ໄພພິບັດມາໃກ້ ປ່າໄມ້ຫົດຫາຍ  

ໄພພິບັດມາໃກ້ ປ່າໄມ້ຫົດຫາຍ   - e8af7c5d 86a5 40af bbda 9ab37f2e2b15 - ໄພພິບັດມາໃກ້ ປ່າໄມ້ຫົດຫາຍ  
ໄພພິບັດມາໃກ້ ປ່າໄມ້ຫົດຫາຍ   - kitchen vibe - ໄພພິບັດມາໃກ້ ປ່າໄມ້ຫົດຫາຍ  

ໂດຍ: ມຶກບໍ່ແຫ້ງ

ໜ້າເປັນຫ່ວງຍິ່ງ ເມື່ອສອງອາທິດຜ່ານມາ ທີ່ຜູ້ຂຽນໄດ້ເດີນທາງໄປເຮັດວຽກຢູ່ ແຂວງສະຫວັນນະເຂດ ທີ່ເຫັນ ສະພາບແວດລ້ອມຊຸດໂຊມ, ຕົ້ນໄມ້ບໍ່ມີ ນໍ້າບົກແຫ້ງ ຕາມສາຍນໍ້າຕ່າງໆ ປະຊາຊົນບໍ່ມີນໍ້າໃຊ້ພຽງພໍ ເຊິ່ງກາຍເປັນເລື່ອງທີ່ໜ້າກັງວົນທີ່ສຸດ.

ໄພພິບັດມາໃກ້ ປ່າໄມ້ຫົດຫາຍ   - Visit Laos Visit SALANA BOUTIQUE HOTEL - ໄພພິບັດມາໃກ້ ປ່າໄມ້ຫົດຫາຍ  

ຈຸດພິເສດຂອງແຂວງສະຫວັນນະເຂດ ກໍເປັນແຂວງທີ່ມີທົ່ງພຽງກວ້າງໃຫຍ່ ແຕ່ດິນສ່ວນໜຶ່ງຂອງແຂວງກໍເປັນດິນໂຄກ, ດິນຊາຍ ທີ່ບໍ່ສາມາດເກັບນໍ້າໄດ້ດີ, ນໍ້າມາໄວໃນຍາມຝົນ ເມື່ອຮອດຍາມແລ້ງນໍ້າຕາມສາຍນໍ້າຕ່າງໆ ຂອດແຫ້ງ ແລະ ເມື່ອຮອດຍາມຝົນນໍ້າມາແຮງ ກໍເຮັດໃຫ້ ດິນເຊາະເຈື່ອນ ຮຸນແຮງຂຶ້ນນັບມື້, ຫຼາຍບ້ານກໍຢາກຍົກຍ້າຍໄປບ່ອນອື່ນ.

ສິ່ງເຫຼົ່ານີ້ ໄດ້ເກີດຂຶ້ນກັບປະຊາຊົນ ຫຼາຍເມືອງຂອງແຂວງ ສະຫວັນນະເຂດ ທີ່ອາໄສຕາມແຄມແມ່ນໍ້າລໍາເຊ ເຊັ່ນ ເຊບັງຫຽງ, ເຊຊຳຊ້ອຍ, ເຊລະນອງ, ເຊກອກ ແລະ ອື່ນໆ ທີ່ປະຊາຊົນ ຕ່າງກໍເວົ້າວ່າ ໃນ ສາມປີຜ່ານມາ ຄື ປີ 2018, 2019 ແລະ 2020 ປະຊາຊົນ ທີ່ເຄີຍອາໄສ ດິນໃກ້ແຄມເຊ ທີ່ມີຄວາມອຸດົມສົມບູນ ເໝາະແກ່ການປູກເຂົ້າ ແລະ ພືດພັນທັນຍາຫານຕ່າງໆ ນັ້ນຖືກຜົນກະທົບຢ່າງໜັກ ຈາກໄພນໍ້າຖ້ວມ.

ນັບແຕ່ປີ 2018 ເປັນຕົ້ນມາປະຊາຊົນ ບໍ່ສາມາດໂງຫົວຂຶ້ນ ຍ້ອນໄພພິບັດມາຄຸກຄາມທຸກປີ, ດິນນາທີ່ອຸດົມສົມບູນ ກໍຖືກທັບຖົມດ້ວຍ ດິນຕົມ, ຊາຍ ທີ່ບໍ່ສາມາດປູກເຂົ້າໄດ້ອີກ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ມີຄວາມຫຍຸ້ງຍາກລຳບາກຂຶ້ນຫຼາຍເທົ່າ, ຜູ້ທີ່ເຄີຍມີຖານະປານກາງ ກໍກາຍເປັນຄົນທຸກຍາກ ເພາະສູນເສຍ ຊັບສິນເງິນຄຳໄປຍ້ອນໄພພິບັດຕ່າງໆ.

