ແຂວງໄຊສົມບູນ, ຫລວງພະບາງ, ແລະ ແຂວງວຽງຈັນ ຕົກລົງເຂດແດນ ເຊື່ອມຕໍ່


ພິທີລົງນາມບົດບັນທຶກການຕົກລົງເຂດແດນເຊື່ອມຕໍ່ລະຫວ່າງ ແຂວງໄຊສົມບູນ , ຫລວງພະບາງ ແລະ ແຂວງວຽງຈັນ ໄດ້ມີຂຶ້ນໃນວນທີ 2 ກຸມພາ ນີ້ ທີ່ ແຂວງໄຊສົມບູນ ລະຫວ່າງ ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ທ່ານ ບຸນເລື່ອນ ມະນີວົງ ຮອງເຈົ້າແຂວງຫລວງພະບາງ ແລະ ທ່ານ ບຸນສອນ ເພັດລາວັນ ຮອງເລຂາພັກ ແຂວງວຽງຈັນ ໂດຍມີ ການນຳເມືອງ ທີ່ມີຊາຍແດນຕິດກັບແຂວງໄຊສົມບູນ ເຂົ້າຮ່ວມນຳດ້ວຍ.ທັງນີ້ກໍ່ເພື່ອເຮັດການແກ້ໄຂເຂດແດນເຊື່ອມຕໍ່ລະຫວ່າງ ແຂວງດັ່ງກ່າວ ມີຄວາມຊັດເຈນເປັນເອກະພາບກັນ ແລະ ມີຄວາມສະດວກໃນການຄຸ້ມຄອງ ແລະ ນຳໃຊ້ດີຂຶ້ນກວ່າເກົ່າ.
ໃນບົດບັນທຶກໄດ້ລະບຸໄວ້ວ່າ: ເຂດແດນເຊື່ອມຕໍ່ ລະຫວ່າງແຂວງໄຊສົມບູນ ແລະ ຫລວງພະບາງ ແມ່ນໄດ້ເປັນເອກະພາບສືບຕໍ່ຈັດຕັ້ງປະຕິບັດຕາມບົດບັນທຶກທີ່ໄດ້ເຊັນຮ່ວມກັນໃນປີ 1999, ໃນສ່ວນຕິດກັບ ແຂວງວຽງຈັນ ແມ່ນໄດ້ແກ້ໄຂຮ່ວມກັນ 3 ຈຸດ ຄື: ຈຸດທີ1 ແມ່ນລະຫວ່າງບ້ານສັນປາຕອງ ເມືອງລ້ອງຊານ ແຂວງໄຊສົມບູນ ແລະ ບ້ານວັງເຮືອ ເມືອງທຸລະຄົມ ແຂວງວຽງຈັນ ຊຶ່ງທາງແຂວງໄຊສົມບູນ ໄດ້ສະເໜີຂໍພື້ນທີ່ໃນການຄຸ້ມຄອງຕື່ມໃຫ້ເໝາະສົມແກ່ການຄຸ້ມຄອງຂອງປະຊາຊົນທັງສອງແຂວງ ໃນເນື້ອທີ່ປະມານ 20 ກິໂລຕາແມັດ ແລະ ໄດ້ຕົກລົງມອບ ໃຫ້ແຂວງໄຊສົມບູນ ຈຳນວນເຄີ່ງໜຶ່ງ ໃນເນື້ອທີ່ປະມານ 8 ກິໂລຕາແມັດ , ຈຸດທີ 2 ລະຫວ່າງບ້ານສັນປາຕອງ ເມືອງລ້ອງຊານ ແລະ ບ້ານຫ້ວຍປຸ່ງ ເມືອງແກ້ວອຸດົມ ແຂວງວຽງຈັນ ແມ່ນໄດ້ຕົກລົງ ໃຫ້ແຂວງວຽງຈັນ ໃນເນື້ອທີ່ 20 ກິໂລຕາແມັດ. ສ່ວນຈຸດທີ 3 ລະຫວ່າງບ້ານໂພນພະ ເມືອງອະນຸວົົງ ແຂວງໄຊສົມບູນ ແລະ ບ້ານນໍ້າພາວ ເມືອງວັງວຽງ ແຂວງວຽງຈັນ, ຍ້ອນແຜນທີ່ຈັດສັນທີ່ດິນຈຸລະພາກປີ 2011 ແລະ ບົດບັນທຶກປີ 1999 ມີການທັບຊ້ອນກັນ.


ດັ່ງນັ້ນຄະນະຮັບຜິດຊອບແກ້ໄຂເຂດແດນເຊື່ອມຕໍ່ຈຶ່ງລົງສຳຫລວດຕົວຈຶ່ງ ແລະ ໄດ້ຕົກລົງເປັນເອກະພາບຄື: ເລີ່ມແຕ່ກາງຂົວນໍ້າພ້າວລ່ອງລົງໄປຫາປາກນໍ້າພ້າວປ່ອງໃສ່ນໍ້າເຕັນ ຈຸດພິກັດ E245383 N207509 8 ຕັດຂຶ້ນໄປໃສ່ສວນຢາງພາລາ ແລະ ໜອງປາຂອງທ່ານ ອຳຄາ ແລ້ວຂຶ້ນໄປຈຸດພິກັດ E245908 n2074150 ລັດໃສ່ພິກັດ E245920 N2073487ພູຜາເຫລືອງ ( ຈອມພູທີ່ຢູ່ເຄິ່ງກາງ ) ເລາະພູຜາເຫລືອງຂຶ້ນໄປຫາເຂດແດນເຊື່ອມຕໍ່ປີ 1999 ເປັນຊາຍແດນລະຫວ່າງສອງເມືອງດັ່ງກ່າວ.