ປະທານ ສູນກາງແນວລາວສ້າງຊາດ ຕ້ອນຮັບການພົບປະ ຢ້ຽມຢາມ ຂອງຄະນະຜູ້ແທນສະພາສູງ ແຫ່ງສະຫະພັນຣັດເຊຍ
ວັນທີ 2 ທັນວາ 2025 ຢູ່ສູນກາງແນວລາວສ້າງຊາດ, ທ່ານ ສິນລະວົງ ຄຸດໄພທູນ ກຳມະການ ກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມ ຂອງ ທ່ານ ນິໂກລາຍ ຊູຣາວະໂລບ ຮອງປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມ ພິທີສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ.
ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານຮອງປະທານສະພາສູງ ແຫ່ງ ສະຫະພັນຣັດເຊຍ ທີ່ໄດ້ນໍາພາຄະນະເດີນທາງມາ ເຂົ້າຮ່ວມພິທີສະເຫລີມສະຫລອງວັນ ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບຂອງ ສອງຊາດ ລາວ-ຣັດເຊຍ, ຣັດ ເຊຍ-ລາວ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈຕໍ່ສະຫະພັນຣັດເຊຍ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ຫລາຍດ້ານໃນຕະຫລອດໄລຍະຜ່ານມາ.
ໃນໂອກາດດຽວກັນນີ້, ທ່ານ ນິໂກລາຍ ຊູຣາວະໂລບ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄະນະນຳຂອງສູນກາງແນວລາວສ້າງຊາດ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງໄດ້ ຍົກໃຫ້ເຫັນເຖິງສະພາບລວມໃນການພັດທະນາເສດຖະກິດ-ສັງຄົມ ຂອງສະຫະພັນຣັດເຊຍ ໃນໄລຍະຜ່ານມາໂດຍຫຍໍ້ ແລະ ທ່ານຍັງໄດ້ກ່າວຕື່ມວ່າ ສະຫະພັນຣັດເຊຍ ຍິນດີທີ່ຈະສືບຕໍ່ຮ່ວມມືໃນຂົງເຂດວຽກງານການສຶກສາ, ການບໍລິການ, ການທ່ອງທ່ຽວ ແລະ ວຽກງານອື່ນໆ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນ ເຊື້ອ ຂອງສອງຊາດ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃຫ້ເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