ນາຍບ້ານ ສອງຄອນ ເມືອງສອງຄອນ ແຂວງສະຫວັນນະເຂດ ເວົ້າວ່າ “ແຕ່ກ່ອນ ປະຊາຊົນບ້ານເຮົາມີສັດລ້ຽງຫຼາຍ ແຕ່ດຽວນີ້ ເກືອບບໍ່ມີເລີຍ ຍ້ອນວ່າ ປະຊາຊົນ ບໍ່ຢາກລ້ຽງອີກ ເພາະນໍ້າຖ້ວມ ທຸກປີ ບໍ່ມີບ່ອນໃຫ້ສັດລ້ຽງຢູ່, ແລະ ການຜະລິດເຂົ້າກໍນັບມື້ນັບ ຫຼຸດໜ້ອຍລົງ ເພາະ ນໍ້າຖ້ວມ 3 ປີ ຊ້ອນ ແຕ່ອາໄສ ການຜະລິດເຂົ້ານາແຊງນັ້ນ ຊົນລະປະທານກໍພຽງພໍ ເຮັດໃຫ້ປະຊາຊົນ ມີຫຍຸ້ງຍາກ ຂາດເຂີນ ສະບຽງອາຫານ”.

ພ້ອມນັ້ນ ເມື່ອເດີນທາງ ໄປທາງ ສອງເມືອງ ຂອງແຂວງ ທີ່ເປັນເຂດປ່າຕົ້ນນໍ້າ ຂອງແມ່ນນໍ້າຫຼາຍສາຍ ເຊັ່ນ ເມືອງ ເຊໂປນ ແລະ ເມືອງ ນອງ ກໍເຫັນວ່າ ປ່າຫຼາຍແຫ່ງກຳລັງ ຖືກທຳລາຍ. ຢູ່ເມືອງ ເຊໂປນ ມີ ການສຳປະທານ ເພື່ອປູກໄມ້ ວິກ ປ້ອນໂຮງງານຜະລິດເຈ້ຍ,​ ປູກຢາງພາລາ ນັ້ນ ໄດ້ກາຍເປັນສາເຫດນຶ່ງ ທີ່ເຮັດ ເນື້ອທີ່ປ່າໄມ້ຫຼຸດລົງ.

ຫ້ອງການກະສິກຳ ແລະ ປ່າໄມ້ ຂອງ ເມືອງນອງ ກໍເວົ້າສູ່ຜູ້ຂຽນຟັງວ່າ ໜ້າເປັນຫ່ວງຫຼາຍໃນປັດຈຸບັນ ຢູ່ເຂດເມືອງ ແຕ່ກ່ອນ 5-10 ປີ ຄືນຫຼັງ ທີ່ມີປ່າໄມ້ຂຽວດົກໜານັ້ນ ໄດ້ຫຼຸດລົງຢ່າງໄວວາ ຍ້ອນວ່າ ຍັງບໍ່ມີການຈັດສັນ ທີ່ດິນ ແລະ ປ່າໄມ້ຢ່າງເປັນລະບົບລະບຽບ ເຮັດໃຫ້ ການນຳໃຊ້ທີ່ດິນ ແລະ ການລັກລອບ ຕັດໄມ້ນັ້ນ ມີຢ່າງ ຊະຊາຍ, ເຮັດໃຫ້ ພູຫຼາຍໜ່ວຍ ຈາກປ່າທີ່ຂຽວດົກໜາ ກັບມາເປັນ ພູຫົວໂລ້ນ.

ເຊິ່ງສະພາບແວດລ້ອມທີ່ ຄ່ອຍໆຖືກທຳລາຍ ແລະ ຊຸດໂຊມລົງຄືແນວນີ້ ໂດຍສະເພາະ ການຫຼຸດລົງ ຂອງປ່າໄມ້ ໄດ້ມີຜົນກະທົບໂດຍກົງຕໍ່ການບົກແຫ້ງຂອງນໍ້າຫຼາຍສາຍ ທີ່ປະຊາຊົນ ບາງເຂດບໍ່ມີນໍ້າຫົດສວນ, ບໍ່ມີນໍ້າ ສະໜອງ ຕໍ່ລະບົບຊົນລະປະທານ ແລະອື່ນໆ. ເມື່ອຍາມຝົນພັດນໍ້າຖ້ວມ ຕົກມາຍາມແລ້ງ ບໍ່ສາມາດຜະລິດໄດ້ ປະຊາຊົນຈະເອົາຫຍັງມາກິນ?

