ຍີ່ປຸ່ນໃຫ້ການຊ່ວຍເຫລືອ ໂຄງການປັບປຸງໂຮງໝໍພາກໃຕ້ ຂອງ ສປປ ລາວ ມູນຄ່າ 2,865 ລ້ານເຢນ  

ວັນທີ 3 ທັນວາ 2025  ກະຊວງການຕ່າງປະເທດ ລົງນາມເອກະສານ ແລກປ່ຽນໂຄງການຊ່ວຍເຫລືອ ຈາກລັດຖະບານຍີ່ປຸ່ນ ໂຄງການປັບປຸງໂຮງໝໍພາກໃຕ້ ຂອງ ສປປ ລາວ ມູນຄ່າ 2,865 ລ້ານເຢນ  ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານຍີ່ປຸ່ນ ໂດຍທ່ານ ໂຄອິຊຸມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ໂດຍມີພາກສ່ວນທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການຊ່ວຍເຫລືອດັ່ງກ່າວ, ແມ່ນເປັນການຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການ ທາງດ້ານການບໍລິການທາງການແພດຢູ່ທ້ອງຖິ່ນ ຂອງ ສປປ ລາວ, ເຮັດໃຫ້ປະຊາຊົນ ຢູ່ທ້ອງຖິ່ນສາມາດເຂົ້າເຖິງການປິ່ນປົວ ທີ່ມີຄວາມຈໍາເປັນ ແລະ ຫລຸດຜ່ອນການເດີນທາງໄກ ສໍາລັບ ການປິ່ນປົວທີ່ສໍາຄັນ. ນອກຈາກນັ້ນ, ໂຄງການນີ້ຍັງແນໃສ່ປັບປຸງໂຮງໝໍບັນດາແຂວງພາກໃຕ້, ຫັນເປັນສູນການແພດປະຈໍາພາກພື້ນ ເພື່ອຮັບຄົນເຈັບຈາກບັນດາແຂວງໃກ້ຄຽງ ຊຶ່ງຈະມີການກໍ່ສ້າງ ແລະ ຍົກລະດັບພື້ນຖານໂຄງລ່າງໃຫ້ໄດ້ຕາມມາດຕະຖານ, ຍົກສູງຄວາມສາມາດທາງດ້ານເຕັກນິກ, ສະໜອງອຸປະກອນການແພດໃຫ້ພຽງພໍ ລວມທັງການຖ່າຍທອດຜົນສໍາເລັດ ແລະ ປະສົບການຂອງຍີ່ປຸ່ນ ໃນການປັບປຸງຄຸນນະພາບດ້ານການແພດ, ການຍົກລະດັບລະບົບການສົ່ງຕໍ່ຄົນເຈັບ ຢ່າງມີປະສິດທິພາບ ແລະ ຮັບປະກັນຄວາມປອດໄພສໍາລັບຄົນເຈັບ ໃຫ້ແກ່ໂຮງໝໍແຂວງ ໃນ 4 ແຂວງພາກໃຕ້ຂອງ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈເປັນຢ່າງຍິ່ງ ມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫລືອ ສປປ ລາວ ໃນຄັ້ງນີ້ ກໍຄື ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະ 7 ທົດສະວັດ ທີ່ຜ່ານມາ. ການລົງນາມເອກະສານແລກປ່ຽນດັ່ງກ່າວ, ໄດ້ມີຂຶ້ນພາຍຫລັງທີ່ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ສະເດັດມາຢ້ຽມຢາມທາງການຢູ່ ສປປ ລາວ ພຽງແຕ່ສອງອາທິດຜ່ານມາ ແລະ ໃນໄລຍະຢ້ຽມຢາມ ສົມເດັດ ເຈົ້າຍິງ ໄອໂກະ ກໍໄດ້ໄປຢ້ຽມຢາມໂຮງໝໍເພື່ອນລາວສໍາລັບເດັກ ທີ່ແຂວງຫລວງພະບາງ, ຊຶ່ງເປັນການສະແດງໃຫ້ເຫັນວ່າ ການຮ່ວມມືທາງດ້ານສາທາລະນະສຸກ ກໍແມ່ນການຮ່ວມມືທີ່ສໍາຄັນໜຶ່ງຂອງສອງປະເທດ. ພ້ອມດຽວກັນ, ການລົງນາມເອກະສານແລກປ່ຽນຄັ້ງນີ້, ແມ່ນມີຂຶ້ນໃນບັນຍາກາດຂອງການສະເຫລີມສະຫລອງສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຊຸດທໍາອິດ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ.

ໃນຂະນະດຽວກັນ, ທ່ານ ໂຄອິຊຸມິ ຊຶໂຕມຸ ກໍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ຍີ່ປຸ່ນ-ລາວ ຊຶ່ງໂຄງການດັ່ງກ່າວ, ເປັນໜຶ່ງໃນບັນດາຫລາຍໆໂຄງການສໍາຄັນ ທີ່ຍີ່ປຸ່ນໃຫ້ການຊ່ວຍເຫລືອແກ່ ສປປ ລາວ ແລະ ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ຊຸກຍູ້ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຂອງສອງປະເທດ ຍີ່ປຸ່ນ-ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ຍີ່ປຸ່ນ ແລະ ລາວ ໃນຕໍ່ໜ້າ.