ກະຊວງປ້ອງກັນປະເທດລາວ ຍິນດີຮັບສອນພາສາລາວໃຫ້ແກ່ທະຫານຣັດເຊຍ
ວັນທີ 2 ທັນວາ 2025 ນີ້ ກະຊວງປ້ອງກັນປະເທດ ລາວ-ຣັດເຊຍ ພົບປະກັນຢ່າງເປັນທາງການ ຝ່າຍລາວນໍາໂດຍສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວພ້ອມຄະນະ ແລະ ຝ່າຍຣັດເຊຍນໍາໂດຍສະຫາຍ ວາຊີລີ ໂອຊິມາກົບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສ.ຣັດເຊຍ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ.
ສອງຝ່າຍໄດ້ມີການປຶກສາຫາລືກ່ຽວກັບການຮ່ວມມືຂອງສອງຝ່າຍ ເຊິ່ງຍາມໃດລັດຖະບານ ແຫ່ງ ສ.ຣັດເຊຍ ກໍຄືກະຊວງປ້ອງກັນປະເທດແຫ່ງ ສ.ຣັດເຊຍໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນດ້ານຕ່າງໆ ຕະຫຼອດໄລຍະຜ່ານມາ ນັບແຕ່ສະໄໝການຕໍ່ສູ້ເພື່ອປົກປ້ອງປະເທດຊາດຈາກການຮຸກຮານຂອງຈັກກະພັດພາຍນອກ ກໍຄືໄລຍະແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດໃນປັດຈຸບັນ.
ກ່ຽວກັບຜົນສໍາເລັດຂອງການພົວພັນຮ່ວມມືໃນປີຜ່ານມາ ແມ່ນໄດ້ຮັບຜົນສໍາເລັດອັນຈົບງາມໃນຫຼາຍດ້ານເຊັ່ນ: ການຊ່ວຍເຫຼືອກໍ່ສ້າງພະນັກງານ ແລະ ວິຊາການເຫຼົ່າຮົບຕ່າງໆ ຢູ່ບັນດາສະຖາບັນການສຶກສາຂອງກະຊວງປ້ອງກັນປະເທດແຫ່ງ ສ. ຣັດເຊຍ, ການຮ່ວມມືດ້ານເຕັກນິກການທະຫານ; ການຮ່ວມມືຊ່ວຍເຫຼືອລາວດ້ານເຕັກນິກການທະຫານຂອງພວກເຮົານັບມື້ນັບໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ມີຜົນສໍາເລັດອັນງົດງາມ, ການຮ່ວມມືປະຕິບັດໜ້າທີ່ເກັບກູ້ລະເບີດເພື່ອມະນຸດສະທໍາທີ່ຕົກຄ້າງແຕ່ສະໄໝສົງຄາມຢູ່ສປປ ລາວ ແມ່ນໄດ້ຮັບຜົນສໍາເລັດອັນຈົບງາມມາແລ້ວ 7 ຄັ້ງ (ນັບແຕ່ປີ 2018-2025) ເຮັດໃຫ້ການຮ່ວມມືລາວ-ຣັດເຊຍໃນຮູບແບບດັ່ງກ່າວ ໄດ້ກາຍເປັນແບບ ຢ່າງທີ່ດີຂອງການຮ່ວມມືດ້ານການທະຫານ ແລະ ກາຍເປັນປະເພນີອັນດີງາມລະຫວ່າງສອງຊາດ ສອງກອງທັບ ລາວ-ຣັດເຊຍ ແລະ ຄັ້ງທີ 8 ແມ່ນກໍາລັງປະຕິບັດວຽກງານດັ່ງກ່າວຢູ່ເມືອງວຽງໄຊ ແຂວງຫົວພັນ, ການຮ່ວມມືໃນຂອບອາຊຽນລະຫວ່າງ ສ.ຣັດເຊຍ ແລະ ປະຊາຄົມອາຊຽນ: ກອງທັບປະຊາຊົນລາວມີຄວາມພາກພູມໃຈ ແລະ ຍິນດີທີ່ໄດ້ເປັນປະທານຮ່ວມກັບກອງທັບຣັດເຊຍ ໃນໜ່ວຍງານວິຊາການດ້ານການເກັບກູ້ລະເບີດເພື່ອມະນຸດສະທໍາໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ໃນຮອບວຽນ 2024-2027 ເຊິ່ງເປັນຮອບວຽນທີ່ສອງ ທີ່ພວກເຮົາໄດ້ເປັນປະທານຮ່ວມໃນໜ່ວຍງານນີ້.
ສຳລັບທິດທາງການຮ່ວມມືໃນທ້າຍປີ 2025 ແລະ ຕໍ່ໃນໜ້າ, ທັງສອງຝ່າຍເຫັນດີໃຫ້ມີການສືບຕໍ່ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ຢ້ຽມຢາມເຊິ່ງກັນ ແລະ ກັນລະຫວ່າງ ສອງກະຊວງປ້ອງກັນປະເທດ (ໂດຍອີງຕາມແຜນການຮ່ວມມືປະຈໍາປີ ແລະ ແຜນການຮ່ວມມືໄລຍະ 5 ປີ).
ຝ່າຍລາວຈະສືບຕໍ່ຈັດສົ່ງຄະນະຜູ້ແທນ ຫຼື ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມກອງປະຊຸມສາກົນ ຫຼື ງານພົບປະຕ່າງໆທີ່ ສ.ຣັດເຊຍເປັນເຈົ້າພາບຕາມການເຊື້ອເຊີນຢ່າງເປັນປົກກະຕິ, ສືບຕໍ່ຊ່ວຍເຫຼືອກໍ່ສ້າງພະນັກ ງານ-ນັກຮົບໃນຂະແໜງການຕ່າງໆ ຢູ່ບັນດາສະຖາບັນການສຶກສາຂອງກະຊວງປ້ອງກັນປະເທດແຫ່ງ ສ.ຣັດເຊຍ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບກອງປະຊຸມ ADMM-Plus ແລະ ເວທີອື່ນໆ.
ກະຊວງປ້ອງກັນປະເທດແຫ່ງສປປ ລາວ ມີຄວາມພ້ອມໃນການສືບຕໍ່ຈັດຕັ້ງການສິດສອນພາສາລາວໃຫ້ນັກຮຽນທະຫານຣັດເຊຍຢູ່ສະຖາບັນການສຶກສາຂອງກະຊວງປ້ອງກັນປະເທດລາວ.
