້າງມືດ້ວຍນໍ້າສະອາດໃສ່ສະບູ ຫລື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ ແລະ ອະນາໄມສະຖານທີ່ບ່ອນເຮັດວຽກເປັນປົກກະຕິ.

  1. ໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ຈົ່ງມີສະຕິໃນການຮັບຂໍ້ມູນຂ່າວສານຈາກສື່ອອນລາຍ ໂດຍສະເພາະແມ່ນຂ່າວທີ່ບໍ່ມີມູນຄວາມຈິງ ຫ້າມບໍ່ໃຫ້ເຜີຍແຜ່ ຫລື ແຊຕໍ່ຢ່າງເດັດຂາດ, ໃຫ້ຕິດຕາມຂ່າວສານຈາກສື່ອອນລາຍທີ່ເຊື່ອຖືໄດ້ ຄື: ສູນຂ່າວສານການແພດສຸຂະສຶກສາ (ສະເພາະຂໍ້ມູນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19); ສໍາລັບຂໍ້ມູນຂ່າວສານສຶກສາ ແລະ ກິລາ ໃຫ້ຕິດຕາມຂ່າວ ຈາກ: Edu-Sport TV online ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ; ຖ້າມີກໍລະນີຮີບດ່ວນໃຫ້ປະສານ ແລະ ລາຍງານຫາຫ້ອງການກະຊວງສຶກສາທິການ ແລະ ກິລາ, ຈຸດປະສານງານຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ໂທ/ແຟັກ: 021 254702, ຫຼື whatsapp 020 22475552, 020 54922051, ອີເມວ:sungluam210@gmail.com.
  2. ໃຫ້ສືບຕໍ່ປຸກລະດົມພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ແລະ ນັກກິລາທຸກຄົນ ໃນຂະແໜງການສຶກສາ ແລະ ກິລາ ໄປສັກວັກແຊງກັນພະຍາດ ໂຄວິດ-19 ຕາມເຂດບໍລິການທີ່ທາງການກຳນົດໃຫ້ສຳເລັດໂດຍໄວ.
  3. ແຈ້ງການສະບັບນີ້, ມີຜົນສັກສິດນັບແຕ່ ວັນທີ 06 ພຶດສະພາ 2021 ຫາ ເວລາ 24:00 ໂມງ ຂອງວັນທີ 20 ພຶດສະພາ 2021. ໃນກໍລະນີທີ່ມີການປ່ຽນແປງ ກະຊວງສຶກສາທິການ ແລະ ກິລາ ຈະແຈ້ງໃຫ້ຊາບ ເປັນແຕ່ລະໄລຍະ.
- 5 - ແຈ້ງສືບຕໍ່ພັກຮຽນຊົ່ວຄາວ ໃນຂອບເຂດ ທົ່ວປະເທດ ຮອດວັນທີ 20 ພຶດສະພາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!