ປຸກປານຢາບ້ານຫ້ອມ
ໂດຍ: ກ້ອງສ່ອງ ອິດສະຫລະ
ພາຍຫລັງສະພາປະຊາຊົນນະຄອນຫລວງວຽງຈັນໄດ້ຕາງໜ້າໃຫ້ປະຊາຊົນຊາວນະຄອນຫລວງຮັບຮອງເອົາການສ້າງຕັ້ງ “ກອງທຶນທາງ” ປາກົດວ່າມີຫາງສຽງຕ່າງໆຈາກສັງຄົມໃນທາງລົບຫລາຍກວ່າທາງບວກ. ເວົ້າແຈ້ງຄົນສ່ວນຫລາຍທີ່ຢູ່ນະຄອນຫລວງເກືອບວ່າບໍ່ມີໃຜເຫັນດີ ແລະ ສະໜັບສະໜູນ. ສາເຫດຂອງມັນກໍມີຫລາຍປັດໄຈ ແລະ ຫລາຍເງື່ອນໄຂທີ່ເຫັນວ່າຍັງບໍ່ທັນມີຄວາມພ້ອມ ຄືອັນທີໜຶ່ງມັນເປັນການທັບຊ້ອນຫລາຍຂັ້ນ, ຫລາຍຂອດແລະ ຫລາຍອັນເສຍໂພດ ເປັນຕົ້ນຄ່າບູລະນະເສັ້ນທາງກໍວ່າໄດ້ຄິດໄລ່ໃສ່ຄ່ານ້ຳມັນແລ້ວ.ນອກນັ້ນ ກໍຍັງມີການເສຍພັນທະອາກອນຕາມກົດໝາຍປະຈໍາເດືອນ, ປະຈໍາປີ, ມີການເສຍປະກັນໄພລົດ ແລະ ອື່ນໆຕະປິດຕະປີ່. ອັນສອງມາເຫັນວ່າລາຍຈ່າຍຂອງພະນັກງານ,ທະຫານ, ຕໍາຫລວດ ແລະ ປະຊາຊົນມັນເກີນກວ່າລາຍຮັບຫລາຍ ຈົນວ່າບໍ່ມີອັນຊິເວົ້າ, ສະພາບຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ນັບທັງປະຊາຊົນທີ່ຢູ່ໃນນະຄອນ ຫລວງເຮົາດຽວນີ້ ຈົນເຖິງຂັ້ນເອົາຊີວິດເກືອບບໍ່ລອດໃນແຕ່ລະເດືອນ. ສິ້ນເດືອນມາບໍ່ຈັກຄ່ານ້ຳ, ຄ່າໄຟ, ນ້ຳມັນລົດທຽວການ, ຊື້ຢູ່ຊື້ກິນແຕ່ລະມື້, ການເຈັບເປັນເອັນອຸ່ນ, ເພາະທານ, ງານດອງ ແລະ ພັນທະສັງຄົມອື່ນໆບໍ່ຈັກວ່າຄົນຕາຍ, ຄົນເປັນ, ຄ່າອະນາໄມ,ຍາມມີບຸນມີທານກໍຕ້ອງໄດ້ເສຍພັນທະຕ່າງໆຕາມທາງບ້ານທາງເມືອງເພິ່ນຕົກໃສ່, ສໍ່າວ່າເງິນເດືອນດ້າມລ້ານສອງລ້ານແມ່ນຫລຽວບໍ່ເຫັນກິ່ນ. ຖ້າພວກເຮົາພາກັນບວກລົບຄູນຫານເບິ່ງວ່າລາຍຮັບຊໍ່ານີ້, ລາຍຈ່າຍຊໍ່ານັ້ນແລ້ວຜົນອອກມາມັນຊິເປັນແນວແນວໃດ ?. ຄັນຊິມາຕັ້ງຄໍາຖາມກັນວ່າ ລາຍຮັບໜ້ອຍຄືມີເງິນຊື້ລົດຂີ່ ?. ອັນນີ້ເຮົາຂໍບອກວ່າພວກທີ່ມີລົດໃຫຍ່ຄັນງາມຫລູຫລາມີແຕ່ພວກເຮັດທຸລະກິດ, ເຮັດການຄ້າ, ພວກເຈົ້າພວກນາຍ, ພວກເພິ່ນມີເງິນມີຄໍາຮັ່ງມີເປັນດີ, ບາງກໍລະນີເງິນທີ່ໄດ້ມາມັນກໍແມ່ນຈາກການສໍ້ລາດບັງຫລວງ, ຈາກວິທີສໍ້ໂກງເອົາເງິນຂອງລັດ ແລະ ຂອງປະຊາຊົນຜູ້ທຸກຍາກ, ພວກທີ່ຄ້າຂາຍຜິດກົດໝາຍ ແລະ ຊ່ອງທາງທີ່ບໍ່ຊອບທໍາອື່ນໆ. ສ່ວນຜູ້ມີລາຍຮັບໜ້ອຍແມ່ນເຂົາດາວລົດຂີ່ ເມື່ອຈ່າຍໄປບໍ່ປົກກະຕິເຂົາກໍມາຍຶດເອົາຄືນ, ເບິ່ງຢ່າງໜຶ່ງຄືເປັນຕາສັງເວດ ແລະ ເບິ່ງຢ່າງໜຶ່ງຄືມັນສົມພໍກັນໂຕບໍ່ມີເງິນພຽງພໍພັດໄປດາວລົດເຂົາມາຂີ່. ສ່ວນອັນທີສາມມາກໍຕ້ອງເບິ່ງໃນດ້ານລັດຖະທໍາມະນູນ ແລະ ກົດໝາຍຕື່ມ, ຖ້າແມ່ນເຮັດກໍຕ້ອງເອກະພາບໃນທົ່ວປະເທດ ບໍ່ແມ່ນພຽງແຕ່ຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ. ສ່ວນວ່າອັນທີສີ່ໂຕສຸດທ້າຍທີ່ເຂົາຂັດຂ້ອງເຮັ່ງແມ່ນເກັບເງິນກອງທຶນໄປແລ້ວພັດຊິເອົາໄປໃຊ້ໜີ້ຄ່າສ້າງເສັ້ນທາງ ວ່າຊັ້ນ ! ອັນນີ້ເຂົາວ່າມັນປຸກປານຢາບ້ານຫ້ອມ ທັງໆທີ່ການສ້າງເສັ້ນທາງແມ່ນມີແຜນ, ມີງົບປະມານສະເພາະຕ່າງຫາກຢູ່ແລ້ວ, ຊ້ຳບໍ່ໜໍາທາງຊອຍໃນບາງບ້ານ, ບາງທ້ອງຖິ່ນພັດວ່າລັດກັບປະຊາຊົນພ້ອມກັນເຮັດແລ້ວພັດຊິເອົາເງິນໄປໃຊ້ໜີ້ຢູ່ເສັ້ນທາງໃດອີກ. ໃນຂອດຈັດຕັ້ງປະຕິບັດເກັບເອົາເງິນມາເປັນກອງທຶນນັ້ນ ພວກເຮົາກໍຍັງບໍ່ທັນຮູ້ລາຍລະອຽດວ່າເຮັດແນວໃດ ແລະ ເສຍຢູ່ໃສຈົນກວ່າວ່າກ້າວເຂົ້າປີ 2018 ຈຶ່ງຈະໄດ້ຮູ້ ແລະ ເຫັນນໍາກັນ, ມີແຕ່ວ່າໃຫ້ພາກັນຊອກເອົາເງິນໄວ້ຕາມທີ່ໄດ້ເຫັນໃນຕາຕະລາງໃຜມີລົດໃຫຍ່ລົດນ້ອຍ, ລົດໜັກລົດເບົາ, ໃຜເສຍໜ້ອຍເສຍຫລາຍກໍຕ້ອງໄດ້ເບິ່ງເອົາຕາມນັ້ນ.
ຄັນເວົ້າເຖິງການສ້າງຕັ້ງກອງທຶນ, ຫລາຍບ້ານ, ຫລາຍເມືອງ ແລະ ຫລາຍໝ້ອງ ເຂົາກໍພາກັນເຮັດຢູ່ ເປັນຕົ້ນກອງທຶນບ້ານ, ກອງທຶນສະຫະພັນແມ່ຍິງ, ກອງທຶນສະມາຄົມຕ່າງໆທີ່ຂຶ້ນກັບລັດຖະບານ ແລະ ບໍ່ຂຶ້ນກັບລັດຖະບານ ນັບທັງກອງທຶນສາກົນຕ່າງໆແຕ່ລະປະເທດທີ່ເຂົ້າເປັນສະມາຊິກ. ໃນບັນດາກອງທຶນເຫລົ່ານີ້ເປົ້າໝາຍເຂົານໍາໃຊ້ເຂົ້າໃນການພັດທະນາອົງກອນ, ວຽກງານສະຫວັດດີການໃຫ້ຜູ້ເປັນສະມາຊິກ ຫລື ໄປຊ່ວຍເຫລືອຜູ້ຄົນທີ່ດ້ອຍໂອກາດ, ປະຊາຊົນຜູ້ທຸກຍາກຂາດເຂີນ ຫລື ຊຸກຍູ້ສົ່ງເສີມເສດຖະກິດ-ສັງຄົມຂອງປະເທດສະມາຊິກຕາມກົດຂອງກອງທຶນ ຫລື ຂອງສະມາຄົມນັ້ນໆ. ຜ່ານຂະບວນວິວັດພັດທະນາມາຫລາຍປີກອງທຶນເຫລົ່ານັ້ນເຂົາກໍມີເງິນຈົນເຖິງຂັ້ນໄດ້ໄປພັດທະນາ ແລະ ຊ່ວຍເຫລືອຢູ່ບ່ອນອື່ນ.
ເຖິງຢ່າງໃດກໍດີ, ຕາມເຮົາວ່າການສ້າງຕັ້າງກອງທຶນຂຶ້ນໃນແຕ່ລະຂົງເຂດວຽກງານ ບໍ່ວ່າຢູ່ໃສຂັ້ນໃດກໍຕາມແມ່ນເປັນການດີທີ່ສຸດ, ແຕ່ສິ່ງສໍາຄັນຄືການຄຸ້ມຄອງກອງທຶນ, ການນໍາໃຊ້ກອງທຶນໃຫ້ມີຜົນປະໂຫຍດສູງສຸດກັບຜູ້ທີ່ປະກອບສ່ວນໃຫ້ພາລະກິດຂອງບ້ານເມືອງອີ່ຫຼີເຊິ່ງກ່ອນອື່ນໝົດແມ່ນເພື່ອການພັດທະນາອົງກອນໃຫ້ກ້າວໄກ, ເພື່ອຜົນປະໂຫຍດຂອງຜູ້ເສຍເງິນ ແລະ ເພື່ອຜົນປະໂຫຍດຂອງສັງຄົມເປັນຫລັກ. ຫລີກເວັ້ນຫາງສຽງຈົ່ມຂອງສັງຄົມວ່າກອງທຶນທາງນະຄອນຫລວງມັນປຸກປານຢາບ້ານຫ້ອມ.