ອາດມີຫຼາຍທາງອອກ ເຊິ່ງຕ້ອງໃຊ້ເວລາບໍ່ໜ້ອຍໃນການກອບກູ້ ເອົາຄວາມອຸດົມສົມບູນຄືນມາ ແຕ່ກໍຍັງບໍ່ສວາຍ ເກີນໄປສຳລັບພວກເຮົາ, ຜູ້ຂຽນເຫັນວ່າ ຢ່າງໜ້ອຍ ມີສອງຢ່າງ ທີ່ຕ້ອງຮີບຮ້ອນແກ້ໄຂ ຄື ໜຶ່ງ ແມ່ນການ ຈັດສັນ ທີ່ດິນ ທີ່ທຳມາຫາກິນ ໃຫ້ປະຊາຊົນ ເຂດຍອດນໍ້າ ໃຫ້ເປັນລະບົບທີ່ຍືນຍົງ ໃຫໄວທີ່ສຸດ ເພື່ອຮັບປະກັນວ່າ ປ່າທີ່ຍັງເຫຼືອ ຈະບໍ່ຖືກທຳລາຍອີກ ຄຽງຄູ່ກັບການ ຟື້ນຢູ່ປ່າໄມ້ ໃຫ້ຄືນມາ ໂດຍການຊອກຫາທາງອອກ ໃຫ້ແກ່ປະຊາຊົນ ໃນການປັບປຸງຊີວິດການເປັນຢູ່ທີ່ມີຄວາມຍືນຍົງ ກວ່ານີ້.

ສອງການ ໃຫ້ສຳປະທານແກ່ ນັກລົງທຶນ ປູກໄມ້ອຸດສາຫະກຳນັ້ນ ຄວນຄຳນຶງເຖິງຜົນປະໂຫຍດລວມຂອງຊາດ ເປັນກົກ, ຫ້າມເດັດຂາດ ບໍ່ອະນຸຍາດໃຫ້ ບຸກລຸກເຂດປ່າແກ່ ຫຼື ປ່າສະຫງວນ ທີ່ມີຄວາມອຸດົມສົມບູນ. ການປູກໄມ້ ອຸດສາຫະກຳ ຄວນໄປໃນທາງ ທິດສະດີທີ່ວ່າ ປູກໃນເຂດປອກໂລ້ນ, ປ່າຊຸດໂຊມ ແລ້ວ ຊຸກຍູ້ສົ່ງເສີມ ໃຫ້ພາກສ່ວນເອກະຊົນ ປະກອບສ່ວນໃນການ ຟື້ນຢູສະພາບແວດລ້ອມ ແທນທີ່ຈະປະປ່ອຍໃຫ້ເຂົາເຈົ້າລຸກລໍ້າ ແລະ ທຳລາຍຊັບພະຍາກອນທຳມະຊາດ ທີ່ປະຊາຊົນພວກເຮົາຫວງແຫນ.

ອັນນີ້ ບໍ່ສະເພາະ ແຕ່ແຂວງສະຫວັນນະເຂດ, ຫຼາຍເຂດແຂວງ ກໍເຊັ່ນກັນ ຖ້າພວກເຮົາບໍ່ເດັດດ່ຽວ ໃນການຮັກສາປ່າໄມ້ ແລະຊັບພະຍາກອນນີ້ໄວ້ ແລ້ວ ສະພາບແວດລ້ອມກໍຍິ່ງນັບມື້ນັບຊຸດໂຊມ.

 

 

 

 

 

ໄພພິບັດມາໃກ້ ປ່າໄມ້ຫົດຫາຍ   - 4 - ໄພພິບັດມາໃກ້ ປ່າໄມ້ຫົດຫາຍ  
ໄພພິບັດມາໃກ້ ປ່າໄມ້ຫົດຫາຍ   - 5 - ໄພພິບັດມາໃກ້ ປ່າໄມ້ຫົດຫາຍ  
ໄພພິບັດມາໃກ້ ປ່າໄມ້ຫົດຫາຍ   - 3 - ໄພພິບັດມາໃກ້ ປ່າໄມ້ຫົດຫາຍ